spot_img
Homeຂ່າວການພັດທະນາຈະບໍ່ມີການຖ່າຍທອດສົດພິທີສົ່ງດາວທຽມລາວແຊັດວັນ

ຈະບໍ່ມີການຖ່າຍທອດສົດພິທີສົ່ງດາວທຽມລາວແຊັດວັນ

Published on

laosat-1

ດາວທຽມໜ່ວຍທໍາອິດຂອງ ສປປ ລາວ ທີ່ມີຊື່ວ່າ: ລາວແຊັດວັນ (laosat-1)ຈະຖືກສົ່ງຂຶ້ນວົງໂຄຈອນໂລກໃນຕໍາແໜ່ງ 128,5 ອົງສາຕາເວັນອອກ, ໃນວັນທີ 21ພະຈິກທີ່ຈະເຖິງນີ້, ທີ່ເມືອງຊີ​ຊາງ ແຂວງສີ​ສວນ ສປ ຈີນ. ນີ້ແມ່ນຄໍາຢືນຢັນຂອງທ່ານລັດຖະມົນຕີວ່າການກະຊວງໄປສະນີ,ໂທລະຄົມມະນາຄົມ ແລະ ການສື່ສານ ຫຽມ ພົມມະຈັນ ທີ່ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 18 ພະຈິກນີ້.

ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ໂຄງການດາວທຽມລາວໄດ້ເລີ່ມຕົ້ນມາແຕ່ປີ 2006, ໂດຍລັດຖະບານໄດ້ຢືນໜັງສືຈອງ ແລະ ນໍາໃຊ້ຕໍາແໜ່ງວົງໂຄຈອນດັ່ງກ່າວ ແລະ ດໍາເນີນການຊອກຫາແຫລ່ງທຶນເພື່ອມາພັດທະນາໂຄງການນີ້ແລະ ຮອດປີ 2012 ຈຶ່ງໄດ້ກູ້ຢືມນໍາ ສປ ຈີນ ໃນມູນຄ່າ 258 ລ້ານໂດລາສະຫະລັດເພື່ອຈັດຕັ້ງປະຕິບັດໂຄງການກໍ່ສ້າງດາວທຽມລາວທີ່ປະກອບດ້ວຍ: ສະຖານີບັນຊາພາກພື້ນດິນ, ລູກສອນໄຟເພື່ອສົ່ງດາວທຽມ, ໜ່ວຍດາວທຽມ ແລະ ພັດທະນາບຸກຄະລາກອນເພື່ອຄຸ້ມຄອງ, ເຊິ່ງມາຮອດປັດຈຸບັນໜ້າວຽກທັງໝົດແມ່ນມີຄວາມພ້ອມແລ້ວ 100%, ໂດຍສະເພາະລູກສອນໄຟເພື່ອສົ່ງດາວທຽມແມ່ນເຂົ້າປະຈໍາທີ່ຢູ່ຖານປ່ອຍເປັນ

ທີ່ຮຽບຮ້ອຍ ແລະ ໜ່ວຍດາວທຽມກໍເຂົ້າປະຈໍາທີ່ແລ້ວ, ສ່ວນສະຖານີບັນຊາພາກພື້ນດິນທີ່ຕັ້ງຢູ່ຫລັກ 14 ຖະໜົນທ່າເດື່ອເມືອງຫາດຊາຍຟອງນະຄອນຫລວງວຽງຈັນ ໂດຍບັນຊາດ້ວຍລະບົບໂທລະພາບ ແລະ ໂທລະຄົມເຄືອຂ່າຍການສື່ສານທີ່ບໍ່ໃຊ້ສາຍຄວາມໄວສູງກໍມີຄວາມພ້ອມແລ້ວ.

ທ່ານລັດຖະມົນຕີກະຊວງດັ່ງກ່າວ ໃຫ້ຮູ້ວ່າ: ດາວທຽມໜ່ວຍນີ້ແມ່ນມີໜ້າທີ່ບໍລິການລະບົບໂທລະຄົມມະນາຄົມແລະ ການກະຈາຍໂທລະພາບລະບົບ ເຄຢູແບນ (Ku band) ແລະ ຊີແບນ (C band) ມີທັງໝົດ 22 ຊ່ອງ, ໂດຍຈະຖືກນໍາໃຊ້ເຂົ້າໃນວຽກງານການສື່ສານຂອງພາກລັດ ແລະ ສັງຄົມທົ່ວໄປ, ໃຫ້ເຊົ່າຊ່ອງສັນຍານແກ່ຕ່າງປະເທດ,ບໍລິການໂທລະພາບຜ່ານດາວທຽມ ແລະ ການສື່ສານຕ່າງໆ, ໂດຍມີອາຍຸການນໍາໃຊ້ງານ 15ປີ, ປັດຈຸບັນແມ່ນສໍາເລັດການລົງນາມຮ່ວມທຶນເພື່ອບໍລິຫານດາວທຽມໜ່ວຍນີຄື: ລັດຖະບານລາວຖືຮຸ້ນ 45%, ບໍລິສັດໂທລະຄົມຈີນ35%, ບໍລິສັດກຸ່ມອາວະກາດຈີນ 15% ແລະ ບໍລິສັດເຕັກໂນໂລຊີດາວທຽມຮົງກົງ 5%. ຜົນສໍາເລັດຈາກໂຄງການນີ້ແມ່ນຈະສ້າງຜົນປະໂຫຍດຫລວງຫລາຍໃຫ້ແກ່ປະເທດຊາດ ເປັນຕົ້ນ: ຈະເປັນພື້ນຖານສໍາຄັນສໍາລັບວຽກງານໂທລະຄົມມະນາຄົມ ແລະ ການສື່ສານ, ການກະຈາຍສຽງ-ໂທລະພາບ ແລະ ຈະກະຕຸກຊຸກຍູ້ໃຫ້ເສດຖະກິດແຫ່ງຊາດມີການເຕີບໃຫຍ່ຂະຫຍາຍຕົວດີຂຶ້ນ.

ແຫ່ລງຂ່າວ

ລພນ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...