spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກັກໂຕ ຂີ້ລັກງົວປະຊາຊົນ

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກັກໂຕ ຂີ້ລັກງົວປະຊາຊົນ

Published on

12191880_1073610959337242_1055780451890180164_n

ເຈົ້າໜ້າທີ່ ປກສ ເມືອງໄຊເສດຖາ ກັກໂຕ ຂີ້ລັກງົວປະຊາຊົນຢູ່ບ້ານສ້າງໄພ ແລ້ວຂ້າງົວ ເອົາຊີ້ນງົວໄປເລາະຂາຍ ຢູ່ເຂດຕະຫລາດໂພນຕ້ອງ ເມືອງຈັນທະບູລີ ໄດ້ເງີນມາທັງໜົດ 1,400,000 ກີບ ຜູ້ຖືກຫາ ທັງ 4 ຄົນ ທ້າວ ບົວເງີນ ອາຍຸ 33 ປີ ຢູ່ບ້ານໂນນສະຫວ່າງ ທ້າວ ສອນທະສິນ ອາຍຸ 33 ປີ ທ້າວ ຈັນທີ ອາຍຸ 21 ປີ ແລະທ້າວ ສຸກສະເສີມ ອາຍຸ 15 ປີ ທັງສາມຄົນຢູ່ບ້ານສ້າງໄພ ເມືອງໄຊເສດຖາ ນະຄອນຫລວງປະຈຸບັນເຈົ້າໜ້າທີ່ກຳລັງຕິດຕາມຕົວຜູ້ທີ່ຖືກຊັກທອດ ອິກ 4 ຄົນມາດຳເນີນຄະດີພ້ອມສະຫລຸບສຳນວນຄະດີ ສົ່ງໃຫ້ໄອຍະການປະຊາຊົນເຂດ IV ນະຄອນຫລວງດຳເນີນຄະດີຕາມຂັ້ນຕອນກົດໜາຍ ແລະ ນອກຈາກນັ້ນ ທ້າວ ບົວເງີນ ແລະ ທ້າວ ສອນທະສິນ ເຄີຍຮ່ວມກັນລັກຊັບພົນລະເມືອງ ( ລັກໄກ່ຕີ ) 2 ຄັ້ງ
1 ໄປລັກໄກ່ຕີຢູ່ບ້ານ ຄຳສະຫວາດ ແລະ ບ້ານຂາມງອຍ ເມືອງໄຊເສດຖາ ໄດ້ໄກ່ ຕີຈຳນວນ 2 ໂຕ ຈາກນັ້ນພາກັນເອົາໄກ່ໄປຂາຍ ໄດ້ເງີນ 200,000ກີບ ແລ້ວແບ່ງປັນກັນ

ທີມາ: ໜັງສືພີມຄວາມສະຫງົບ
Cr: ໂທລະໂຄ່ງ

ບົດຄວາມຫຼ້າສຸດ

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...