Homeຂ່າວທ້ອງຖິ່ນກອງປະຊຸມແລກປ່ຽນບົດຮຽນລະຫວ່າງ 3 ອົງການຈັດຕັ້ງມະຫາຊົນ

ກອງປະຊຸມແລກປ່ຽນບົດຮຽນລະຫວ່າງ 3 ອົງການຈັດຕັ້ງມະຫາຊົນ

Published on

ໃນຕອນເຊົ້າວັນທີ 13 ພະຈິກ 2015 ນີ້, ຢູ່ທີ່ ຫ້ອງປະຊຸມ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ 3 ອົງການຈັດຕັ້ງມະຫາຊົນຄື: ຊາວໝຸ່ມ,ແມ່ຍິງ ແລະ ກຳມະບານ ລະຫວ່າງ 3 ອົງການຈັດຕັ້ງຂອງ ພະແນກ ສກຂ ຫົວພັນ ແລະ ວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ, ໂດຍການເຂົ້າຮ່ວມຂອງທ່ານ ສະຫາຍ ມອນສິງ ເພັດວຽງສີ ຄະນະພັກຮາກຖານ ຮອງຫົວໜ້າ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນພາຍໃນພະແນກ, ມີທ່ານ ສະຫາຍ ວັນນີ ຢ່າງເຈຍມົວ ເລຂາພັກຮາກຖານ ຜູ້ອຳນວຍການວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນພາຍໃນ ວິທະຍາໄລຄູຄັງໄຂ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງຕັ້ງໜ້າ

ໃນພິທີທ່ານ ສະຫາຍ ມອນສິງ ເພັດວຽງສີ ໄດ້ກ່າວຕ້ອນຮັບດ້ວຍຄວາມຈິງໃຈ ແລະ ອົບອຸ່ນ, ຫຼັງຈາກນັ້ນ 3 ອົງການຈັດຕັ້ງທັງສອງຝ່າຍໄດ້ຂຶ້ນລາຍງານສະພາບຈຸດພິເສດ ແລະ ທີ່ຕັ້ງໃຫ້ກັນຊາບ ພ້ອມດຽວກັນນັ້ນກໍ່ໄດ້ແລກປ່ຽນບົດຮຽນເພື່ອເປັນບົດຮຽນທີ່ດີໃນການຊີ້ນຳໆພາເພື່ອພັດທະນາວຽກງານ 3 ອົງການຈັດຕັ້ງ ລະ ຫວ່າງວິທະຍາໄລຄູຄັງໄຂ ແຂວງຊຽງຂວາງ ແລະ ພະແນກສຶກສາທິການ ແລະ ກິລາແຂວງຫົວພັນ

12227018_1672375109716286_790427572139483926_n

12249769_1672375013049629_2169326135290091311_n

11693908_1672375129716284_3324100305245961136_n

12115476_1672375136382950_6296867934011949549_n

12195774_1672375116382952_4054873991209123938_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...