ຕຶກໂຮງງານຖະຫລົ່ມທີ່ປາກີສະຖານມີຜູ້ເສຍຊີວິດແລ້ວ 16 ລາຍ ແລະ ບາດເຈັບ 40 ຄົນຫລັງຕຶກໂຮງງານຖະຫລົ່ມລົງມາໂດຍບໍ່ຮູ້ສາເຫດ ໃນເມືອງລາຮໍ ທາງຕະເວັນອອກຂອງປາກີສະຖານ ເມື່ອມື້ວັນພຸດທີ່ 4 ພະຈິກ ຄາດວ່າຍັງມີຄົນງານຕິດຢູ່ໃຕ້ຊາກເປ່ເພອີກປະມານ 100 ຄົນ ມື້ວັນພະຫັດທີ່ 5 ພະຈິກ ສຳນັກຂ່າວຕ່າງປະເທດລາຍງານຈາກກຸງອິດສ໌ລາມາບັດປະເທດປາກີສະຖານ ເມື່ອວັນທີ່ 5 ນີວ່າ ວ່າທ່ານໂມຮຳໝັດ ອຸດສະມານເຈົ້າຫນ້າທີ່ຝ່າຍບໍລິຫານຂອງເມືອງລາຮໍທາງຕະເວັນອອກຂອງປາກີສະຖານຊຶ່ງເຮັດ ຫນ້າທີ່ປະສານງານເຫດໄພພິບັດເປີດເຜີຍວ່າເຈົ້າຫນ້າທີ່ກູ້ໄພໄດ້ພົບຜູ້ເສຍຊີວິດແລ້ວ 16 ລາຍ ແລະ ບາດເຈັບອີກ 40 ຄົນ ນຳສົ່ງໂຮງໝໍແລ້ວຫລັງເກີດເຫດອາຄານໂຮງງານສູງ 3 ຊັ້ນເກີດຖະຫລົ່ມລົງມາໂດຍບໍ່ຮູ້ສາເຫດໃນເມືອງລາຮໍ ເມື່ອມື້ວັນພຸດທີ່ຜ່ານມາເຈົ້າຫນ້າທີ່ກູ້ໄພຍັງລະດົມກຳລັງຊ່ວຍເຫລືອຢ່າງເຕັມທີ່ ເພາະຄາດວ່າຍັງມີຄົນງານອີກປະມານ 100 ຄົນຕິດຢູ່ໃຕ້ຊາກເປ່ເພ ໂຮງງານທີ່ເກີດເຫດເປັນອາຄານສູງ 3 ຊັ້ນຜະລິດຖົງພາດຕິກສ໌ອ່ອນຫລືໂພລິທີນຕັ້ງຢູ່ໃນເຂດອຸດສາຫະກຳຊຸນດາ ຫ່າງຈາກຕົວເມືອງລາຮໍໄປທາງຕະເວັນຕົກສຽງໃຕ້ 45 ກມ. ຂະນະດຽວກັນກອງທັບປາກີສະຖານໄດ້ສົ່ງທີມຜູ້ຊ່ຽວຊານການຄົ້ນຫາ ແລະ ວິສະວະກອນໄປຊ່ວຍເຫລືອທີ່ໂຮງງານທີ່ເກີດເຫດແລ້ວ
ຕຶກໂຮງງານຖະຫລົ່ມທີ່ປາກີສະຖານ
256

ບົດຄວາມຫຼ້າສຸດ
ຂ່າວພາຍໃນ
ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ
ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025.
ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...
ໄພພິບັດ
ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.
ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ.
ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...
ຂ່າວຕ່າງປະເທດ
ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ
ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ)
ຜ່ານການຕົກລົງຈາກທັງ 2...
ຂ່າວທົ່ວໄປ
14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025
ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...