spot_img
Homeຂ່າວທ້ອງຖິ່ນຈະສົມໂພດຮູບຫຼໍ່ ທ່ານ ສີທົນ ກົມມະດຳ ໃນວັນທີ 20 ພະຈິກ ນີ້

ຈະສົມໂພດຮູບຫຼໍ່ ທ່ານ ສີທົນ ກົມມະດຳ ໃນວັນທີ 20 ພະຈິກ ນີ້

Published on

12239569_1642879072628686_2549557079328580140_n
ຮູບຫຼໍ່ທ່ານ ສີທົນ ກົມມະດຳ ທີ່ເປັນການນຳສຳຄັນທ່ານໜຶ່ງ ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ຈະມີພິທີສົມໂພດໃນວັນທີ 20 ພະຈິກ 2015 ນີ້ ທີ່ເມືອງປາກຊ່ອງ ແຂວງຈຳປາສັກ.

ເພື່ອກະກຽມໃຫ້ແກ່ພິທີສົມໂພດ, ໃນວັນທີ 30 ຕຸລາ 2015 ທີ່ຜ່ານມາ ທ່ານ ບົວລິນ ວົງພະຈັນ ຮອງເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວພົບປະກັບການນຳຂອງເມືອງ ໂດຍມີທ່ານ ຄຳສີ ປ່ຽງວໍລະວົງ ເຈົ້າເມືອງເມືອງປາກຊ່ອງ ພ້ອມດ້ວຍອະນຸກຳມະການຮັບຜິດຊອບ ການຈັດງານຂອງເມືອງຕ້ອນຮັບ.

ໂອກາດນີ້ ທ່ານຮອງເຈົ້າແຂວງໄດ້ຮັບຟັງ ການລາຍງານຄວາມພ້ອມຂອງ ອະນຸກຳມະການຕ່າງໆເປັນຕົ້ນ: ອະນຸກຳມະການສະຖານທີ່, ເນື້ອໃນ, ຂະບວນການກິລາ, ສິລະປະ, ສາສະໜາ, ປະດັບປະດາ, ຮັບແຂກ, ພິທີການ, ປ້ອງກັນຄວາມສະຫງົບ, ເສດຖະກິດ-ສັງຄົມ, ສຸຂະພາບ, ຈັດວາງສະແດງສິນຄ້າ ແລະ ອະນຸກຳມະການ ເກັບກຳຂຽນບົດຂຽນຂ່າວເຊິ່ງເຫັນວ່າ ການເຄື່ອນໄຫວຂອງແຕ່ລະອະນຸກຳມະການ ມີຄວາມຄືບໜ້າ ແລະ ມີຄວາມພ້ອມ. ຫຼັງຈາກຮັບຟັງການລາຍງານແລ້ວ ທ່ານຮອງເຈົ້າແຂວງ ໄດ້ລົງໄປເບິ່ງ ສະຖານທີ່ຈັດພິທີຢູ່ທີ່ອະນຸສາວະລີ ທ່ານ ສີທົນ ກົມມະດຳຕື່ມອີກ.
ຂ່າວ-ພາບ: ສອນໄຊ ຖວທ ເມືອງປາກຊ່ອງ
ລາຍງານໂດຍ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...