spot_img
Homeຂ່າວທ້ອງຖິ່ນຮາກຖານສະຫະພັນແມ່ຍິງ ພະແນກ ສສກ ແຂວງຫົວພັນ ສຳເລັດກອງປະຊຸມໃຫຍ່ຄັ້ງທີ 10

ຮາກຖານສະຫະພັນແມ່ຍິງ ພະແນກ ສສກ ແຂວງຫົວພັນ ສຳເລັດກອງປະຊຸມໃຫຍ່ຄັ້ງທີ 10

Published on

ໜ່ວຍຮາກຖານສະຫະພັນແມ່ຍິງ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ສຳເລັດກອງປະຊຸມໃຫຍ່ຄັ້ງທີ 10 ຢ່າງເປັນທາງການ, ເຊີ່ງພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 30 ຕຸລາ 2015 ຢູ່ທີ່ຫ້ອງປະຊຸມພະແນກດັ່ງກ່າວ ໂດຍພາຍໃຕ້ການເປັນປະທານ ແລະ ເຂົ້າຮ່ວມຂອງ ສະຫາຍ ນາງ ສວຍເພັດ ທອງສົມບັດ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຄະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ, ມີ ທ່ານ ແສງທອງ ແສງສຸລິນ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີສະມາຊິກແມ່ຍິງໂຮງຮຽນອ້ອມຂ້າງທີ່ຂຶ້ນກັບ ໜ່ວຍຮາກຖານສະຫະພັນແມ່ຍິງ ພະແນກສຶກສາທິການ ແລະ ກິລາ ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ

ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຟັງການຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ່ຜ່ານມາ ຂອງໜ່ວຍຮາກຖານສະຫະພັນແມ່ຍິງພະແນກດັ່ງກ່າວໃນໄລຍະ 3 ປີຜ່ານມານັບແຕ່ ປີ 2011-2014 ຈາກ ສະຫາຍ ນາງ ຈູມມາລີ ບຸມີໄຊ ປະທານຮາກຖານສະຫະພັນແມ່ຍິງ ພະແນກສຶກສາທິການ ແລະ ກິລາແຂວງ ເຊິ່ງເຫັນໄດ້ຫຼາຍດ້ານດີຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງໄດ້ທອດຖອນບົດຮຽນ ແລະ ບຸກບືນສືບຕໍ່ແກ້ໄຂໃຫ້ດີຂື້ນໃນຕໍ່ໜ້າ ໜ່ວຍຮາກຖານສະຫະພັນແມ່ຍິງ ພະແນກສຶກສາທິການ ແລະ ກິລາ ແຂວງ ເປັນຮາກຖານທີ່ຂຶ້ນກັບ ສະຫະພັນແມ່ຍິງແຂວງ ພາຍໃຕ້ການຊີ້ນຳຂອງ ຄະນະພັກຮາກຖານ ພະແນກສຶກສາທິການ ແລະ ກິລາແຂວງ ແລະ ຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ມີຫົວໜ້າ 1 ສະຫາຍ, ຮອງ 1 ສະຫາຍ, ຄະນະ 2 ສະຫາຍ ແລະ ມີສະມາຊິກທັງໝົດ 215 ສະຫາຍ ຕະຫຼອດໄລຍະ 3 ປີຜ່ານມາ ໜ່ວຍຮາກຖານສະຫະພັນແມ່ຍິງພະແນກດັ່ງກ່າວ ແມ່ນໄດ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ເຄົາລົບກົດລະບຽບ, ກົດໝາຍຂອງອົງການຈັດຕັ້ງຕ່າງໆເຊິ່ງສາມາດຕີລາຄາເຫັນໄດ້ຜົນງານໃນແຕ່ລະດ້ານດັ່ງນີ້: ໄດ້ຖືເອົາວຽກງານສຶກສາອົບຮົມແນວຄິດ-ການເມືອງ ເປັນບັນຫາສຳຄັນຕໍ່ການສຶກສາອົບຮົມໃຫ້ບັນດາສະຫາຍສະມາຊິກແມ່ຍິງພາຍໃນໜ່ວຍດ້ວຍຫຼາຍວິທີ,ວຽກງານກໍ່ສ້າງພະນັກງານໄດ້ອຳນວຍຄວາມສະດວກໃຫ້ສະມາຊິກໄດ້ໄປຍົກລະດັບວິຊາສະເພາະໃນໄລຍະສັ້ນ ແລະ ໄລຍະຍາວຕາມຄວາມເໝາະສົມ,ວຽກງານນະໂຍບາຍ ກໍ່ໄດ້ເອົາໃຈໃສ່ດີສົມຄວນເປັນຕົ້ນເຊິ່ງສະແດງອອກ ໃນການເລື່ອນຊັ້ນຂັ້ນເງິນເດືອນ, ການລາພັກປະຈຳປີ, ການປິ່ນປົວສຸຂະພາບ, ການພັກຜ່ອນປະສູດລູກ ແລະ ອື່ນໆ, ວຽກງານພັດທະນາຊີວິດການເປັນຢູ່ຂອງແມ່ຍິງ ແລະ ຄອບຄົວທີ່ໄດ້ແກ້ໄຂຄວາມທຸກຍາກໄດ້ຍົກສູງງນ້ຳໃຈເພິ່ງຕົນເອງ,ກຸ້ມຕົ້ນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ຄະນະໜ່ວຍໄດ້ປຸກລະດົມສະມາຊິກແມ່ຍິງທຸກສະຫາຍເຂົ້າໃນການສ້າງຕັງກອງທຶນຊ່ວຍເຫຼືອເຊິ່ງກັນ ແລະ ກັນ

ປະຈຸບັນ ໜ່ວຍຮາກຖານສະຫະພັນແມ່ຍິງພະແນກສຶກສາທິການ ແລະ ກິລາແຂວງ ມີເງິນຝາກທັງໝົດ 52 ລ້ານກ່ວາກີບ, ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີຄື: ພົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວໃຫ້ມີຄວາມຜາສຸກ ສາມາດເລືອກໄດ້ບຸກຄົນ 3 ດີ ປະເພດ 1 ໄດ້ 136 ສະຫາຍ, ປະເພດ 2 ໄດ້ 47 ສະຫາຍ, ເປັນພົນລະເມືອງດີໄດ້ 168 ສະຫາຍ, ພັດທະນາດີໄດ້ 162 ສະຫາຍ ພ້ອມທັງໄດ້ຮັບໃບຢັ້ງຢືນແມ່ຍິງ 3 ດີ ນຳອີກ

11921604_1669372993349831_442766805430974257_n

12189756_1669373063349824_6530894564018801246_n

12190969_1669372973349833_5564111737091283791_n

12190988_1669373073349823_495320242224353890_n

12208625_1669372960016501_6040775657809869829_n

ແຫຼ່ງຂ່າວ: ສສກ ແຂວງຫົວພັນ ໂດຍ ສີສົມສັກ ພົມມາທຳ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...