ສສຊ ສະເໜີຫຼາຍບັນຫາໃສ່ບົດລາຍງານຂອງລັດຖະບານ

ສສຊ ສະເໜີຫຼາຍບັນຫາໃສ່ບົດລາຍງານຂອງລັດຖະບານ

ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ດຳເນີນ​ມາ​ເຖິງ​ວັນ​ທີ 10 ພະຈິກ 2013 ຢູ່​ສະພາ​ແຫ່ງ​ຊາດ ເຊິ່ງ​ເປັນ​ມື້​ທີ​ສອງ​ຂອງ​ກອງ​ປະຊຸມ​ດັ່ງກ່າວ ໂດຍ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ມີ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ປະຈຳ​ເຂດ​ເລືອກ​ຕັ້ງ​ຕ່າງໆ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ສຳລັບ​ມື້​ທີ​ສອງ​ຂອງ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ VII ບັນດາ ​ສສຊ ໄດ້​ສືບຕໍ່​ປະກອບ​ຄຳ​ຄິດ​ເຫັນ​ໃສ່​ບົດ​ລາຍ​ງານ​ຂອງ​ລັດຖະບານ ກ່ຽວ​ກັບ​ສະພາບ​ພົ້ນ​ເດັ່ນ ແລະ ຜົນ​ຂອງ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສະພາບ​ການ​ລົງທຶນ​ຂອງ​ລັດ ແຜນ​ງົບປະມານ​ແຫ່ງ​ລັດ ການ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ ການ​ປະຕິບັດ​ນະໂຍບາຍ​ເງິນຕາ​ໃນ​ປີ 2013 ກໍ​ຄື​ຜົນ​ການ​ກວດ​ສອບ​ແຜນ​ງົບປະມານ ປະຈຳ​ປີ 2011-2012 ໂດຍ ​ສສຊ ແຕ່​ລະ​ເຂດ​ກໍ​ໄດ້​ຜັດປ່ຽນ​ກັນ ຂຶ້ນ​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ພາຍ​ໃຕ້​ບັນຍາກາດ​ທີ່​ສ້າງສັນ ເພື່ອ​ເປັນ​ການ​ແລກປ່ຽນ​ຄວາມ​ຄິດ​ເຫັນ​ເຊິ່ງ​ກັນ ແລະ ກັນ ພ້ອມ​ກັນ​ຊອກ​ຫາ​ວິທີ​ທາງ​ແກ້​ໄຂ​ບັນຫາ​ໃຫ້​ມີ​ຄວາມ​ສອດຄ່ອງ ແລະ ເປັນ​ເອກະ​ພາບ​ກັນ ໃນ​ນີ້ ບັນຫາ​ທີ່ ​ສສຊ ໄດ້​ໃຫ້​ຄວາມ​ສົນໃຈ ແລະ ສະເໜີ​ໃຫ້​ລັດຖະບານ​ຊີ້​ແຈງ​ເພີ່ມ​ຕື່ມ ສ່ວນ​ໃຫຍ່​ແມ່ນ​ກ່ຽວ​ກັບ​ມາດ​ຕະການ​ຄຸ້ມ​ຄອງ​ໂຄງການ​ລົງທຶນ​ຂອງ​ລັດ ການ​ຊັບຊ້ອນ​ແຫຼ່ງ​ທຶນ ເພື່ອ​ຈັດ​ຕັ້ງ​ແຜນ​ພັດທະນາ​ຊົນນະບົດ ຍັງ​ມີ​ລັກສະນະ​ຄວາມ​ຫຼຸດ​ໂຕນ​ກັນ ບາງ​ເຂດ​ກໍ​ໄດ້​ຮັບ​ທຶນ​ຫຼາຍ ບາງ​ເຂດ​ກໍ​ໄດ້​ຮັບ​ທຶນ​ໜ້ອຍ ນອກ​ນີ້ ມາດ​ຕະການ​ແກ້​ໄຂ​ໜີ້​ສິນ​ການ​ລົງທຶນ​ຂອງ​ລັດ ໂດຍ​ສະເພາະ ການ​ແກ້​ໄຂ​ໜີ້​ສິນ ການ​ລົງທຶນ​ນອກ​ແຜນການ ເຫັນ​ວ່າ​ຍັງ​ມີ​ລັກສະນະ​ເພີ່ມ​ຂຶ້ນ​ຫຼາຍ ບໍ່​ສອດຄ່ອງ ແລະ ຂາດ​ຄວາມ​ໂປ່ງ​ໃສ​ເທົ່າ​ທີ່​ຄວນ.

ການ​ປະຕິບັດ​ລາຍ​ຮັບ​ຂອງ​ຂະແໜງການ​ເງິນ ບໍ່​ໄດ້​ຕາມ​ແຜນການ​ເກັບ​ລາຍ​ຮັບ ບາງ​ຢ່າງ​ຍັງ​ບໍ່​ມອບ​ເຂົ້າ​ງົບປະມານ​ເຊັ່ນ: ລາຍ​ຮັບ​ຈາກ​ການ​ທັບ​ມ້າງ​ກຸ່ມ​ຄ້າ-ຂາຍ​ຢາ​ເສບ​ຕິດ ທີ່​ດິນ ກໍ​ຄື​ການ​ຍົກເວັ້ນ​ພາສີ​ບາງ​ຂະແໜງການ ເຫັນ​ວ່າ​ຍັງ​ບໍ່​ມີ​ຄວາມ​ເໝາະ​ສົມ ພ້ອມ​ນີ້ ​ສສຊ ຍັງ​ໄດ້​ສະເໜີ​ໃຫ້​ຂັ້ນ​ເທິງ ໃຊ້​ມາດ​ຕະການ​ເດັດຂາດ ຕໍ່​ພວກ​ຂາຍ​ເລກ​ເຖື່ອນ ລວມ​ໄປ​ເຖິງ​ການ​ຄ້າຂາຍ​ເຖື່ອນ​ໃຫ້​ໝົດ​ໄປ ເພາະ​ບັນຫາ​ນີ້ ກໍ​ເປັນ​ການ​ກົດ​ໜ່ວງ ເຮັດ​ໃຫ້ການ​ເກັບ​ລາຍ​ຮັບ​ບໍ່​ໄດ້​ຕາມ​ແຜນ ດ້ານ​ການ​ສະໜອງ​ສິນ​ເຊື່ອ​ຂອງ​ລະບົບ​ທະນາຄານ ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ ແລະ ຈຸດ​ສຸມ​ບຸລິມະສິດ​ກໍ​ເຫັນ​ວ່າ​ຍັງ​ມີ​ໜ້ອຍ ບໍ່​ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ພ້ອມ​ດຽວ​ກັນ​ນີ້ ກໍ​ສະເໜີ​ໃຫ້​ອົງການ​ທີ່​ກ່ຽວຂ້ອງ​ເອົາໃຈໃສ່​ຕື່ມ ການ​ຕິດຕາມ​ກວດກາ​ການ​ກະທຳ​ຜິດ​ທາງ​ວິໄນ​ການ​ເງິນ ທັງ​ນີ້​ກໍ​ເພື່ອ​ເພີ່ມ​ຄວາມ​ໂປ່ງ​ໃສ ແລະ ຮັບປະກັນ​ໄດ້​ຄວາມ​ສັກສິດ​ຂອງ​ກົດໝາຍ.

ທີ່ມາhttp://www.vientianemai.net