spot_img
Homeຂ່າວພາຍ​ໃນຜູ້ທີ່ຢູ່ເບື້ອງຫຼັງຄວາມສຳເລັດທີມລາວໂຕໂຢຕ້າໃນການຄອງແຊ້ມລາວພຣີເມຍລີກ

ຜູ້ທີ່ຢູ່ເບື້ອງຫຼັງຄວາມສຳເລັດທີມລາວໂຕໂຢຕ້າໃນການຄອງແຊ້ມລາວພຣີເມຍລີກ

Published on

ທ່ານ ພູເບດ ສຸກພິພັດ ຜູ້ບໍລິຫານທີມບານເຕະ ລາວໂຕໂຍຕ້າ ມີໜ້າທີ່ເຝິກຊ້ອມນັກກິລາຮຸ່ນສືບທອດຂອງສະໂມສອນ, ຮັບຜິດຊອບການຕະຫລາດ, ການໂຄສະນາກັບສື່ຕ່າງໆ ຕະຫລອດການປະກອບເອກະສານ ແລະ ເຊັນສັນຍາກັບນັກເຕະບານຕ່າງປະເທດ ເຊິ່ງທ່ານເປັນຜູ້ຢູ່ເບື້ອງຫລັງຄວາມສຳເລັດຂອງ ທີມ ລາວໂຕໂຍຕ້າ ທີ່ຍາດໄດ້ແຊ້ມການແຂ່ງຂັນເຕະບານ ລາວພຣີເມຍລີກ 2015 ນີ້

pobet3.11.05.1

ທ່ານ ພູເບດ ສຸກພິພັດ ກ່າວວ່າ: ຕົນຮູ້ຈັກກັບ ທ່ານ ບຸນລັບ ເຄນກິຕິສັກ ອະດີດນັກເຕະບານກອງໜ້າທີມຊາດລາວ ມາແຕ່ດົນແລ້ວ ແລະ ໄດ້ຕິດຕໍ່ກັນເປັນປະຈຳ ຈົນໄດ້ແນະນຳໃຫ້ ນັກກິລາຂອງລາວ ຄື ທ້າວ ສຸກອາພອນ ວົງຈຽງຄຳ, ທ້າວ ຄຳແພງ ໄຊຍະວຸດທິ ແລະ ທ້າວ ກັນລະຍາ ສີສົມຫວັງ ໄປຄ້າແຄ່ງຢູ່ປະເທດໄທ, ຫລັງຈາກນັ້ນ ທ່ານ ບຸນລັບ ກໍໄດ້ແນະນຳໃຫ້ຮູ້ຈັກ ທ່ານ ປະສາດໄຊ ພິລາພັນເດຊ ປະທານສະໂມສອນ ລາວໂຕໂຍຕ້າ ແລະ ໄດ້ຕັດສິນໃຈມາຮ່ວມທີມ ເນື່ອງຈາກວ່າປະທັບໃຈອຸດົມການຂອງທ່ານປະທານ, ຂະນະດຽວກັນ ກໍເປັນສິ່ງທ້າທາຍທີ່ຈະໄດ້ມາເຮັດວຽກກັບວົງການບານເຕະລາວ. ພາຍຫລັງມາເຮັດວຽກກັບສະໂມສອນນີ້ແລ້ວ ກໍເຫັນວ່ານັກເຕະບານຫລາຍຄົນແມ່ນເອົາໃຈໃສ່ຕໍ່ການເຝິກຊ້ອມ ແລະ ການແຂ່ງຂັນ ຈົນສາມາດຍາດໄດ້ແຊ້ມມາຄອງ ຈຶ່ງເຮັດໃຫ້ຕົນປະທັບໃຈກັບຜົນງານທີ່ປາກົດອອກມາ, ຕົນດີໃຈຫລາຍທີ່ເປັນຜູ້ຢູ່ເບື້ອງຫລັງ ທີ່ຊ່ວຍໃຫ້ທີມໄດ້ແຊ້ມໃນຄັ້ງນີ້.

ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ເປັນຄັ້ງທັງທຳອິດທີ່ໄດ້ຮ່ວມສະຫລອງແຊ້ມ ນັບແຕ່ກ້າວເຂົ້າມາເຮັດວຽກກ່ຽວກັບກິລາບານເຕະ ແລະ ພ້ອມຈະສືບຕໍ່ພັດທະນາທີມດັ່ງກ່າວ ໃຫ້ແຂງແກ່ນຍິ່ງໆຂຶ້ນ.

pobet3.11.05.2

ຂອບໃຈຂ່າວແລະພາບຈາກ: ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...