spot_img
Homeນານາສາລະວິທີແກ້ເກີບກັດທີ່ເຮັດໄດ້ງ່າຍໆຈາກຂອງໃກ້ໂຕພາຍໃນເຮືອນ ມາຝາກ

ວິທີແກ້ເກີບກັດທີ່ເຮັດໄດ້ງ່າຍໆຈາກຂອງໃກ້ໂຕພາຍໃນເຮືອນ ມາຝາກ

Published on

265564

1.ນ້ຳ​ມັນ​ໝາກ​ພ້າວ​ແກ້​ເກີບ​ກັດ

ວາງ​ແຜນ​ຈະ​ແຕ່ງ​ໂຕ​​ງາມແລະເຈົ້າຊູ້​ອອກຈາກ​ເຮືອນ​ທັງ​ທີ ເກີບ​ໜັງ​ຄູ່​ໃຈ​ພັດມາກັ​​ດ ຈະ​ກັດ​ຄືນຄື​ບູຮານ​ເວົ້າ​ໄວ້​ກໍ່​ຄື​ສິບໍ່​ດີ ແຕ່​ຖ້າ​ມີ​ນ້ຳ​ມັນ​ໝາກ​ພ້າວ​ເຮົາ​ແກ້​ໄຂ​ໄດ້ ພຽງ​ທາ​ນ້ຳ​ມັນ​ໝາກ​ພ້າວ​ລົງ​ໄປ​ທາງໃນ​ເກີບ​ທີ່​ມັກ​ກັດ ໃຫ້​ທາ​ຖິ້ມ​ໄວ້​ຢ່າງ​ຫນ້ອຍ 1 ມື້ ແລ້ວ​ຄ່ອຍ​ຈັບ​ມາ​ໃສ່ ນ້ຳ​ມັນ​ໝາກ​ພ້າວ​ທີ່​ທາ​ໄປ​ຈະ​ຊ່ວຍ​ເຮັດໃຫ້​ເກີບ​ນຸ້ມ​ຂຶ້ນ ໝົດ​ບັນຫາ​ກັບ​ເກີບ​ໜັງ​ຄູ່​​ໃຈໃສ່​ສະບາຍ​ໃນ​ທຸກໆ​ມື້​ເລີຍ​

832505-coconut-oil

2.ຈັດການ​ເກີບ​ກັດ​ດ້ວຍ​ວາສະ​ລີນ

เสริมความงามด้วย-วาสลีน

ໂຕ​ຊ່ວຍ​ຊັ້ນ​ດີ​ສຳລັບ​ໝູ່ໆ ອີກ​ຢ່າງ​ທີ່​ໃຊ້​ໄດ້​ຜົນດີີ​ຢ່າງ​ຄາດ​ບໍ່​ເຖິງ ກໍ່​ຄື​ວາສະລີນ​ທີ່​ເຮົາ​ເອົາໄວ້​ໃຊ້​ທາ​ປາກ​ນີ້​ແຫລະ​ ພຽງ​ນຳ​ວາສະ​ລີນ​ທາ​ລົງ​ໄປ​ໜາໆ​ໃນ​ເກີບ​ກົງກັບ​ບໍລິເວນ​ທີ່​ມັກ​ຈະ​ກັດ ເຊັ່ນ ບໍລິເວນ​ສົ້ນ​ຕີນ​ຫລື ຫົວ​ໂປ້​ຕີນ ເມື່ອ​ທາ​​ແລ້ວ ຖິ້ມ​ໄວ້​ປະ​ມານ 2-3 ຊົ່ວ​ໂມງ ແລ້ວ​ເຊັດ​ອອກ​​ພຽງ​ເທົ່າ​ນີ້ ໜັງ​ທາງ​ໃນ​ຂອງ​ເກີບ​ກໍ່​ຈະ​ນຸ່ມ​ກວ່າ​ເກົ່າໝົດ​ບັນຫາ​ເກີບ​ກັດ​ແລ້ວ​

3.ແກ້​ເກີບ​ກັດ​ດ້ວຍ​ແປ້ງ​ຝຸ່ນ

923

ໝູ່​ໆຄົນ​ໃດ​ທີ່​ຕິດ​ນິ​ໄສ​ບໍ່​ມັກ​ໃສ່​ຖົງ​ຕີນແລ້ວ​ຖືກເກີບ​ກັດ ຮູ້ສຶກ​ຕິດ​ຂັດ​ເວລາ​ຈະ​​ໃສ່​ເກີບ ຢາກ​ໃຫ້​ລອງ​ວິທີ​ແກ້​ໄຂ​ສະເພາະ​ໜ້າ​ແບບ​ເລັ່ງ​ດ່ວນ​ດ້ວຍ​ແປ້ງ​ຝຸ່ນ ວິທີ​ເຮັດ​ກໍ່​ງ່າຍ​ແລະ​ໄວ​ໂດຍ​ໃຫ້​ນຳ​ແປ້ງ​ຝຸ່ນ​ໂຫຍ​ລົງ​ໄປ​ໃນ​ເກີບ ຄວາມ​ໝື່ນ​ຂອງ​ແປ້ງ​ຈະຊ່ວຍ​ໃຫ້​ຕີນ​ບໍ່​ຮຸກຖູ​ກັບ​ທາງໃນ​ເກີບ​ເທົ່າໃດ ແຖມ​ຍັງ​ດູດ​ຄວາມ​ຊຸ່ມ​ໄດ້​ນໍາອີກ​ວິທີ​ນີ້​ຊ່ວຍ​ໃຫ້​ໃສ່​ເກີບ​ໄດ້​ສະບາຍ​ຍິ່ງ​ຂຶ້ນ ສະບາຍ​ຕີນ​ແຖມ​ຊ່ວຍ​ຫລຸດ​ກິ່ນ​ອັບ​ໄດ້​ນໍາອີກ​ທາງໜຶ່ງ​

4.ຖູ​ດ້ວຍ​ທຽນ​ໄຂ

8854774358_8593ca9b75_o

ບັນຫາ​ສົ້ນ​ເກີບ​ຮຸກຖູ​ໃຫ້​ເຈັບ​ປວດ Spiecial Idea ຂໍ​ສະເໜີ​ອີກ​ໜຶ່ງ​ທາງ​ອອກ​ສຸດ​ປະ​ຢັດ ດ້ວຍ​ທຽນ​ໄຂ​  ພຽງ​ນຳ​ທຽນ​ໄຂ ມາ​ຖູ​ເກີບ​ຕາມ​ຂອບ​ຫລື​ບໍລິເວນ​ທີ່​ເກີບກັດ ການ​ທີ່​ເຮົາ​ໃຊ້​ທຽນ​ຖູ​ນັ້ນ​ຈະ​ເຮັດໃຫ້​ເກີບ​ມີ​ຄວາມ​ອ່ອນ​ໝື່ນ ​ໃສ່​ງ່າຍ​ຂຶ້ນ ປ້ອງ​ກັນ​ເກີບ​ກັດ​ໄດ້​ດີ​ນໍາອີກ

5.ເຈ້ຍຫນັງສື​ພິມ​ຈຸ່ມ​ນ້ຳ

Remove-Odor-from-Your-Shoes-with-Baking-Soda-Intro

ຊື້​ເກີບຜິດ​ຊີວິດ​ປ່ຽນ ໃສ່​ມາ​ດົນ​ກໍ່​ຍັງ​ກັດ​ຂໍ​ແນະ​ນຳ​ໃຫ້​ໃຊ້​ເຈ້ຍ​ຫນັງສື​ພິມ​

ພຽງ​ຫຍ່ອງເຈ້ຍ​ຫນັງສື​ພິມ​ແລ້ວ​ຈຸ່ມ​ນ້ຳ​ພໍ​ໝາດໆຍັດ​ຂະຫຍາຍ​​ມັນ​ເລີຍ ວິທີ​ນີ້​ຈະ​ຊ່ວຍ​ໃຫ້​ເກີບ​ຂະຫຍາຍ​ໃຫຍ່​ຂຶ້ນ​ຈາກ​ຫນັງສື​ພິມ​ທີ່​ຍັດ​ລົງ​ໄປເປັນ​ການ​ປ້ອງ​ກັນ​ເກີບ​ກັດ​ທີ່​ເຮັດ​ໄດ້​ເອງ​ງ່າຍໆ​ແລະ​ທີ່​ສຳຄັນ​ບໍ່​ແພງ​

 

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...