spot_img
Homeຂ່າວພາຍ​ໃນສປປ ລາວຈະສ້າງສະໜາມບິນແຫ່ງໃໝ່ຢູ່ເຊໂນຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ

ສປປ ລາວຈະສ້າງສະໜາມບິນແຫ່ງໃໝ່ຢູ່ເຊໂນຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ

Published on

12187939_447402875463498_7681390291191510893_n

ຂປລ. ເມື່ອບໍ່ດົນມານີ້ ທ່ານ ທອງໃສ ໄຊຍະວົງຄຳດີ ຄະນະບໍລິຫານງານເຂດເສດຖະກິດພິເສດສະຫວັນ-ເຊໂນ ແລະ ຄະນະວິຊາການຈາກພະແນກໂຍທາທິການ ແລະ ຂົນສົ່ງແຂວງສະຫວັນນະເຂດໄດ້ລາຍງານແຜນແມ່ບົດໂຄງການສ້າງສະໜາມບິນແຫ່ງໃໝ່ທີ່ເຊໂນ ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຕໍ່ ທ່ານ ໂຕມິນິກ ໂກະ ເອກອັກຄະລັດຖະທູດສິງກະໂປປະຈຳລາວທີ່ໄດ້ນຳພາຄະນະຜູ້ຊ່ຽວຊານ ກ່ຽວກັບການກໍ່ສ້າງສະໜາມບິນ ຈາກປະເທດສິງກະໂປ, ຈີນ ແລະມຽນມາ ເພື່ອເຄື່ອນໄຫວເຮັດວຽກ ເກັບກໍຂໍ້ມູນກ່ຽວກັບໂຄງການກໍ່ສ້າງສະໜາມບິນດັ່ງກ່າວ.
ທ່ານ ທອງໃສກ່າວຕື່ມອີກວ່າ: ພວກເຮົາຈະກໍ່ສ້າງສະໜາມບິນພ້ອມອາຄານຜູ້ໂດຍສານ ແລະ ສິ່ງອຳນວຍຄວາມສະດວກອື່ນໆຕິດພັນພັນກັບການພັດທະນາຢູ່ເຂດເຊໂນເພື່ອຂົນສົ່ງສິນຄ້າຈາກໂຮງຈັກໂຮງງານທີ່ນອນໃນເຂດເສດຖະກິດພິເສດສະຫວັນ-ເຊໂນຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ເຂດການຄ້າແດນສະຫວັນອອກຕ່າງປະເທດ, ຕາມແຜນການແມ່ນຈະໄດ້ເຊື່ອມຕໍ່ຕົວເມືອງເຂົ້າກັນລະຫວ່າງເມືອງໄກສອນພົມວິຫານ ແລະ ເມືອງອຸທຸມພອນ ແລະມີຄວາມເປັນໄປໄດ້ສູງທີ່ຈະຕັດເສັ້ນທາງໃໝ່ ແຕ່ຕົວເມືອງໄກສອນ ພົມວິຫານ ຫາສະໜາມບິນແຫ່ງໃໝ່ທີ່ເຊໂນ. ສ່ວນສະໜາມບິນທີ່ຢູ່ເມືອງໄກສອນ ພົມວິຫານ ແມ່ນມີເນື້ອທີ່ຈຳກັດ ແລະ ຕັ້ງຢູ່ກາງຊຸມຊົນສະນັ້ນຖ້າຫາກໂຄງການກໍ່ສ້າງສະໜາມບິນແຫ່ງໃໝ່ສຳເລັດ ກໍອາດຈະໄດ້ຍ້າຍມາຕັ້ງສະໜາມບິນແຫ່ງໃໝ່ຢູ່ທີ່ນີ້ ເພື່ອບໍລິການຜູ້ໂດຍສານທັງພາຍໃນ ແລະ ຕ່າງປະເທດ.

ທີ່ມາ ຂ່າວສານປະເທດລາວ

ຂປລ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...