spot_img
Homeຂ່າວພາຍ​ໃນຮັບສະໝັກນັກບິນອະວະກາດ

ຮັບສະໝັກນັກບິນອະວະກາດ

Published on

ອະວະກາດ

ມື້ວານນີ້ ວັນທີ 4 ພະຈິກ ໜ່ວຍງານອະວະກາດນາຊ່າ ໄດ້ກ່າວວ່າໄວໆ ນີ້ ຈະມີການຮັບສະໝັກນັກບິນອະວະກາດໃໝ່ ເພື່ອເຂົ້າເປັນທີມງານສ່ວນໜຶ່ງຂອງ ພາລະກິດສົ່ງມະນຸດໄປດາວອັງຄານ ທີ່ກຳລັງຈະເກີດຂຶ້ນ.

“ກຸ່ມນັກສຳຫຼວດອະວະກາດຂອງອາເມລິກາກຸ່ມນີ້ ຈະສ້າງແຮງບັນດານໃຈໃຫ້ແກ່ຊາວອາເມລິກາ ລຸ້ນດາວອັງຄານ ເພື່ອບັນລຸເປົ້າໝາຍໃໝ່ທີ່ຍິ່ງໃຫຍ່ກວ່າ ແລະຊ່ວຍໃຫ້ເຮົານຶກເຖິງເປົ້າໝາຍ ໃນການຝັງຮອຍຕີນໄວ້ເທິງດາວເຄາະສີແດງ” ຊາລສ໌ ໂບລເດນ ຜູ້ບໍລິຫານຂອງນາຊ່າກ່າວ.

ນາຊ່າກ່າວວ່າ ນັກບິນອະວະກາດເຫຼົ່ານີ້ ອາດຈະປະຕິບັດພາລະກິດໂດຍໃຊ້ຍານ ພາຫະນະສີ່ລຳຂອງອາເມລິກາ ເຊິ່ງປັດຈຸບັນ ມີຍານອະວະກາດລູກເຮືອ 2 ລຳ ກຳລັງຢູ່ໃນລະຫວ່າງການພັດທະນາ ໂດຍກຸ່ມບໍລິສັດ ຂອງອາເມລິກາ ແລະຍານພາຫະນະສຳຫຼວດອະວະກາດເຊິງເລິກ ໂອຣິອອນ ຂອງນາຊ່າ ທີ່ຈະນຳເອົາມະນຸດໄປຍັງດາວອັງຄານໃນຊ່ວງປີ 2030.

ຜູ້ທີ່ສາມາດເຂົ້າສະໝັກໄດ້ ຈະຕ້ອງເປັນພົນລະເມືອງຂອງອາເມລິກາ “ເຊິ່ງມີປະຫວັດພູມຫຼັງທີ່ຫຼາກຫຼາຍ” ທັງດ້ານນັກບິນ, ວິສະວະກອນ, ນັກວິທະຍາສາດ ແລະແພດ.

ເງື່ອນໄຂຍັງລວມເຖິງການຕ້ອງຈົບປະລິນຍາຕີ ຈາກສະຖາບັນການສຶກສາທີ່ໄດ້ຮັບການຮັບຮອງ ດ້ານວິສະວະກຳ, ຊີວະວິທະຍາ, ກາຍະພາບສາດ ຫຼືຄະນິດສາດ.

ຜູ້ສະໝັກຈະຕ້ອງມີປະສົບການໃນການ ເຮັດວຽກທີ່ກ່ຽວຂ້ອງຢ່າງໜ້ອຍ 3 ປີ ຫຼືປະສົບການການປະຕິບັດໜ້າທີ່ ເປັນນັກບິນບັງຄັບເຮືອບິນເຈັດ ຢ່າງໜ້ອຍ 1000 ຊົ່ວໂມງ.

ເງື່ອນໄຂເພິ່ມເຕີມຍັງລະບຸເຖິງການ ຕ້ອງມີລັກສະນະທາງກາຍະພາບທີ່ເໝາະສົມ ຕໍ່ການເດິນທາງໃນອະວະກາດ ເປັນໄລຍະເວລາດົນນານ ນັ້ນຄື ນັກບິນອະວະກາດຈຳເປັນຕ້ອງ ມີຄວາມສູງລະຫວ່າງ 1.57 ແມັດ – 1.90 ແມັດ.

ນາຊ່າຖະແຫຼງວ່າຈະເປີດຮັບສະໝັກ ຜູ້ເຂົ້າຮ່ວມພາລະກິດນີ້ ຕັ້ງແຕ່ 14 ທັນວາ ເຖິງກາງເດືອນກຸມພາ ແລະຄາດວ່າຈະປະກາດລາຍຊື່ ຜູ້ສະໝັກທີ່ໄດ້ຮັບການຄັດເລືອກ ໃນກາງປີ 2017.

ບົດຄວາມຫຼ້າສຸດ

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...

ກຳປູເຈຍ ເປີດນຳໃຊ້ສະໜາມບິນສາກົນເຕໂຊ ຢ່າງເປັນທາງການແລ້ວ

ເປີດນຳໃຊ້ຢ່າງເປັນທາງການແລ້ວ ສະໜາມບິນສາກົນເຕໂຊ ຂອງປະເທດກຳປູເຈຍ ມູນຄ່າ 1.5 ພັນລ້ານໂດລາ ພ້ອມກ້າວໜ້າສູ່ການເປັນສູນກາງການບິນ ແລະ ໂລຈິດຕິກແຫ່ງໃໝ່ຂອງໂລກ. ສຳນັກຂ່າວຕ່າງປະເທດລາຍາງນໃນວັນທີ 9 ກັນຍາ 2025 ນີ້, ກຳປູເຈຍໄດ້ມີການເປີດນຳໃຊ້ສະໜາມບິນສາກົນເຕໂຊ...

ໝໍຫວຽດນາມຟິວຂາດ ກໍລະນີໝໍມີການທຳຮ້າຍຮ່າງກາຍ ແລະ ຊັບສິນຄົນເຈັບໃນຄລີນິກແຂ້ວ

ເຊິ່ງກຳລັງເປັນກະແສຮ້ອນແຮງໃນຫວຽດນາມ ແລະ ຖືກແຊສອອກໄປເປັນວົງກ້ວາງ ກໍລະນີວີດີໂອໝໍແຂ້ວ (ທັນຕະເເພດ) ໄດ້ທຳຮ້າຍຮ່າງກາຍຄົນເຈັບ. ອີງຕາມການລາຍງານຈາກສຳນັກຂ່າວຈາກປະເທດຫວຽດນາມລາຍງານໃຫ້ຮູ້ວ່າ ໃນວັນທີ 03/09/2025 ທີ່ຜ່ານມາ, ເກີດເຫດການ ທ່ານໝໍທຳຮ້າຍຮ່າງກາາຍຄົນເຈັບ ຢູ່ຄີນິກປົວແຂ້ວແຫ່ງໜຶ່ງໃນປະເທດຫວຽດນາມ ໂດຍມີສາເຫດຄື: ຄົນເຈັບແມ່ນໃຊ້ບໍລິການຢູ່ຄລິນິກດັ່ງກ່າວ,...

ຂໍສະແດງຄວາມຍ້ອງຍໍ-ຊົມເຊີຍຕໍ່ທ່ານທູດ ມໍລະກົດ ສີສະຫວັດ ທີ່ໄດ້ສໍາເລັດໜ້າທີ່ການທູດ ຢູ່ ສປປ ລາວ

ລັດຖະບານແຫ່ງ ສປປ ລາວ ມອບຫລຽນກາມິດຕະພາບໃຫ້ແກ່ ທ່ານ ນາງ ມໍລະກົດ ສີສະຫວັດ ເອກອັກຄະຣາຊະທູດແຫ່ງ ຣາຊະອານາຈັກໄທ ໃນຕອນບ່າຍວັນທີ 8 ກັນຍາ 2025 ຢູ່ກະຊວງການຕ່າງປະເທດ,...