spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມໝາກສີດານັ້ນມີປະໂຫຍດຫລາຍກວ່າທີ່ທ່ານຄິດ

ໝາກສີດານັ້ນມີປະໂຫຍດຫລາຍກວ່າທີ່ທ່ານຄິດ

Published on

gvava
ຮູ້ ຫລື ບໍ່? ໝາກສີດານັ້ນມີປະໂຫຍດຫລາຍກວ່າທີ່ທ່ານຄິດ ໝາກສີດາເປັນຫມາກໄມ້ທີ່ຫາຊື້ໄດ້ງ່າຍ ມີຕະຫລອດທັງປີແລະລາຄາບໍ່ແພງ ແຕ່ມີຄຸນຄ່າທາງໂພດສະນາການສູງຫຼາຍ ໝາກສີດາມີວິຕາມິນສູງ ໃຊ້ແກ້ອາການເຈັບທ້ອງ ລະງັບກິ່ນປາກ ຊ່ວຍປ້ອງກັນພະຍາດເລືອດອອກຕາມໄລແຂ້ວ ບຳລຸງເຫງືອກ ແລະ ແຂ້ວ ບຳລຸງຜິວພັນ ແລະມີສານເບຕ້າແຄໂລທີນ ຊ່ວຍຫຼຸດສານພິດໃນຮ່າງກາຍ ຊ່ວຍຫຼຸດລະດັບໄຂມັນໃນຫລອດເລືອດ ປ້ອງກັນບໍ່ໃຫ້ໄຂມັນຈັບທີ່ຝາຫລອດເລືອດ ຊຶ່ງເປັນສາເຫດຂອງພະຍາດເລືອດແຂງຕົວ ບາງຄົນອາດຈະບໍ່ມັກຮັບປະທານໝາກສີດາສົດໆ ມື້ນີ້ເຮົາເລີຍມີສູດການເຮັດ ນ້ຳໝາກສີດາ ມາຝາກ ບໍ່ຍາກເລຍ
ສ່ວນປະກອບ
• ໝາກສີດາ 2 ໜ່ວຍ
• ນ້ຳຕົ້ມສຸກ 200 ກຣາມ
• ນ້ຳເຊື່ອມ 15 ກຣາມ
• ເກືອ 2 ກຣາມ
ວິທີເຮັດ
• ນຳໝາກສີດາມາລ້າງໃຫ້ສະອາດ ແລະ ຝານເປັນປ່ຽງນ້ອຍໆ (ໃຊ້ແຕ່ເນື້ອໝາກສີດາ)
• ນຳໝາກສີດາທີ່ຝານແລ້ວໃສ່ໃນເຄື່ອງປັ່ນ ຕື່ມນ້ຳຕົ້ມສຸກແລະປັ່ນຈົນລະອຽດ
• ຕອງດ້ວຍຜ້າຂາວບາງ ຕື່ມນ້ຳເຊື່ອມ ແລະ ເກືອ ຊິມລົດຊາດຕາມໃຈມັກໄດ້ເລີຍ
ນ້ຳໝາກສີດາ ເຮັດບໍ່ຍາກເລີຍແມ່ນບໍ່? ຖ້າຫາກໃສ່ແກ້ວທີ່ສະອາດສາມາດແຊ່ເຢັນໄວ້ໄດ້ເຖິງ 5-7 ມື້ເລີຍ ລອງເຮັດແລ້ວແຊ່ເຢັນເກັບໄວ້ດື່ມແກ້ຮ້ອນ ແລະ ຍັງໄດ້ປະໂຫຍດຕໍ່ສຸກຂະພາບອີກດ້ວຍ

ບົດຄວາມຫຼ້າສຸດ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...

ແຈ້ງເຕືອນ ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025

ແຈ້ງເຕືອນ 5 ເມືອງໃນແຂວງອັດຕະປືກຽມຮັບມື ເຂື່ອນໄຟຟ້າ ອາເລື່ອຍ ຈະມີການປ່ອຍນ້ຳ ໃນວັນທີ 12 ມິຖຸນາ 2025. ອີງຕາມແຈ້ງການຂອງຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງອັດຕະປື ລົງເມື່ອວັນທີ 11 ມິຖຸນາ 2025...

ຊີ້ແຈງແລ້ວ! ກະຊວງ ຍທຂ ຊີ້ແຈງການເປ່ເພຊຸດໂຊມຂອງເສັ້ນທາງຍ້ອນຫຼາຍບັນຫາ.

ຍທຂ ຊີ້ແຈງ ເສັ້ນທາງເປ່ເພ ຍ້ອນກໍ່ສ້າງມາດົນ ນຳໃຊ້ມາດົນ ງົບປະມານທີ່ນຳໃຊ້ໃນການສ້ອມແປງ ໃນແຕ່ລະປີບໍ່ພຽງພໍກັບຄວາມຕ້ອງການ. ໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງວັນທີ 10 ມິຖຸນາ...