spot_img
Homeວິທະຍາສາດ-ວິທະຍາການອາຍຸຫລາຍຍິ່ງສ່ຽງເປັນພະຍາດຊຶມເສົ້າ

ອາຍຸຫລາຍຍິ່ງສ່ຽງເປັນພະຍາດຊຶມເສົ້າ

Published on

f5112aefafd549b235794c2f692f146d

ບາງ​ຄົນ​ບອກວ່າ​ຄົນ​ສູງ​ອາ​ຍຸ​ມັກ​ຈະ​ມີ​ຄວາມ​ສຸກ​ຫລາຍກວ່າ​ຄົນ​ໜຸ່ມ​ສາວ ແຕ່​ນັກ​ວິ​ໄຈ​ທີ່​ມະຫາ​ວິທະຍາ​ໄລ​ແບັລກ​ຟອ​ດຊີ້​ວ່າ​ບໍ່ແມ່ນ

ໂດຍ​ເຜີຍ​ວ່າ ຄົນ​ເຮົາ​ຈະ​ເປັນ​ພະຍາດ​ຊຶມ​ເສົ້າ​ຫລາຍ​ຂຶ້ນ​ເມື່ອ​ອາ​ຍຸ 65 ປີ​ເປັນ​ຕົ້ນ​ໄປ ແລະ​ ຈະ​ເພີ່ມ​ຂຶ້ນ​ຕໍ່ໄປ​ເລື້ອຍ​ໆ

ການສຶກສາ​ເທື່ອ​ນີ້ ນຳ​ໂດຍ ດຣ. ເຮ​ເລ​ນາ ຊຸຍ ແຫ່ງ​ມະຫາ​ວິທະຍາ​ໄລ​ແບັ​ລກ​ຟອ​ດ ໄດ້ຮັບ​ການ​ເຜີຍແຜ່​ໃນ​ວາລະ​ສານ​ວິ​ຊາ​ການ Psychology and Aging ແລ້ວ ຫລັງ​ຈາກ​ທີ່​ໄດ້​ມີ​ການສຶກສາ​ກຸ່ມ​ຕົວ​ຢ່າງ​ປະຊາກອນ​ຊາວ​ອອດສ໌​ເຕ​ເລຍ​ກວ່າ 2,000 ຄົົນທີ່​ຢູ່ໃນ​ພື້ນ​ທີ່​ເມືອງ​ແອ​ດິ​ເລດ ທາງ​ຕອນ​ໃຕ້​ຂອງ​ອອດ​ສ໌ເຕ​ເລຍ

ກ່ອນ​ໜ້າ​ນີ້ ເຄີຍ​ມີ​ການສຶກສາ​ວ່າ ອາການ​ຊຶມ​ເສົ້າ​ຈະ​ມີ​ໂອ​ກາດ​ເກີດ​ຫລາຍ​ຂຶ້ນ​ເມື່ອ​ອາ​ຍຸ​ເພີ່ມ​ຂຶ້ນ ແຕ່​ຈະ​ຢຸດ​ເພີ່ມ​ຕັ້ງ​ແຕ່​ອາ​ຍຸ 85 ປີ​ເປັນ​ຕົ້ນ​ໄປ ແຕ່​ງານ​ວິ​ໄຈ​ເທື່ອ​ນີ້​ເປັນ​ສະບັບ​ທຳອິດ​ທີ່​ເຮັດ​ການສຶກສາ​ວ່າ ພະຍາດ​ຊຶມ​ເສົ້າ​ນັ້ນ​ອາດຈະ​ໄປ​ໄກ​ກວ່າ​ອາ​ຍຸ​ນັ້ນ

ໃນ​ການ​ວິ​ໄຈ​ເທື່ອ​ນີ້ ມີ​ຜູ້​ເຂົ້າ​ຮ່ວມ​ການ​ທົດລອງ​ທັງ​ຊາຍ​ແລະ​ຍິງ ໂດຍ​ທັງ​ສອງ​ເພດ​ໄດ້​ລາຍ​ງານ​ວ່າ​ມີ​ອາການ​ພະຍາດ​ຊຶມ​ເສົ້າ​ຫລາຍ​ຂຶ້ນ​ເລື້ອ​ຍໆ​ເມື່ອ​ອາ​ຍຸ​ເພີ່ມ​ຂຶ້ນ ໂດຍ​ຜູ້ຍິງ​ຈະ​ເລີ່ມ​ມີ​ອາການ​ພະຍາດ​ຊຶມ​ເສົ້າ​ໄວ​ກວ່າ​ຜູ້​ຊາຍ ແຕ່​ຜູ້​ຊາຍ​ຈະ​ມີ​ອັດຕາ​ການ​ເພີ່ມ​ຂຶ້ນ​ຫລາຍກວ່າ

ປັດ​ໄຈ​ສຳຄັນ​ທີ່​ເຮັດໃຫ້​ເກີດ​ການ​ເພີ່ມ​ຂຶ້ນ​ຂອງ​ພະຍາດ​ຊຶມ​ເສົ້າ​ຄື ສະພາບ​ຮ່າງກາຍ​ທີ່​ອ່ອນແຮງ​ລົງ​ໄປ ສະພາບ​ທີ່​ຕ້ອງ​ເຂົ້າ​ຮັບ​ການ​ປິ່ນປົວ​ທາງ​ການ​ແພດ ຄວາມ​ຜິດ​ປົກກະຕິ​ຊຳເຮື້ອ​ຕ່າງໆ ແລະ ​ຄວາມ​ຕາຍ​ທີ່​ຈະ​ເຂົ້າ​ມາ ກວ່າ​ເຄີ່ງ​ຂອງ​ກຸ່ມ​ຕົວ​ຢ່າງ​ມີ​ອາການ​ພະຍາດ​ປວດ​ຂໍ້ ແລະ​ທັງ​ຜູ້​ຊາຍ​ແລະ​ຜູ້ຍິງ​ຕ່າງ​ທີ່​ມີ​ອາການ​ປ່ວຍ​ຊຳເຮື້ອ​ບາງຢ່າງ​ຈະ​ລາຍ​ງານ​ວ່າ​ເປັນ​ພະຍາດ​ຊຶມ​ເສົ້າ​

ດຣ. ຊຸຍ​ຊີ້​ວ່າ “ການ​ຄົ້ນ​ພົບ​ເທື່ອ​ນີ້​ສຳຄັນ​ຫລາຍ ແລະ​ສາມາດ​ນຳ​ໄປ​ຕໍ່ຍ​ອດ​ໄດ້​ວ່າ​ເຮົາ​ຈະ​ຮັບ​ມື​ກັບ​ກຸ່ມ​ອາ​ຍຸ​ຕ່າງໆ​ຢ່າງໃດ ນີ້ເປັນ​ການສຶກສາ​ເທື່ອ​ທຳອິດ​ທີ່​ບອກວ່າ ອາການ​ພະຍາດ​ຊຶມ​ເສົ້າ​ຈະ​ເພີ່ມ​ຂຶ້ນ​ຕໍ່ໄປ​ເລື້ອຍ​ໆ ແມ່ນ​ຢູ່​ວ່າ​ສະໄໝ​ນີ້​ຄົນ​ເຮົາ​ຢູ່​ໄດ້​ດົນ​ຂຶ້ນ​ແລະ​ຄົົນທີ່​ສູງ​ອາ​ຍຸ​ກໍ​ມີ​ຫລາຍ​ຂຶ້ນ ແຕ່ເບີ່ງອີກ​ແງ່​ໜຶ່ງ​ກໍ​ຖື​ເປັນ​ເລື່ອງ​ຍາກ​ທີ່​ຈະ​ຮັບ​ມື​”

“ມັນ​ຄື​ກັບ​ວ່າ ເຮົາ​ຈະ​ຕ້ອງ​ເບິ່ງ​ເຖິງ​ຕົວ​ເລກ​ໃຫ້​ຊັດເຈນວ່າ​ເຮົາ​ຄວນ​ຈະ​ຈັດການ​ໃຫ້​ບໍລິການ​ລະ​ດັບ​ໃດ​ຈຶ່ງ​ຈະ​ພຽງ​ພໍ ໂດຍ​ສະເພາະ​ໃນ​ເລື່ອງ​ຂອງ​ການ​ໃຫ້​ການ​ສະໜັບສະໜູນ​ສຸກຂະພາບ​ຈິດ​ໃຈ​ແລະ​ການ​ຈັດການ​ກັບ​ການ​ເຈັບ​ປ່ວຍ​ຕ່າງໆ ນະໂຍບາຍ​ສາທາລະນະ​ແລະ​ໂຄງ​ສ້າງ​ທີ່​ສະໜັບສະໜູນ​ຄົນ​ສູງ​ອາ​ຍຸ ເຊັ່ນ ລະບົບ​ການ​ຂົນ​ສົ່ງ​ສາທາລະນະ ແລະ​ການ​ເຂົ້າ​ເຖິງ​ບໍລິການ​ສຸກຂະພາບ ຈະ​ຕ້ອງ​ມີ​ໃຫ້​ພຽງ​ພໍ​ສຳລັບ​ກຸ່ມ​ເປົ້າ​ໝາຍ​ທີ່​ສູງ​ອາ​ຍຸ​ທັງ​ໝົດ​ນີ້”

ບົດຄວາມຫຼ້າສຸດ

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...

ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ

ພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA Arena ແຫ່ງທຳອິດຂອງ ສປປ ລາວ. ສະຫະພັນບານເຕະແຫ່ງຊາດລາວຮ່ວມກັບສະຫະພັນບານເຕະນານາຊາດ(FIFA), ອຳນາດການປົກຄອງນະຄອນຫຼວງວຽງຈັນ,ເມືອງໄຊເສດຖາ ແລະ ບ້ານນາຄວາຍໃຕ້ ຈັດພິທີເປີດສະໜາມກິລາບານເຕະຂະໜາດນ້ອຍພາຍໃຕ້ໂຄງການ FIFA(FIFA Arena Project) ແຫ່ງທຳອິດຂອງ...