spot_img
Homeຂ່າວການພັດທະນາສະຫວັນ​ນະ​ເຂດ ມີ​ແຜນ​ສ້າງ​ສະໜາມ​ບິນ​ແຫ່ງ​ໃໝ່ ຢູ່ເຊໂນ!

ສະຫວັນ​ນະ​ເຂດ ມີ​ແຜນ​ສ້າງ​ສະໜາມ​ບິນ​ແຫ່ງ​ໃໝ່ ຢູ່ເຊໂນ!

Published on

24317b50fc3f27dc3ef7fcd4dbaa-grande
(ພາບປະກອບ)

ໃນ​ວັນ​ທີ 3 ພະຈິກ​ນີ້, ທ່ານ ​ໂຕ​ມິ​ນິກ ​ໂກະ ​ເອກ​ອັກຄະ​ລັດຖະທູດ​ສິງກະ​ໂປປະຈຳ​ລາວ, ​ໄດ້​ນຳພາ​ຄະນະ​ຜູ້​ຊ່ຽວຊານ​ ກ່ຽວ​ກັບ​ການ​ກໍ່ສ້າງ​ສະໜາມ​ບິນ ຈາ​ກປະ​ເທດ​ສິງກະ​ໂປ, ຈີນ ​ແລະມຽນມາ ​ເພື່ອ​ເຄື່ອນ​ໄຫວ​ເຮັດ​ວຽກ ​ເກັບ​ກໍ​ຂໍ້​ມູນ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ສະໜາມ​ບິນ​ແຫ່ງ​ໃໝ່​ທີ່​ເຊ​ໂນ ​ເມືອງ​ອຸທຸມພອນ ​ແຂວງ​ສະຫວັນ​ນະ​ເຂດ.

ການ​ຮ່ວມ​ປຶກສາ​ຫາລື​ກັນ​ຄັ້ງ​ນີ້ຝ່າຍ​ລາວ​ມີ​ທ່ານ ທອງ​​ໃສ ​ໄຊ​ຍະ​ວົງ​ຄຳ​ດີ ຄະນະ​ບໍລິຫານ​ງານ​ເຂດ​​ເສດຖະກິດ​ພິ​ເສດສະຫວັນ-​ເຊ​ໂນ ​ແລະ ຄະນະ​ວິຊາ​ການ​ຈາກ​ພະ​ແນ​ກ​ໂຍທາ​ທິການ ​ແລະ ຂົນ​ສົ່ງ​ແຂວງ​ສະຫວັນ​ນະ​​ເຂດ ກໍ​ໄດ້​ລາຍ​ງານ​ແຜນ​ແມ່​ບົດ​ໂຄງການ​ສ້າງ​ສະໜາມ​ບິນ​ແຫ່ງ​ໃໝ່​ດ່ັງກ່າວ​ຕໍ່​ທີ່​ປະຊຸມ​ຄື: ຈະ​ມີ​ການ​ກໍ່ສ້າງ​ເດີ່ນ​ຈອດ​ລານ​ຂຶ້ນ-ລົງ​ຂອງ​ຍົນ (Run Way), ອາຄານ​ຜູ້​ໂດຍສານ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ອື່ນໆ​ໃນ​ສະໜາມ​ບິນ, ການ​ກ່ຽວ​ພັນ​ລະຫວ່າງ​ສະໜາມ​ບິນ ​ແລະ ການ​ພັດທະນາ​ຕົວ​ເມືອງ. ຈາກ​ນັ້ນທ່ານ ​ເອກ​ອັກຄະ​ລັດຖະທູດ​ສິງກະ​​ໂປກໍ​ໄດ້​ຖາມ​ເຖິງ​ຈຸດປະສົງ​ຂອງ​ການ​ສ້າງ​ສະໜາມ​ບິນ​ແຫ່ງ​ໃໝ່, ຖ້າ​ຫາກ​ການ​ກໍ່ສ້າງ​ສຳ​ເລັດ​ແລ້ວ​ຜູ້​ລົງທຶນ​ຈະ​ໄດ້​ຮັບ​ຜົນ​ກຳ​ໄລ​ຫຍັງ​ແດ່, ຈະ​ມີ​ຜູ້​ໂດຍສານຫລືມີ​ສິນຄ້າ​ທີ່​ຈະ​ຖືກ​ຂົນ​ສົ່ງ​ດ້ວຍ​ເຄື່ອງ​ບິນ​ຫລາຍ​ສ່ຳ​ໃດ, ສະ​ນັ້ນ​ກ່ອນ​ຈະ​ລົງທຶນ​ຕົວ​ຈິງຜູ້​ໃຫ້​ແຫ​ລ່ງທຶນ​ຕ້ອງ​ໄດ້​ສຶກສາ​ໃຫ້​ລະອຽດ.

ໂຄງການ​ກໍ່ສ້າງ​ສະໜາມ​ບິນ​ທີ່​ເຊ​ໂນ ມີ​ຈຸດປະສົງ​ເພື່ອ​ຂົນ​ສົ່ງ​ສິນຄ້າ​ຈາກ​ໂຮງ​ຈັກໂຮງງານ​ທີ່​ນອນ​ໃນ​ເຂດ​​ເສດຖະກິດ​ພິ​ເສດສະຫວັນ-​ເຊ​ໂນ ​ແລະ ​ເຂດ​ການ​ຄ້າ​ແດນ​ສະຫວັນ​ອອກ​ຕ່າງປະ​ເທດ, ຕາມ​ແຜນການ​ແມ່ນ​ຈະ​ໄດ້​ເຊື່ອມ​ຕໍ່​ຕົວ​ເມືອງ​ເຂົ້າກັນລະຫວ່າງ​ເມືອງ​ໄກສອນພົມວິຫານ ​ແລະ ​ເມືອງ​ອຸທຸມພອນ ​ແລະມີ​ຄວາມ​ເປັນ​ໄປ​​ໄດ້​ສູງ​ທີ່​ຈະ​ຕັດ​ເສັ້ນທາງ​ໃໝ່​​ ແຕ່​ຕົວ​ເມືອງໄກສອນ ພົມວິຫານ ຫາ​ສະໜາມ​ບິນ​ແຫ່ງ​​ໃໝ່​ທີ່​ເຊ​ໂນ. ສ່ວນ​ສະໜາມ​ບິນ​ທີ່ຢູ່​ເມືອງ​ໄກສອນ ພົມວິຫານ ​ແມ່ນ​ມີ​ເນື້ອ​ທີ່​ຈຳກັດ ​ແລະ ຕັ້ງ​ຢູ່​ກາງ​ຊຸມ​ຊົນສະ​ນັ້ນຖ້າ​ຫາກ​ໂຄງການ​ກໍ່ສ້າງ​ສະໜາມ​ບິນ​ແຫ່ງ​ໃໝ່​ສຳ​ເລັດ ​ກໍ​ອາດ​ຈະ​ໄດ້​ຍ້າຍ​ມາ​ຕັ້ງ​ສະໜາມ​ບິນ​ແຫ່ງ​ໃໝ່​ນີ້ ​ເພື່ອ​ບໍລິການ​ຜູ້​ໂດຍສານ​ທັງ​ພາຍ​ໃນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...