spot_img
Homeຂ່າວພາຍ​ໃນນັບຖອຍຫລັງ! ຜູ້ນຳອາຊຽນ ຈະລົງນາມສ້າງປະຊາຄົມ ໃນທ້າຍປີນີ້!

ນັບຖອຍຫລັງ! ຜູ້ນຳອາຊຽນ ຈະລົງນາມສ້າງປະຊາຄົມ ໃນທ້າຍປີນີ້!

Published on

Conference 400

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 18 ພະຈິກ 2015, ທ່ານ ອາ​ນີ​ຟາດ ອາ​ແມນ ລັດຖະມົນ​ຕີວ່າການ​ ກະຊວງ​ການ​ຕ່າງປະ​ເທດມາ​ເລ​ເຊຍ ​​ໄດ້​ຈັດ​ ກອງ​ປະຊຸມ​ຂ່າວກ່ຽວ​ກັບກອງ​ປະຊຸມສຸດຍອດອາ​ຊຽນ ຄັ້ງ​ທີ 27 (ASEAN 27) ​ແລະ ບັນດາ​ກອງ​ປະຊຸມທ່ີ​ກ່ຽວຂ້ອງ ຈະ​ຈັດ​ຂຶ້ນ​ຢູ່ ນະຄອນຫລວງກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ ​ໃນ​ວັນ​ທີ 18-22 ພະຈິກ​ນີ້ ​ໂດຍ​ຈະ​ມີບັນດາຜູ້ນຳຈາກ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ຕ່າງໆ​ ​ເຂົ້າຮ່ວມ.

​ເປົ້າ​ໝາຍ​ຕົ້ນຕໍຂອງກອງປະຊຸມນີ້ ​​​ແມ່ນ​ການສ້າງຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ຢ່າງ​ເປັນ​ທາງ​ການໃນ​ທ້າຍ​ປີ​ນີ້, ບັນດາຜູ້ນຳຈະ​ປຶກສາ​ຫາລື  ຖະແຫລ​ງການ​ຮ່ວມ ກົວ​ລາ​ລຳ​ເປີ 2015 ກ່ຽວ​ກັບວິ​ໄສ​ທັດ​ອາ​ຊຽນ 2025 ​ແລະ ​ການ​ແລກປ່ຽນບັນຫາ​ຕ່າງໆໃນ​ພາກ​ພື້ນ ​ແລະ ສາກົນ ທ່ີ​ຕ່າງ​ຝ່າຍມີ​ຄວາມ​ສົນ​ໃ​ຈຮ່ວມ​ກັນ. ນອກຈາກ​ນັ້ນ ບັນດາຜູ້ນຳ​ອາ​ຊຽນ ຍັງຈະ​ຮັບຮອງ​ເອກະສານສຳຄັນ 18 ສະບັບ ​ແລະ ​ເຂົ້າ​ຮ່ວມ​ ພິທີ​ລົງນາມ ກົດບັດ​ ອາ​ຊຽນ ກ່ຽວ​ກັບ ຕ້ານ​ການ​ຄ້າ​ມະນຸດ ​ໂດຍ​ສະ​ເພາະ​​ ແມ່​ຍິງ ​ແລະ ​ເດັກນ້ອຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...