spot_img
Homeຂ່າວການພັດທະນາດາວທຽມລາວ ຈະສະໜອງຄວາມສະດວກ ດ້ານການສ່ືສານ-ສຶກສາ-ການແພດທາງໄກ

ດາວທຽມລາວ ຈະສະໜອງຄວາມສະດວກ ດ້ານການສ່ືສານ-ສຶກສາ-ການແພດທາງໄກ

Published on

laosat1

ຂປລ. ດາວ​ທຽມ​ດວງ​ທໍາ​ອິດ​ຂອງ​ລາວ​ ຈະ​ມີ​ພິທີ​ສົ່ງ​ຂຶ້ນ​ສູ່​ວົງ​ໂຄຈອນ ​ໃນ​ວັນ​ທີ 21 ​ພະຈິກ 2015 ນີ້ ​ເພື່ອ​ເປັນ​ຂອງຂວັນ​ພິ​ເສດໃຫ້​ແກ່ ສປປ ລາວ  ​ເນື່ອງ​ໃນ​ໂອກາດ​ທີ່ ສປປ ລາວ ຈະ​ສະ​ເຫລີ​ມສະຫລ​ອງ ວັນ​ຊາດ ທີ 2 ທັນວາ ຄົບຮອບ 40 ປີ. ດາວ​ທຽມ​ດວງດັ່ງກ່າວມີ​ຊື່ວ່າ Laosat-1 ຈະ​ຖືກ​ສົ່ງ​ຂຶ້ນ​ສູ່​ອາ​ວະ​ກາດ ​ແລະ ​ໂຄຈອນ​ຢູ່​ມູມ 128,5 ອົງສາ​ຕາ​ເວັນ​ອອກ ​ເປັນ​ດາວ​ທຽມ​ສື່ສານ​ ທີ່​ສາມາດ​ໃຫ້ການ​ບໍ​ລິ​ການ​ທາງ​ວິທະຍຸ, ​ໂທລະພາບ ​ແລະ ​ໂທລະ​ຄົມມະນາຄົມ​ພາກ​ພື້ນ​ດິນ ​ໂດຍ​ນຳ​ໃຊ້​ຄື້ນຄວາມ​ຖີ່ C ​ແລະ KU-Band ລວມມີ 22 ຊ່ອງ​ສັນຍານ.

ຕາມ​ຂໍ້​ມູນ​ຈາກ​ກະຊວງ​ໄປສະນີ ​ໂທລະ​ຄົມມະ​ນາ​ຄົມ ​ແລະ ການ​ສື່ສານ ​ໃຫ້​ຮູ້​ວ່າ: ພາຍຫລັງສຳເລັດ​ການ​ສົ່ງ​ດາວ​ທຽມ Laosat-1 ຂຶ້ນ​ສູ່​ວົງ​ໂຄຈອນ​ ຈະ​ມີ​ການ​ສ້າງຕັ້ງ​ບໍລິສັດ​ຮ່ວມ​ທຶນ ເຊິ່ງ​ປະກອບ​ມີ​ລັດຖະບານ​ລາວ ແລະ ບໍລິສັດ​ ຜູ້​ມີ​ປະສົບ​ການ​ດ້ານ​ການ​ບໍລິການ​ດາວ​ທຽມ​ລະດັບ​ສາກົນ ຄື: ລັດຖະບານ​ລາວ 45% ບໍລິສັດ China-Pacific Mobile Telecommunications Satellite (APMT) ຂອງ​ຈີນ 35% ບໍລິສັດ Space Star Technology (SSTC) ຂອງ​ຈີນ 15% ແລະ ບໍລິສັດ Asia pacific Satellite Technology (APST) (ຮົງ​ກົງ) 5% ການ​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ທຶນ​ດັ່ງກ່າວ ແມ່ນ​ເພື່ອ​ຄວາມ​ສະດວກ​ໃຫ້​ບໍລິສັດ​ຮ່ວມ​ທຶນ​ມີ​ຄວາມ​ສະດວກ ​ໃນ​ວຽກ​ບໍລິການ ການ​ສື່ສານ​ຜ່ານ​ດາວ​ທຽມປະເພດ​ຕ່າງໆ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ເຊັ່ນ: ການ​ສື່ສານ​ ສຳລັບ​ວຽກ​ງານ​ຂອງ​ລັດ, ການ​ໃຫ້​ເຊົ່າ​ຊ່ອງ​ດາວທຽມການ​ບໍລິການ​ໂທລະພາບ​ຜ່ານ​ດາວ​ທຽມ, ການ​ສື່ສານ​ສຳລັບ​ເຂດ​ຊົນນະບົດ ແລະ ຫ່າງ​ໄກ​ສອກຫລີກ, ການ​ສຶກ​ສາ ແລະ ການ​ແພດ​ທາງໄກ, ລະບົບ​ໂທລະ​ຄົມມະນາຄົມ ແລະ ອິນ​ເຕີ​ເນັດການ​ສື່ສານ ​ໃນ​ວຽກງານ​ບັນເທົາ​ທຸກ ແລະ ຟື້ນ​ຟູ​ຈາກ​ໄພພິບັດ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...