Homeຂ່າວພາຍ​ໃນຜົ້ງສາລີ-ສປ.ຈີນ ເຊື່ອມຈອດເສັ້ນທາງ 1A

ຜົ້ງສາລີ-ສປ.ຈີນ ເຊື່ອມຈອດເສັ້ນທາງ 1A

Published on

ຜົ້ງສາລີ-ສປ.ຈີນ ເຊື່ອມຈອດເສັ້ນທາງ 1A

ວັນ​ທີ 30 ພະຈິກ 2013 ທີ່​ເມືອງ​ບຸນ​ເໝືອ ແຂວງ​ຜົ້ງ​ສາລີ ໄດ້​ຈັດ​ພິທີ​ວາງ​ສີ​ລາ​ລຶກ​ເປີດ​ການ​ກໍ່ສ້າງ​ເສັ້ນທາງ​ຢ່າງ​ເປັນ​ທາງ​ການ ຂອງ​ໂຄງການ​ກໍ່ສ້າງ​ທາງ 1A ບຸນ​ເໜືອ-ລານ​ຕູ້ຍ ແຂວງ​ຜົ້ງ​ສາລີ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງ​ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກລັດຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ເສດຖະກິດ ແລະ ທ່ານ ຄຳ​ເຈນ ວົງ​ໂພ​ສີ ເຈົ້າແຂວງ​ຜົ້ງ​ສາລີ ທ່ານ ຟ່າງ​ຊີ​ຊາວ ອຳນວຍ​ການ​ໃຫຍ່ ກຸ່ມ​ບໍລິສັດ​ກໍ່ສ້າງ​ແຂວງ​ກວາງ​ຕູງ ແລະ ທ່ານ ເຊີນ​ລີ້​ມີງ ຫົວໜ້າ​ບໍລິສັດ​ກວາງ​ຕູງ​ວິສະວະກຳ​ກໍ່ສ້າງ​ໄຟຟ້າ​ນ້ຳຕົກ​ເລກ 3 ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ ອາ​ລຸນ ຄຸນ​ນະ​ວົງ ຫົວໜ້າ​ໂຄງການ​ທາງ 1A ບຸນ​ເໜືອ-ລານ​ຕູ້ຍ ໄດ້​ຂຶ້ນ​ລາຍ​ງານ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ທາງ 1A ບຸນ​ເໜືອ-ລານ​ຕູ້ຍ ວ່າ: ເສັ້ນທາງ​ບຸນ​ເໜືອ-ລານ​ຕູ້ຍ ແຂວງ​ຜົ້ງ​ສາລີ ເປັນ​ເສັ້ນທາງ​ຫຼວງ​ແຫ່ງ​ຊາດ​ທີ່​ເປັນ​ບຸລິມະສິດ ແລະ ຍຸດ​ທະ​ສາດ​ອັນ​ສຳຄັນ​ຂອງ ​ສປປ ລາວ ເປັນ​ເສັ້ນທາງ​ທີ່ຢູ່​ພາກ​ເໜືອ​ສຸດ ມີ​ຄວາມ​ຍາວ​ປະມານ 142 ກິໂລແມັດ ໃນ​ນັ້ນ​ໄດ້​ຜ່ານ​ສອງ​ເມືອງ​ຄື: ເມືອງ​ບຸນ​ເໜືອ ແລະ ເມືອງ​ຍອດ​ອູ ເຊື່ອມ​ໃສ່​ຊາຍ​ແດນ ​ສປ.ຈີນ ຫຼັກ 7 ດ່ານ​ສາກົນ​ລານ​ຕູ້ຍ ແລະ ເຊື່ອມ​ຕໍ່​ເມືອງ​ຈຽງ​ເຊິນ ນະຄອນ​ພູ​ເອີ ແຂວງ​ຢູ​ນານ ​ສປ.ຈີນ ເປັນ​ເສັ້ນທາງ​ຮັບ​ໃຊ້​ແກ່​ການ​ຄົມມະນາຄົມ​ຂົນສົ່ງ ການ​ຄ້າຂາຍ ການ​ພັດທະນາ​ເສດຖະກິດ-ສັງຄົມ ການ​ລົງທຶນ ການ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ.

ໂຄງການ​ກໍ່ສ້າງ​ທາງ​ດັ່ງກ່າວ ແມ່ນ​ລັດຖະບານ​ໄດ້​ຮັບ​ເງິນ​ກູ້​ຢືມ​ຈາກ ​ສປ.ຈີນ ຊຶ່ງ​ແມ່ນ​ກະຊວງ​ໂຍທາ​ທິ​ການ ແລະ ຂົນສົ່ງ​ເປັນ​ຜູ້​ຈັດ​ຕັ້ງ​ປະຕິບັດ ແລະ ໄດ້​ເຊັນ​ບົດ​ບັນທຶກ​ກັບ​ບໍລິສັດ​ກວາງ​ຕູງ​ວິສະວະກຳ​ກໍ່ສ້າງ​ໄຟຟ້າ​ນ້ຳຕົກ​ເລກ 3 ​ສປ.ຈີນ ເປັນ​ຜູ້​ສຳ​ຫຼວດ​ອອກ​ແບບ​ໃນ​ປີ 2009 ແລະ ໄດ້​ເຊັນ​ສັນຍາ​ກໍ່ສ້າງ​ໃນ​ປີ 2011 ແລະ ໃນ​ປີ 2013 ກະຊວງ​ການ​ເງິນ ໄດ້​ເຊັນ​ສັນຍາ​ເງິນ​ກູ້​ກັບ​ທະນາຄານ​ຂາ​ເຂົ້າ-ຂາ​ອອກ ​ສປ.ຈີນ ໂດຍ​ໂຄງການ​ກໍ່ສ້າງ​ນີ້ ໄດ້​ກຳນົດ​ເປັນ​ປະເພດ​ທາງ​ຊັ້ນ 3 ເຂດ​ພູ​ດອຍ ຄວາມ​ກວ້າງ​ໜ້າ​ທາງ​ຜ່ານ​ເທດສະບານ​ເມືອງ 16 ແມັດ ຄວາມ​ກວ້າງ​ໜ້າ​ທາງ​ເຂດ​ນອກ​ເມືອງ 7 ແມັດ ໜ້າ​ທາງ​ປູຢາງ 2 ຊັ້ນ ຄວາມ​ເນີນ​ຂວາງ​ໜ້າ​ທາງ 4% ຄວາມ​ເນີນ​ຍາວ ສູງ​ສຸດ 10,39% ຄວາມ​ໄວ​ອອກ​ແບບ 40-80 ກິໂລແມັດ​ຕໍ່​ຊົ່ວໂມງ ນ້ຳໜັກ​ຄິດໄລ່​ອອກ​ແບບ 11 ໂຕນ ຕໍ່​ເພົາ ແລະ ວຽກ​ຂົວ​ແມ່ນ​ນຳ​ໃຊ້​ຂົວ​ເກົ່າ ຕາມ​ເສັ້ນທາງ 1A ມີ 29 ແຫ່ງ ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 91.590.903 ໂດ​ລາ​ສະຫະລັດ ຫຼື ປະມານ 733 ຕື້​ກວ່າ​ກີບ ໂດຍ​ບໍລິສັດ​ກວາງ​ຕູງ​ວິສະວະກຳ​ກໍ່ສ້າງ​ໄຟຟ້າ​ນ້ຳຕົກ​ເລກ 3 ​ສປ.ຈີນ ເປັນ​ຜູ້​ຮັບ​ເໝົາ​ກໍ່ສ້າງ ແລະ ກຳນົດ​ເວລາ​ກໍ່ສ້າງ​ຕາມ​ສັນຍາ 54 ເດືອນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...