spot_img
Homeຄວາມງາມວິທີກຳຈັດຂີ້ໄຄ..ເຜີຍຜິວກະຈ່າງໃສ

ວິທີກຳຈັດຂີ້ໄຄ..ເຜີຍຜິວກະຈ່າງໃສ

Published on

27_20151105162619.
ຫາກເຮົາກຳຈັດຂີ້ໄຄເປັນປະຈຳ ນຳເຊວຜິວເກົ່າອອກກໍ່ຈະເຜີຍຜິວໃໝ່ທີ່ກະຈ່າງ ໃສຂຶ້ນ ຫາກເຮັດເປັນປະຈຳຜິວກໍ່ຈະຂາວກະຈ່າງໃສ ການຂັດຂີ້ໄຄໃຫ້ອອກໄປຈາກຜິວ ມີຢູ່ຫລາຍວິທີ
1. ນ້ຳອຸ່ນ
ເປັນວິທີທີ່ງ່າຍຫລາຍ ຫລັງອາບນ້ຳໃຊ້ຜ້າຂົນໜູຊັບນ້ຳອຸ່ນ ແລ້ວນຳມາຂັດຜິວເບົາໆ
2. ໃຍບວບ
ການໃຊ້ໃຍບວບຂັດຜິວ ກໍ່ງ່າຍເຊັ່ນກັນ ສາມາດໃຊ້ຮ່ວມກັບສະບູໃນຂະນະທີ່ເຮົາກຳລັງອາບນ້ຳ ແຕ່ຄວນໃຊ້ຢ່າງລະວັງ ບໍ່ຄວນຮຸນແຮງ ເພາະອາດເຮັດໃຫ້ຜິວລະຄາຍເຄືອງໄດ້
3. ໝາກຂາມປຽກ
ພູມປັນຍາຊາວບ້ານ ມີຄຸນສົມບັດຊ່ວຍສະໝານຜິວຫລັງຈາກທີ່ຂັດສິ່ງເປິເປື້ອນອອກໄປແລ້ວ ມີວິຕາມິນຊີສູງໃຊ້ຂັດຜິວໃນຂະນະທີ່ອາບນ້ຳ
4. ຜະລິດຕະພັນສະຄັບຜິວ
ຜະລິດຕະພັນເຫລົ່ານີ້ມີອອກມາຫລວງຫລາຍ ແຖມຍັງເພີ່ມສ່ວນປະສົມຂອງສານບຳລຸງຜິວອີກຫລາຍຊະນິດ ເປັນການຂັດຜິວທີ່ເຊື່ອມສະພາບ ແຖມຍັງໄດ້ບຳລຸງໄປໃນໂຕ
ການຂັດຜິວເປັນປະຈຳຊ່ວຍເຜີຍຜິວໃສແຕ່ບໍ່ຄວນຂັດຫຼາຍເກີນໄປແລະຮຸນແຮງເກີນໄປອາດຈະເຮັດໃຫ້ຜິວລະຄາຍເຄືອງ
ຜິວບາງໄວຕໍ່ແດດ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...