spot_img
HomeມູມໄອທີລາວApple Music ເປີດໃຫ້ບໍລິການເທິງ Android ແລ້ວຢ່າງເປັນທາງການ

Apple Music ເປີດໃຫ້ບໍລິການເທິງ Android ແລ້ວຢ່າງເປັນທາງການ

Published on

Capture

ໃນ​ທີ່ສຸດ Apple ກໍ​ປ່ອຍ  Apple Music ລົງ Android ແລ້ວ ນັບ​ເປັນ​ແອັບ ທີ່​ສອງ​ຂອງ Apple ທີ່​ລົງ​ເທິງ Google Play (ກ່ອນ​ໜ້າ​ນີ້​ມີ​ແອັບ move to iOS ທີ່​ຖືກສາວົກແອນດຣອຍພ້ອມໃຈກັນໃຫ້ດາວດຽວ​

Apple Music ເທິງ​ແອ​ນດຣອຍ ຍັງ​ຄົງ​ເປັນ​ເວີລ໌​ຊັ່ນ Beta ເທົ່າ​ນັ້ນ ທົດລອງ​ໃຊ້​ງານ​ບໍລິການ​ໄດ້​ຟຣີ 3 ເດືອນ ຫລັງ​ຈາກ​ນັ້ນ​ຄິດ​ຄ່າ​ບໍລິການ​ເດືອນ​ລະ $10 ເຊັ່ນ​ດຽວ​ກັບ​ເທິງ iOS ການ​ຟັງ​ເພງ​ເຮັດ​ໄດ້​ສົມບູນ​ແບບ ແຕ່​ໃນ​ສ່ວນ​ຂອງ Music video ຍັງ​ບໍ່​ເປີດ​ໃຫ້​ໃຊ້​ງານ ທັງ​ນີ້​ທີມ​ງານ​ລາວໂພດຕ໌​ລອງ​ໃຊ້​ງານ​ເທິງ Android ແລ້ວ ພົບ​ວ່າ​ຟັງ​ໄດ້​ລື່ນ​ໄຫລ ແຕ່​ມີ​ບັນຫາ​ເວລາ​ປ່ຽນ​ອາລະ​ບຳ ຈະ​ດາວໂຫລດ​ຂ້ອນ​ຂ້າງ​ໃຊ້ເວລາ ອີກ​ໜຶ່ງ​ບັນຫາ ຄື ການ​ລົງ​ທະ​ບຽນ Family Sharing ຍັງ​ຄົງ​ຕ້ອງ​ເຮັດ​ຜ່ານ Mac ຫລື iOS ໃຜ​ສົນ​ໃຈ​ທົດສອບ​ໃຊ້​ບໍລິການ​ກໍ​ເຂົ້າໄປ​ດາວ​ໂຫລດ​ມາ​ລອງ​ໃຊ້​ກັນ​ໄດ້​ເລີຍ ຜ່ານ Google Play 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...