Homeຂ່າວຕ່າງປະເທດຝຣັ່ງຢືນຢັນ ຜູ້ວາງແຜນໂຈມຕີນະຄອນຫລວງປາຣີ ຖືກເຈົ້າໜ້າທີ່ສັງຫານ ເສຍຊີວິດແລ້ວ!

ຝຣັ່ງຢືນຢັນ ຜູ້ວາງແຜນໂຈມຕີນະຄອນຫລວງປາຣີ ຖືກເຈົ້າໜ້າທີ່ສັງຫານ ເສຍຊີວິດແລ້ວ!

Published on

EyWwB5WU57MYnKOuYBnicJmCa9ny0pdWwUy6jrDauUv7rIiyW8Ndcb

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 19 ພະຈິກຜ່ານມານີ້ວ່າ ສຳນັກງານໄອຍະການ ປະຈຳນະຄອນຫລວງປາຣີ ປະເທດຝຣັ່ງ ໄດ້ຖະແຫລງວ່າ ທ້າວ ອັບເດນຮາມິດ ອາບາອຸດ ຊາວຝຣັ່ງທີ່ເປັນສະມາຊິກ ກຸ່ມລັດອິດສະລາມ ຫລື ໄອເອັສ ຊຶ່ງເປັນຜູ້ຖືກສົງໄສ ໃນຖານະຜູ້ວາງແຜນການ ໃນການບຸກໂຈມຕີ ນະຄອນຫລວງປາຣີ ເມື່ອວັນທີ 13 ພະຈິກ 2015 ຜ່ານມາ ຈົນເຮັດໃຫ້ມີຜູ້ເສຍຊີວິດເຖິງ 129 ຄົນ ແລະ ບາດເຈັບອີກຈຳນວນຫລາຍ ໄດ້ເສຍຊີວິດແລ້ວ ຫລັງຈາກຕຳຫລວດ ແລະ ທະຫານຝຣັ່ງ ຫລາຍກ່ວາ 100 ຄົນ ໄດ້ອອກປະຕິບັດການ ບຸກໂຈມຕີເພື່ອຈັບກຸມຜູ້ກ່ຽວ ຢູ່ເຮືອນພັກແຫ່ງໜຶ່ງ ໃນເຂດ ແຊງ ເດີນິດ ທາງຕອນເໜືອ ຂອງນະຄອນຫລວງປາຣີ ໃນເວລາ 4:20 ໂມງ ຂອງວັນພຸດທີ 18 ພະຈິກຜ່ານມາ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...