spot_img
Homeຂ່າວພາຍ​ໃນລັດຖະບານເລັ່ງຍົກລະດັບ ການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ

ລັດຖະບານເລັ່ງຍົກລະດັບ ການແກ້ໄຂຂໍ້ຂັດແຍ່ງດ້ານເສດຖະກິດ

Published on

019045f9a22e00afa0fe0f773db64490

ກະຊວງ​ຍຸຕິ​ທຳ ໂດຍ​ໄດ້​ຮັບການ​ສະໜັບສະໜູນ​ຈາກ​ສະຖານທູດ ສາທາລະນະ​ລັດສິງກະໂປ ປະຈຳ​ລາວ ຈັດ​ອົບຮົມ​ວຽກ​ງານ ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ເສດຖະ​ກິດ​ຂຶ້ນ ​ລະຫວ່າງວັນ​ທີ 16-17 ພະຈິກ 2015 ທີ່​ສູນ​ການ​ຮ່ວມມື​ສາກົນ ລາວ-ຍີ່ປຸ່ນ (ຫຼັກ 5) ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ມີທ່ານ ບຸນ​ສະຫວາດ ບຸບຜາ ລັດຖະ​ມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸຕິ​ທຳ ທ່ານ ໂດມີ​ນິກ ​ກອກ ເອກອັກ​ຄະ​ລັດ​ຖະ​ທູດສິງກະໂປ ປະຈຳລາວ ພ້ອມ​ດ້ວຍ​ຜູ້ຕາງໜ້າຈາກ​ຂະແໜງການ​ກ່ຽວຂ້ອງ ທັງພາກ​ລັດ-ເອກະ​ຊົນ ແລະ ອົງການຈັດຕັ້ງ​ສາກົນ ທີ່​ຈັດ​ຕັ້ງ​ປະຕິ​ບັດ​ວຽກ​ງານແກ້​ໄຂ​ຂໍ້​ຂັດ​ແຍ່ງດ້ານ​ເສດຖະກິດ​ເຂົ້າ​ຮ່ວມ.

ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຍຸຕິ​ທຳ ໄດ້​ກ່າວ​ວ່າ: ເປົ້າ​ໝາຍ​ສຳຄັນ​ຂອງ​ການ​ອົບຮົມ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ຖອດຖອນ​ບົດຮຽນ ແລະ ແລກປ່ຽນ​ປະສົບ​ການ​ກ່ຽວ​ກັບ​ການ​ດຳເນີນການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ທາງ​ດ້ານເສດຖະກິດ ແບບ​ມີ​ທາງ​ເລືອກ ໂດຍ​ສະເພາະແມ່ນ​ ການ​ແກ້​ໄຂຂໍ້​ຂັດ​ແຍ່ງ​ທາງ​ດ້ານ​ການ​ຄ້າ​ສາກົນ ທາງ​ດ້ານ​ການ​ລົງທຶນ ດ້ວຍການ​ໄກ່​ເກ່ຍ ແລະ ການ​ຕັດສິນ ໂດຍ​ຄະນະ​ກຳມະການທັງ​ນີ້ ເພື່ອ​ເພີ່ມ​ທະວີ​ຄວາມ​ເປັນ​ເອກະພາບ​ໃນ​ການ​ປັບປຸງ ແລະ ດຳເນີນ​ວຽກ​ງານ​ຂອງ​ຂະແໜງການ​ແກ້​ໄຂ​ຂໍ້​ຂັດ​ແຍ່ງ​ ໃຫ້​ມີຄວາມ​ເປັນ​ເອກະ​ພາບ ແລະ ສອດຄ່ອງ​ໃນ​ການ​ປະຕິບັດ​ວຽກງານ​ຕົວ​ຈິງ ເຊິ່ງ​ຕະຫຼອດ​ໄລຍະ 2 ວັນ ຜູ້​ເຂົ້າ​ຮ່ວມ​ຈະ​ໄດ້​ຮັບ​ຮູ້ ແລະ ເຂົ້າໃຈ​ແຈ້ງ​ເຖິງ​ບັນດາ​ລະບຽບການ ວິທີ​ການ ຂັ້ນ​ຕອນ ລວມທັງ​ເຕັກນິກ ແລະ ທັກ​ສະຂອງຂະ​ບວນ​ການ​ດຳເນີນ​ການ​ໄກ່ເກ່ຍ ແລະ ດຳເນີນ​ການ​ຕັດສິນ ໂດຍ​ຄະນະ​ກຳມະການ​ນອກ​ລະບົບ​ສານ​ປະຊາຊົນ​ຕື່ມ​ອີກ.

ແຫ່ລງຂ່າວ

ວຈໝ

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...