Homeນານາສາລະສຽງກອບແກ໊ບ ເວລາ ບິດຄີງຂີ້ຄ້ານແມ່ນຫຍັງ

ສຽງກອບແກ໊ບ ເວລາ ບິດຄີງຂີ້ຄ້ານແມ່ນຫຍັງ

Published on

235216

ທຸກເທື່ອທີ່ບິດຂີ້ຄ້ານ ຂ້ອຍຮູ້ສຶກຄືມີສຽງດັງກອບທົ່ວຕົວ ແບບນີ້ຮ້ອງວ່າຜິດປົກກະຕິຫລືບໍ່?

ແລ້ວແຕ່ກໍລະນີ ເຈົ້າຮູ້ສຶກເຈັບຫລືຮູ້ສຶກດີ ຫາກຮູ້ສຶກເຈັບ ອາດເປັນເພາະອາການອັກເສບ ກ້າມເນື້ອຈີກຂາດ ຫລືກະດູກສັນຫລັງຜິດຮູບ ຖ້າເຈັບດົນເກີນອາທິດ ຄວນຈະໄປພົບແພດ ແຕ່ຖ້າເຈົ້າຄ່ອຍ ໆ ຍືດຕົວແລ້ວຮູ້ສຶກສະບາຍຕອນໄດ້ຍິນສຽງຄອບໆ ຈາກພາຍໃນຮ່າງກາຍຢ່າຟ້າວກັງວົນໃຈ ເພາະນັ້ນຄືສຽງຂອງຟອງແກສໄນໂຕເຈນທີ່ໄຫລມາລວມກັນ ແລ້ວລະເບີດອອກຕອນທີ່ຂອງແຫຼວໄຫລໄປມາພາຍໃນໄຂຂໍ້ (ຄ້າຍກັບການປ່ອຍຄວາມດັນເວລາຢູ່ເທິງຍົນແລ້ວຫາວ ເພື່ອກຳຈັດອາການຫູອື້ນັ້ນເອງ) ຫລືບາງເທຶ່ອທ່ານອາດໄດ້ຍິນສຽງເສັ້ນເອັນຫລຸດອອກຈາກຕຳແໜ່ງເດີມຂອງມັນ ແລ້ວກັບເຂົ້າໄປ ໃໝ່ຕອນທ່ານໝຸນຂໍ້ຕີນ ແຕ່ບໍ່ວ່າຈະເປັນແບບໃດກໍປອດໄພ.

ບົດຄວາມຫຼ້າສຸດ

ກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາເເບບຍືນຍົງ ເເລະ ວຽກງານອື່ນໆທີ່ກ່ຽວຂ້ອງ.

ໃນວັນທີ 21 ສິງຫາ 2026, ທີ່ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ປະຈໍາປີ 2026, ໂດຍການເປັນປະທານຂອງ...

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ເອກອັກຄະລາຊະທູດ ແຫ່ງ ສະຫະນະຄອນ ເອເມຣັດ ອາຣັບ ປະຈໍາ ສປປ ລາວ.

ໃນຕອນບ່າຍຂອງວັນທີ 19 ສິງຫາ 2026 ທີ່ກະຊວງການຕ່າງປະເທດ, ທ່ານ ໄມທອງ ທໍາມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ໍານັບ ຂອງ ທ່ານ ປອ. ບັດເດີ...

ເຈົ້າໜ້າທີ່ ປກສ ກຸ່ມ 4 ສາລະຄໍາ ຊີ້ແຈງເຫດການກຸ່ມຄົນບໍ່ດີ ໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ.

ຈາກເຫດການທີ່ກຸ່ມຈໍານວນໜຶ່ງ ໄດ້ເຜີຍແຜ່ຮູບພາບ ແລະ ຕັດຕໍ່ຄິບລົງເຟສບຸກ ເພື່ອໃສ່ຮ້າຍປ້າຍສີການຈັດຕັ້ງບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ວ່າ: ມີກອງຫຼອນບ້ານດົງຄໍາຊ້າງ ນໍາກໍາລັງລົງກວດກາຄົນພັກເຊົາ ຢູ່ຫ້ອງແຖວໃນກາງເດິກ ໂດຍການເລາະເຄາະປະຕູ ເພື່ອກວດຄົ້ນ ສ້າງຄວາມລົບກວນການພັກຜ່ອນຂອງຜູ້ອາໄສ. ຈາກນັ້ນ,...

ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມລົດ SUV ລຸ້ນ JOYEE S04 ແລະ S08 ສູ່ຕະຫຼາດລາວ.

ວັນທີ 17 ສິງຫາ 2026 ຜ່ານມາ, ທີ່ນະຄອນຫຼວງວຽງຈັນ - ບໍລີສັດເຕີຫຼົງ ໂອໂຕ ໄດ້ເປີດໂຕສູນຈຳໜ່າຍລົດ FAWCAR ສາຂາວຽງຈັນ ຢ່າງເປັນທາງການ ພ້ອມເປີດໂຕລົດລຸ້ນໃໝ່ຫຼ້າສຸດ...