spot_img
Homeຂ່າວພາຍ​ໃນAFF ສະເໜີຫຼຸດອາຍຸນັກກິລາເປັນ U-21 ໃນຊີເກມ

AFF ສະເໜີຫຼຸດອາຍຸນັກກິລາເປັນ U-21 ໃນຊີເກມ

Published on

ສະຫະພັນບານເຕະອາຊຽນ ຫຼື ເອເອຟເອຟ ກຽມຢື່ນຂໍ້ສະເໜີໃຫ້ປັບຫຼຸດອາຍຸນັກເຕະໃນການແຂ່ງຂັນບານເຕະ ຊີເກມ 2017 ທີ່ມາເລເຊຍ ຈາກອາຍຸບໍ່ເກີນ 23 ປີ ເປັນບໍ່ເກີນ 21 ປີ ເພື່ອໃຫ້ສອດຄ່ອງກັບການແຂ່ງຂັນອາຊຽນເກມ ແລະ ໂອແລມປິກເກມ ປີ 2020

ສຳນັກຂ່າວ ເປຕາລິງ ຈາຢາ ຂອງມາເລເຊຍ ລາຍງານວ່າ ທ່ານ ດາໂຕ໊ະ ອັດຊຸດດິນ ອາຫມັດ ເລຂາທິການໃຫຍ່ຂອງສະຫະພັນບານເຕະອາຊຽນ ຫຼື ເອເອຟເອຟ ໄດ້ອະທິບາຍເຖິງເຫດຜົນຄວາມຕ້ອງການທີ່ຈະຫຼຸດລັບດັບອາຍຸນັກເຕະໃນການແຂ່ງຂັນຊີເກມຄັ້ງທີ 29 ທີ່ນະຄອນຫຼວງກຸລາລຳເປີ ທີ່ປະເທດມາເລເຊຍ ປີ 2017 ວ່າ: ເພື່ອໃຫ້ມມີການພັດທະນາເຍົາວະຊົນຢ່າງຕໍ່ເນື່ອງ ເຮົາຕ້ອງໃຫ້ມີການພັດທະນາເດັກ ແລະ ເຍົາວະຊົນໃນຂົງເຂດອາຊຽນ, ຍັງຄົງມີຊ່ອງຫວ່າງໃນກຸ່ມລະດັບ ຢູ-21 ເຊີ່ງໃນການແຂ່ງຂັນຊີເກມຊ່ວຍເຕີມເຕັມໃຫ້ໄດ້ ແລະ ຊີເກມຍັງມີໂອກາດເປັນສ່ວນໜື່ງໃນການຊ່ວຍທີມໃນລະດັບອາຊຽນ ກຽມທີມໄປແຂ່ງຂັນຮອບຄັດເລືອກ ການແຂ່ງຂັນໂອແລມປິກເກມ ປີ 2020 ທີ່ຢີ່ປຸ່ນໄດ້ເຊັ່ນດຽວກັນ

ທັງນີ້ ການແຂ່ງຂັນໂອແລມປິກເກມ ປີ 2020 ຮອບຄັດເລືອກຈະແຂ່ງຂັນໃນປີ 2019, ເຊີ່ງຜູ້ຫຼີ້ນແມ່ນຊຸດຢູ-21 ຈາກປີ 2017 ມີໂອກາດທີ່ຈະກ້າວຂື້ນມາເປັນຊຸດສຳຄັນໃນການແຂ່ງຂັນໃນໂອແລມປິກຮອບຄັດເລືອກ ໂດຍປະຈຸບັນມີພຽງຮຸ່ນ ຢູ-17 ແລະ ຢູ-19 ເທົ່ານັ້ນ ສ່ວນການແຂ່ງຂັນ ເອເອຟເອຟ ຊູຊຸກິ ຄັບ ກໍ່ມີໄວ້ສຳລັບນັກເຕະຮຸ່ນໃຫຍ່

screenshot-www.laoff.org.la 2015-08-29 14-56-23

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...