spot_img
Homeຂ່າວເຫດການວັນຊາດຈະມາຮອດແລ້ວ ແຕ່ເສັ້ນທາງຫລາຍຈຸດໃນນະຄອນຫລວງວຽງຈັນຍັງມືດ

ວັນຊາດຈະມາຮອດແລ້ວ ແຕ່ເສັ້ນທາງຫລາຍຈຸດໃນນະຄອນຫລວງວຽງຈັນຍັງມືດ

Published on

dark night (1)

ກ່ອນນີ້ເພື່ອນຜູ້ອ່ານຫນັງສືພິມລາວພັດທະນາພວກເຮົາ ກໍຄືມວນຊົນຊາວນະຄອນຫລວງວຽງຈັນໃຜໆກໍດີໃຈເມື່ອເຫັນຜູ້ຮັບຜິດຊອບໄຟຟ້ານະຄອນຫລວງວຽງ ຈັນອອກມາຊີ້ແຈ້ງວ່າ: ເລື່ອງໄຟ ເຍືອງທາງຂອງຫລາຍເສັ້ນທາງ ໃນນະຄອນຫລວງວຽງຈັນບໍ່ໄດ້ໄຕ້ຂຶ້ນນັ້ນ (ບໍ່ແມ່ນຍ້ອນເພື່ອປະຢັດ ໄຟ) ດັ່ງຫລາຍຄົນຄິດ ແລະ ມັນເປັນຍ້ອນລະບົບຂອງໄຟເຍືອງທາງໃນເຂດນັ້ນເອງ ແລະ ເພື່ອຮັບປະ ກັນໃຫ້ແກ່ການສະເຫລີມສະຫລອງວັນຊາດທີ 2 ທັນວາ ຄົບຮອບ 40 ປີ ໃຫ້ມີບັນຍາກາດຟົດຟື້ນ ແລະ ໃຫ້ສົມກັບວ່າຕະຫລອດໄລຍະ40 ປີ ຜ່ານມານັ້ນ ບ້ານເມືອງເຮົາໄດ້ຮັບ ການພັດທະນາດີຂຶ້ນ.

ດັ່ງນັ້ນ, ໄຟຟ້ານະຄອນ ຫລວງ ຈະໄດ້ເລັ່ງໃສ່ແກ້ໄຂລະບົບ ໄຟເຍືອງທາງດັ່ງກ່າວຢູ່ໃນ 35 ສາຍທາງໃຫ້ສຳເລັດໂດຍໄວ, ແຕ່ ຫນ້າເສຍດາຍຈົນມາຮອດດຽວນີ້, ການສະເຫລີມສະຫລອງໃຫຍ່ຂອງວັນ

ປະຫວັດສາດສຳຄັນດັ່ງກ່າວກໍ ຫຍັບມໍ່ເຂົ້າມາໃກ້ແລ້ວ, ແຕ່ເສັ້ນ ທາງບ່ອນກໍຍັງຈົມຢູ່ໃນຄວາມມືດ ຄື 2-3 ມື້ຜ່ານມານີ້, ມີປະຊາຊົນຜູ້ ອາໄສຢູ່ບໍລິເວນເສັ້ນທາງເຈົ້າອານຸວົງໃນຍ່ານວັດອິນແປງ ແລະ ວັດ ອົງຕື້ຕັດອອກມາໃສ່ເຂດຕະຫລາດມືດແຄມທ່າວັດຈັນ ສ່ອງແສງຫາ ຄະນະ ບກ ຫນັງສືພິມລາວພັດທະນາ ເຮົາວ່າ: ບໍ່ຮູ້ດ້ວຍເຫດຜົນໃດໄຟເຍືອງທາງໃນບໍລິເວນດັ່ງກ່າວ  ຈຶ່ງບໍ່ມັກໃຕ້ ແລະ ປະປ່ອຍໃຫ້ຄວາມມືດກວມງວມຢູ່ຕະຫລອດຄືນ.

ໃນຂະນະທີ່ເປັນເສັ້ນທາງໃຈກາງສາຍສຳຄັນໃນຕົວເມືອງ ຫລວງແທ້ໆ ເຊິ່ງແຕ່ລະວັນໄດ້ມີຜູ້ ທ່ຽວໄປມາຢ່າງບໍ່ຂາດໄລຍະທັງແຂກຄົນພາຍໃນ ແລະ ບັນດານັກທ່ອງທ່ຽວຜູ້ມາທ່ຽວທີ່ເຂົ້າມາຊົມປະເທດເຮົາອັນເປັນຊ່ອງຫວ່າງ ໃຫ້ກຸ່ມນັກເລັງອັນຕະບານດຶງກະ ເປົາ ແລະ ລັກເລັກຂະໂມຍນ້ອຍໃນ ເສັ້ນທາງດັ່ງກ່າວມາແລ້ວຫລາຍຄັ້ງຜູ້ສ່ອງແສງມານັ້ນເວົ້າເນັ້ນວ່າ: ທຸກໆຄັ້ງເມື່ອໂທລະສັບໄປຖາມ ພາກສ່ວນກ່ຽວຂ້ອງພັດໄດ້ຮັບຄຳຕອບມາວ່າ: “ເພື່ອປະຢັດໄຟ” ມັນສອດຄ່ອງແລ້ວບໍ່ ?.

ຕໍ່ສະພາບດັ່ງກ່າວ, ຄະນະນັກ ຂ່າວພວກເຮົາກໍໄດ້ລົງໄປເບິ່ງສະ ພາບຕົວຈິງ ແລະ ໄດ້ບັນທຶກພາບໄວ້ ເຊິ່ງມັນກໍເປັນແນວນັ້ນແທ້ຈົນພວກເຮົາງົງ, ບໍ່ຮູ້ພາກສ່ວນກ່ຽວຂ້ອງຄິດແນວໃດ, ໃນຂະນະທີ່ຕົນເອງກໍໄດ້ອອກມາຊີ້ແຈງແລ້ວຈະ ເອົາໃຈໃສ່ປັບປຸງລະບົບໄຟເຍືອງ ທາງໃນນະຄອນ ຫລວງວຽງຈັນ ໃຫ້ຮັບປະກັນດີທີ່ສຸດ ແລະ ເບື້ອງເຈົ້າຄອງນະຄອນຫລວງກໍໄດ້ມີຄຳສັ່ງແນະນຳໃຫ້ທຸກພາກສ່ວນຕະຫລອດຮອດປະຊາຊົນທຸກຖ້ວນຫນ້າຈົ່ງເປັນເຈົ້າການຮັກສາອະນາໄມ ແລະ ປະດັບບ້ານເຮືອນ, ສຳນັກງານອົງການ ແລະ ຖະຫນົນຫົນທາງໃນນະຄອນຫລວງວຽງ ຈັນໃຫ້ມີຄວາມສະອາດສວຍງາມ, ເອົາໃຈໃສ່ຕິດທຸງຊາດທຸກທົ່ວ ເຮືອນ, ລະບົບໄຟແສງສີໃຫ້ຮຸ່ງເຮືອງ ເພື່ອສ້າງຂະບວນການຄຳ ນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 40 ປີ ໃຫ້ມີຄວາມຫມາຍສຳຄັນຍິ່ງຂຶ້ນ ແລະ ທັງຮັບປະກັນຄຳຂວັນ 6 ສ ຂອງນະຄອນຫລວງ ວຽງຈັນ ໂດຍສະເພາະ ສ.ສະອາດ,       ສ.ສະ ຫວ່າງ ແລະ ສ.ສະຫງົບປອດ ໄພ ໃຫ້ເປັນຈິງ.

ດັ່ງນັ້ນຫວັງວ່າ: ພາກສ່ວນກ່ຽວຂ້ອງຈະຮີບຮ້ອນຊ່ວຍກັນປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງດັ່ງກ່າວໃຫ້ຫມົດໄປໂດຍໄວເພື່ອສ້າງນະຄອນຫລວງວຽງຈັນໃຫ້ມີຄວາມຮຸ່ງເຮືອງສີວິໄລຍິ່ງຂຶ້ນ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

 

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...