spot_img
Homeຂ່າວຕ່າງປະເທດຈີນປະກາດຂຶ້ນຄ່າເງິນຫຍວນ ເທື່ອໃຫຍ່ທີ່ສຸດໃນຮອບ 10 ປີ

ຈີນປະກາດຂຶ້ນຄ່າເງິນຫຍວນ ເທື່ອໃຫຍ່ທີ່ສຸດໃນຮອບ 10 ປີ

Published on

china

ລັດຖະບານ​ຈີນ​ປະ​ກາດ​ຂຶ້ນ​ຄ່າ​ເງິນ​ຫຍວນ​ໃນ​ອັດຕາ​ສູງ​ທີ່ສຸດ​ນັບ​ຕັ້ງ​ແຕ່​ປີ 2005 ເພີ່ມ​ໂອ​ກາດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ໃຫ້​ສະ​ກຸນ​ເງິນ​ປະຈຳ​ຊາດ​ໄດ້ຮັບ​ການ​ອະ​ນຸມັດ​ເຂົ້າ​ສູ່ “ຕະ​ກ້າ​ເງິນ” ຂອງ​ໄອ​ເອັມ​ເອັຟ ມື້​ວັນຈັນ​ທີ່ 2 ພະຈິກ 2015 ເວລາ 10:47 ນ. ສຳ​ນັກ​ຂ່າວ​ຕ່າງ​ປະເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ປັກ​ກິ່ງ ປະເທດ​ຈີນ ເມື່ອ​ວັນທີ່ 2 ພະຈິກ ວ່າ​ທະ​ນາ​ຄານ​ປະຊາຊົນ​ຈີນ (ພີ​ບີ​ໂອ​ຊີ) ອອກ​ຖະແຫລງການ​ເລື່ອງ​ການ​ປັບ​ເພີ່ມ​ອັດຕາ​ແລກ​ປ່ຽນ​ກາງ​ຂອງສະ​ກຸນ​ເງິນ​ຫຍວນ​ເມື່ອ ທຽບ​ກັບ​ເງິນ​ດອນ​ລາ​ສະ​ຫະລັດ​ຂຶ້ນ​ອີກ​ຮ້ອຍ​ລະ 0.54 ມາ​ຢູ່​ທີ່ 6.3154 ຫຍວນ​ຕໍ່ 1 ດອນ​ລາ​ສະ​ຫະລັດ ຖື​ເປັນ​ການ​ປັບ​ເພີ່ມ​ຄ່າ​ເງິນ​ຫຍວນ​ຫລາຍ​ທີ່ສຸດ​ນັບ​ຕັ້ງ​ແຕ່​ປີ 2005 ຊຶ່ງ​ເປັນ​ໄລຍະ​ທີ່​ລັດຖະບານ​ປັກ​ກິ່ງ​ຫາກໍ່​ຍົກ​ເລີກ​ລະບົບ​ຮັດ​ຄ່າ​ເງິນ​ຂອງ​ປະເທດ​ເອົາ​ໄວ້​ກັບ ເງິນ​ຂອງສະ​ຫະລັດ ຄວາມ​ປ່ຽນ​ແປງ​ເທື່ອ​ດັ່ງ​ກ່າວ​ມີ​ຂຶ້ນ​ຫລັງ​ພີ​ບີ​ໂອ​ຊີ​ປັບ​ຫລຸດ​ຄ່າ​ເງິນ​ຫຍວນ​ໃຫ້ຫລຸດລົງ ເກືອບ​ຮ້ອຍ​ລະ 5.0 ພາຍ​ໃນ 1 ອາທິດ​ເມື່ອ​ເດືອນ​ ສິງຫາ ແລະ​ ກຳນົດ​ໃຫ້​ອັດຕາ​ແລກ​ປ່ຽນ​ລາຍ​ມື້​ຜັນປ່ຽນໄດ້​ບໍ່​ເກີນ​ຮ້ອຍ​ລະ 2.0 ແມ່ນ​ໃຫ້​ເຫດຜົນ​ວ່າ​ເປັນ​ສ່ວນຫນຶ່ງ​ຂອງ​ມາ​ດຕາ​ການ​ກະຕຸ້ນ​ເສດຖະກິດ ແລະ​ຄວບ​ຄຸມ​ຄ່າ​ເງິນ​ຂອງ​ປະເທດ​ໃຫ້​ສອດ​ຄ້ອງ​ກັບ​ກົນ​ໄກ​ຂອງ​ຕະ​ຫລາດ ທີ່​ອາດ​ເພີ່ມ​ຄວາມ​ສົນ​ໃຈ​ໃນ​ສິນ​ຄ້າ​ແລະ​ບໍລິການ​ຈາກ​ຈີນ​ຊຶ່ງ​ມີ​ລາ​ຄາ​ຖືກ​ລົງ​ຕາມ​ຄ່າ​ເງິນ ແຕ່​ກັບ​ສ້າງ​ຄວາມ​ຕື່ນ​ຕົກໃຈ​ໃຫ້​ແກ່​ຕະ​ຫລາດ​ທົ່ວ​ໂລກ​ໃນ​ເວລາ​ນັ້ນ ແລະ​ສົ່ງ​ຜົນ​ໃຫ້​ເງິນ​ຫຍວນ​ອ່ອນ​ຄ່າ​ທີ່ສຸດ​ນັບ​ຕັ້ງ​ແຕ່​ເດືອນ​ ສິງຫາ 2010 ທັງ​ນີ້ ການ​ແຊກ​ແຊງ​ຄ່າ​ເງິນ​ຫຍວນ​ຖື​ເປັນ​ກົນ​ໄກ​ສຳຄັນ​ຂອງ​ລັດຖະບານ​ຈີນ​ໃນ​ການ​ຄວບ​ຄຸມ​ແລະ​ກຳນົດ​ທິດ ທາງ​ເສດຖະກິດ​ຂອງ​ປະເທດ​ດ້ວຍ​ຕົວ​ເອງ ທ່າມ​ກາງ​ຄວາມ​ຫວັງ​ອັນ​ເຕັມ​ປ່ຽມ ໃນ​ການ​ໃຫ້​ເງິນ​ຫຍວນ​ໄດ້ຮັບ​ການ​ຍອມ​ຮັບ​ຈາກ​ກອງ​ທຶນ​ການ​ເງິນ​ລະຫວ່າງ​ປະເທດ (ໄອ​ເອັມ​ເອັ​ຟ) ໃຫ້ເປັນ​ໜຶ່ງ​ໃນ “ສິດ​ທິ​ເບີກ​ຖອນ​ພິເສດ” (ເອດ​ດີ​ອາລ໌) ຫລື “ຕະ​ກ້າ​ເງິນ” ຂອງ​ໄອ​ເອັມ​ເອັ​ຟ ຮ່ວມ​ກັບ​ຄ່າ​ເງິນ​ດອນ​ລາ​ສະ​ຫະລັດ ຍູ​ໂລ ເຍນ ແລະ​ປອນ​ສະ​ເຕີລ໌​ລິງ ຊຶ່ງ​ໄອ​ເອັມ​ເອັຟກຽມ​ຕັດ​ສິນ​ເລື່ອງ​ດັ່ງ​ກ່າວ​ພາຍ​ໃນ​ເດືອນ​ນີ້ ຂະນະ​ທີ່​ກຳນົດ​ການ​ໃຊ້​ອັດຕາ​ໃໝ່​ຂອງ​ເອດ​ດີ​ອາລ໌​ຈະ​ເລີ່ມ​ໃນ​ວັນທີ່ 1 ຕຸລາ ປີ​ໜ້າ“

ບົດຄວາມຫຼ້າສຸດ

ສະພາບອາກາດ ປະຈຳວັນທີ 30/9/2024

ຄວາມກົດດັນອາກາດຕໍ່າໄດ້ປົກ ຄຸມຢູ່ທົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນຕົກສ່ຽງໃຕ້ພັດປົກຄຸມ. ຊຶ່ງຈະເຮັດໃຫ້ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ...

ເກີດຂຶ້ນ 425 ເລື່ອງ ປະກົດການຫຍໍ້ທໍ້ ທົ່ວເມືອງໄຊທານີ ນວ ໄລຍະ 9 ເດືອນຜ່ານມາ

ພັທ ວຽງຄໍາ ຈັນທະວົງສາ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕະຫຼອດໄລຍະ 9 ເດືອນຜ່ານມາ, ທົ່ວເມືອງໄຊທານີ ມີປະກົດການຫຍໍ້ທໍ້ເກີດຂຶ້ນເຖິງ 425...

ໄຊສົມບູນ ທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງ

ໃນວັນທີ 27 ກັນຍາທີ່ຜ່ານມາ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ ຈັດພິທີທຳລາຍສີນຄ້າອຸປະໂພກ-ບໍລິໂພກທີ່ໝົດອາຍຸ ແລະ ນຳເຂົ້າບໍ່ຖືກຕ້ອງຕາມລະບຽບການ ຂຶ້ນທີ່ພະແນກອຸດສາຫະກຳ ແລະ ການຄ້າ ແຂວງໄຊສົມບູນ,...

ນາຍົກລັດຖະມົນຕີ ສປປ ລາວ ເຄື່ອນໄຫວໃນກອງປະຊຸມພາກອະພິປາຍ ທົ່ວໄປຂອງສະມັດຊາໃຫຍ່ອົງການ ສປຊ ສະໄໝ 79

ໃນວັນທີ 26 ກັນຍາ 2024,​ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ເເທນ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ອົງການ...