spot_img
Homeຂ່າວຕ່າງປະເທດຈີນເປີດຕົວເຮືອບິນໂດຍສານ ຫວັງເປັນຄູ່ແຂ່ງຕະເວັນຕົກ

ຈີນເປີດຕົວເຮືອບິນໂດຍສານ ຫວັງເປັນຄູ່ແຂ່ງຕະເວັນຕົກ

Published on

EyWwB5WU57MYnKOuXogR1A77gJlTlawrbgNxuQGZPWTm3e8JmUy1kV

ເມື່ອ​ມື້ວັນ​ຈັນ 2 ພະຈິກ ບໍລິສັດ​ຄອມ​ເມີລ໌​ຊຽນ ແອລ໌​ຄຣາບ ຄັອບ​ ຂອງ​ລັດຖະບານ​ຈີນ ເປີດ​ສາຍ​ພານ​ການ​ຜະລິດ​ເຮືອ​ບິນ​ໂດຍ​ສານ​ຂອງ​ຕົນເອງ​ເທື່ອ​ທຳອິດ​ໃນ​ນະຄອນ​ຊ່ຽງ​ໄຮ້ ດ້ວຍ​ຊື່​ລຸ້ນ “ຊີ 919” ເຮືອ​ບິນ​ໂດຍ​ສານ​ລຳ​ຕົວ​ແຄບ​ລຸ້ນ​ທຳອິດ​ທີ່​ຜະລິດ​ໃນ​ປະເທດ​ຈີນ ດ້ວຍ​ການຮອງ​ຮັບ​ຜູ້​ໂດຍ​ສານ 168 ບ່ອນນັ່ງ ຄວາມ​ຍາວ​ເຮືອ​ບິນ 39 ແມັດ ​ການ​ບິນ​ໄກ​ສູງ​ສຸດ 5,555 ກມ. ຫວັງ​ແຂ່ງ​ຂາຍ​ກັບ​ບໍລິສັດ​ຜູ້​ຜະລິດ​ເຮືອ​ບິນ​ລາຍ​ໃຫຍ່​ຂອງ​ໂລກ​ຄື ບໍລິສັດ​ໂບ​ອິ້ງ​ຂອງສະ​ຫະລັດ ​ແລະ ​ບໍລິສັດ​ແອລ໌​ບັດ​ຂອງ​ຊາດ​ຍຸ​ໂຣບ

ຢ່າງໃດ​ກໍ​ຕາມ ກຳນົດ​ການ​ທົດສອບ​ເຮືອ​ບິນ​ໂດຍ​ສານ ຊີ 919 ຢ່າງ​ເປັນ​ທາງ​ການ​ເທື່ອ​ທຳອິດ​ພາຍ​ໃນ​ປີ​ນີ້​ຖືກ​ເລື່ອນ​ອອກ​ໄປ​ເປັນ​ປີ​ໜ້າ​ຫລື​ອາດ​ເປັນ ປີ 2018 ໂດຍ​ມີ​ຍອດ​ສັ່ງ​ຈອງ​ຊື້​ເຮືອ​ບິນ​ລຸ້ນ​ນີ້​ແລ້ວ 517 ລຳ ລູກ​ຄ້າ​ສ່ວນ​ໃຫຍ່​ເປັນ​ສາຍ​ການ​ບິນ​ໃນ​ປະເທດ​ຂອງ​ຈີນ​

EyWwB5WU57MYnKOuXogR1A77gJlTlawrbgNxuQGZPWTm3e8JmUy1kV

ທັງ​ນີ້ ຈີນ​ຄິດ​ຜະລິດ​ເຮືອ​ບິນ​ພາ​ນິດ​ມາ​ຕັ້ງ 1970 ທັງ​ຍັງ​ກຽມ​ຜະລິດ​ເຮືອ​ບິນ​ໂດຍ​ສານ​ຂະໜາດ​ນ້ອຍ​ອີກ​ລຸ້ນ​ຄື ເອ​ອາລ໌​ເຈ- 21 ດ້ວຍ​ບ່ອນ​ນັ່ງ​ຜູ້​ໂດຍ​ສານ 78-90 ບ່ອນ​ນັ່ງ ເພື່ອ​ແຂ່ງ​ຂັນ​ກັບ​ເຮືອ​ບິນ​ເອັມ​ເບນ​ເອີລ໌​ຂອງບຣາ​ຊິນ ແລະ ​ເຮືອ​ບິນ​ບອມ​ບາລ໌​ເດຍ​ຂອງ​ແຄ​ນາ​ດາ ສ່ວນ​ເຄື່ອງ​ຈັກ ​ແລະ ​ສ່ວນ​ປະກອບ​ສຳຄັນ​ຫລາຍ​ຢ່າງ​ຂອງ​ເຮືອບິນ​ຈີນ​ຍັງ​ຕ້ອງ​ໃຊ້ ສິນ​ຄ້າ​ຈາກ​ຜົນ​ຜະລິດ​ຂອງສະ​ຫະລັດ ແລະ ​ຝຣັ່ງ​ເສດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...