Homeມູມໄອທີລາວກູ​ເກິ​ລ ເປີດຕົວ ​ໂຄຣມ ​ແອັບ ສຳລັບຜູ້ໃຊ້ ​ແມັກ

ກູ​ເກິ​ລ ເປີດຕົວ ​ໂຄຣມ ​ແອັບ ສຳລັບຜູ້ໃຊ້ ​ແມັກ

Published on

chrome-app

            Google ເປີດຕົວ Chrome app ສຳລັບຜູ້ໃຊ້ Mac ຢ່າງເປັນທາງການເນ້ັນການ​ເຮັດ​ກວຽກແບບອອບໄລນ໌ ແລະ ສາມາດອັບເດດໄດ້ອັດຕະໂນມັດ​ແຕ່​ກ່ອນChrome app ຍັງໃຊ້ໄດ້ສະເພາະລະບົບ Windows ແລະ Chrome OS ເທ່ົານັ້ນໃນເວີຊັ່ນຫຼ້າສຸດທາງ Google ໄດ້ພັດທະນາໃຫ້ Chrome app ສາມາດໃຊ້ງານ​ໃນເຄື່ອງ Mac ໄດ້ແລ້ວໂດຍຍັງຄົງຄຸນສົມບັດການໃຊ້ງານແບບອອບໄລນ໌ ຫຼື ໃຊ້ງານແບບບໍ່​ໃຊ້ອິນເຕີເນັດ

            ໃນຂັ້ນຕອນການຕິດຕັ້ງຜູ້ໃຊ້ຈະຕ້ອງເຂ້ົາທີ່ບຣາວເຊີGoogle Chrome ເວີຊັ່ນຫຼ້າສຸດ ຈາກນັ້ນໄປທີ່ Chrome Web Store ໝວດ For Your Desktop ເພື່ອດາວໂຫຼດໄດ້ເລີຍເມື່ອດາວໂຫຼດ ແລະ ຕິດຕັ້ງສຳ​ເລັດແລ້ວຜູ້ໃຊ້ຈະເຫັນ Chrome app ປາກົດເປັນ Launcher ​ໃນdock ​ເຊິ່ງຈະມີແອັບຕ່າງໆ ທີ່ສາມາດໃຊ້ງານໄດ້ແບບອອບໄລນ໌ໃຫ້ໄດ້ໃຊ້ແລະ Google ຍັງແນະນຳແອັບ 3 ຢ່າງຄື:WeVideo Next ແອັບຕັດຕ່ໍວິດີໂອ, Smartsheet ແອັບຈັດການ ແລະ ວາງແຜນງານ ແລະ Until AM ແອັບຕັດຕ່ໍເພງ ອີກ​ດ້ວຍ.

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...