spot_img
HomeມູມໄອທີລາວGoogle ເລີ່ມທົດສອບ Stream apps ຫລິ້ນແອັບໄດ້ຜ່ານເນັດ ໂດຍບໍ່ຕ້ອງຕິດຕັ້ງລົງເຄື່ອງ

Google ເລີ່ມທົດສອບ Stream apps ຫລິ້ນແອັບໄດ້ຜ່ານເນັດ ໂດຍບໍ່ຕ້ອງຕິດຕັ້ງລົງເຄື່ອງ

Published on

7171_1511191503341G

Google ຍັງ​​ພະຍາຍາມ​ທີ່​ຈະ​ເພີ່ມ​ຄວາມ​ສາມາດ​ໃໝ່​ໆ ໃຫ້​ກັບ  Google Search ຜະລິດຕະພັນ​ເລີ່ມ​ຕົ້ນ​ຫລັກ​ຂອງ​ບໍລິສັດ ທີ່​ເຮັດ​ເງີນ​ໃຫ້​ກູ​ເກີ້ນ​ຢ່າງ​ມະຫາ​ສານ ໃນ​ການ​ອັບ​ເດດ​ເທື່ອ​ຫລ້າ​ສຸດ ກູ​ເກີນ​ໄດ້​ເພີ່ມ​ຟັງຊັ່ນໃໝ່​ເຂົ້າ​ມາເອີ້ນວ່າ​ການ “ Stream apps

Stream apps ເປັນ​ບໍລິການ​ໃໝ່​ທີ່​ທາງ​ກູ​ເກີ້ນ​ຫາກໍ່​​ອອກ​ມາ​ໃຫ້​ໃຊ້​ງານ​ກັນ ຄວາມ​ສາມາດ​ຂອງ​ມັນ ຄື ຜູ້​ໃຊ້​ສາມາດ​ໃຊ້​ງານ​ແອັບໄດ້ ໂດຍ​ບໍ່​ຕ້ອງ​ທຳການ​ຕິດ​ຕັ້ງ​ເທິງ​ເຄື່ອງ​ແຕ່​ຢ່າງ​ໃດ ເປັນ​ການ​ໃຊ້​ງານ​ແອັບ ແບ​ບສະ​ຕີມ​ມິ້ງ​ໂດຍ​ກົງ ຊຶ່ງ​ໃນ​ໄລ​ຍະ​ເລີ່ມ​ຕົ້ນ ຍັງມີ​ແອັບ ​ທີ່​ຮອງ​ຮັບ​ຄວາມ​ສາມາດ​ນີ້​ຢູ່​ບໍ່​ຫລາຍ ແຕ່​ໃນ​ອະນາຄົດ ໜ້າ​ຈະ​ເປັນ​ຟັງຊັ່ນຫລັກ​ທີ່​ໜ້າ​ສົນ​ໃຈ​ເລີຍ​

ຊຶ່ງ​ຂໍ້​ດີ​ຂອງ​ມັນຄື ແອັບທີ່​ກິນ​ຊັບ​ພະຍາ​ກອນ​ເຄື່ອງ​ສູງໆ ແມ່ນ​ຈະ​ຫລິ້ນ​ເທິງ​ເຄື່ອ​ງສະ​ເປກ​ຕ່ຳ​ກໍ​ຈະ​ບໍ່​ມີ​ຜົນ​ໃດໆທັງ​ສິ້ນ ເມື່ອ​ເຮົາ​ສະຕີ​ມ ເພາະ​ການ​ປະ​ມວນ​ຜົນ​ທຸກ​ຢ່າງ​ຈະ​ຢູ່​ເທິງເວີ​ນັ້ນ​ເອງ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...