ບາງເທື່ອຊີວິດກໍຕ້ອງມີໂອກາດໄດ້ໂຊຜິວກ້ອງວົງແຂນຕໍ່ໜ້າສາທາລະນະແນ່ ບໍ່ໄດ້ເປັນພີເຊັນເຕີໂລອອນຂຶ້ນຈັບຮາວລົດເມ ກະຢາກຈະຈັບຮາວລົດເມຄືພີເຊັນເຕີ ແຕ່ບັງເອີນຂີ້ແຮ້ດໍາປິດບັງບໍ່ໄດ້ຖ້າໃສ່ເສື້ອແຂນໃຫຍ່,ສາຍດຽວເປັນຕົ້ນ ກິ່ນໂຕ ຍັງພໍປິດໄດ້ດ້ວຍກິ່ນນ້ຳຫອມແຕ່ຖ້າຂີ້ແຮ້ດຳທາຫຍັງໃສ່ກະຊ່ວຍບໍ່ໄດ້ ແລ້ວຈະເຮັດແບບໃດດີ?ຢາສີແຂ້ວຄີມສີຂາວເຂົ້າໃຈບໍ່ຜິດດອກ! ຢາສີແຂ້ວທີ່ເອົາມາຖູແຂ້ວທຸກມື້ນັ້ນແຫລະແຕ່ຂໍຢ້ຳອີກເທື່ອວ່າຢາສີແຂ້ວເນື້ອຄີມສີຂາວເທົ່ານັ້ນເດີ ໂດຍ ກ່ອນອາບນ້ຳ ທາຢາສີແຂ້ວໃຫ້ທົ່ວກ້ອງຂີ້ແຮ້ຖິ້ມໄວ້ປະມານ 15 ນາທີ ຈາກນັ້ນຈຶ່ງລ້າງນ້ຳອອກເຕັກນິກເສີມອີກຢ່າງໜຶ່ງຄື ຕອນລ້າງອອກໃຫ້ ຂັດຖູຄ່ອຍໆໄປນໍາເພື່ອກຳຈັດຄາບດຳໆວິທີນີ້ເຮັດເລື້ອຍໆໄດ້ສະບາຍສະດວກແລະງ່າຍບໍ່ເປັນອັນຕະລາຍຕໍ່ຜິວວ່າກັນວ່າ


