Homeມູມໄອທີລາວຄອນເຊັບ iPhone 7 ມາແລ້ວ ຖ້າງາມແບບນີ້ ຖືກໃຈຄົນທີ່ບໍ່ຊື້ 6s ແນ່ນອນ

ຄອນເຊັບ iPhone 7 ມາແລ້ວ ຖ້າງາມແບບນີ້ ຖືກໃຈຄົນທີ່ບໍ່ຊື້ 6s ແນ່ນອນ

Published on

ເອີ້ນວ່າ​ເປັນ​ສະ​ມາດ​ໂຟນ​ທີ່​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ຕໍ່​ເນື່ອງ​ສຳລັບ iPhone ເຖິງວ່າ​ລຸ້ນ​ໃໝ່​ຈະ​ຫາກໍ່​ທຳການ​ເປີດ​ຕົວ​ໄປ​ບໍ່ດົນ ຫລ້າ​ສຸດ​ນັ້ນ​ກະ​ແສ​ຂອງ   iPhone 7  ຍັງ​ຮ້ອນ​ແຮງ​ຢ່າງ​ຕໍ່​ເນື່ອງ!!!

untitled-1

ໂດຍ​ຫລ້າ​ສຸດ​ມີ​ພາບ​ຄອນ​ເຊັບ iPhone 7  ອອກ​ມາ​ໃຫ້​ໄດ້ຊົມ​ກັນ​ແລ້ວ ຜົນ​ງານ​ການ​ອອກ​ແບບ​ດັ່ງ​ກ່າວ​ເປັນ​ຂອງ​ Jermaine Smith ທີ່​ເຮັດໃຫ້​ເຮົາ​ຈິນຕະ​ນາ​ການ​ຕາມ​ໄປ​ວ່າ iPhone 7  ລຸ້ນ​ໃໝ່​ຈະ​ມາ​ພ້ອມ​ຂະໜາດ ຈໍ​ຂະໜາດ 4.7 ນິ້ວ ແບບ Super AMOLED ຄວາມ​ລະອຽດ​ລະ​ດັບ Full HD, ພອດ USB Type-C  ຮອງ​ຮັບ​ລະບົບ​ການ​ສາກແບບ​ໄຮ້​ສາຍ​ເຊັ່ນ​ດຽວ​ກັບ​ຄ້າຍ​ຄູ່​ແຂ່ງ ແລະ​ກ້ອງ​ດ້ານ​ຫລັງ​ທີ່​ມາ​ພ້ອມ​ຄວາມ​ລະອຽດ 16 ລ້ານ​ພິກ​ເຊລ

ສ່ວນ​ເລື່ອງ​ຂອງ​ການ​ດີ​ໄຊນ໌​ນັ້ນ​ຈາກ​ພາບ​ດັ່ງ​ກ່າວ​ຍັງ​ບໍ່​ຄ່ອຍ​ໂດດ​ເດັ່ນ​ເທົ່າໃດ​ພຽງ​ແຕ່​ມັນ​ບາງ​ຫລາຍ

ບົດຄວາມຫຼ້າສຸດ

ເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

ໃນວັນທີ 03 ມິຖຸນາ 2026 ທີ່ຜ່ານມາ ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນບັນດາປະເທດຢູ່ທະວີບອາຟຣິກາ. ພະຍາດອີໂບລາເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ເປັນພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້...

ມ້າງແກ້ງສະແກມເມີຈີນ ເຈົ້າໜ້າເມືອງໄຊທານີ ເຂົ້າມ້າງແກ້ງສະແກມເມີ ກັກຕົວຜູ້ກະທຳຜິດ 24 ຄົນ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ. ຄຽງຄູ່ກັນນັ້ນ,...

ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນຊ່ຽວຊານ ນະຄອນຫາງໂຈ  ແຂວງເຈີ້ຈ່ຽງ  ສປ ຈີນ

ໃນວັນທີ 02 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ...