Homeວິທະຍາສາດ-ວິທະຍາການຄົນຫົວລ້ານເຮ! ຄົ້ນພົບຢາຊ່ວຍເລັ່ງຜົມຍາວ

ຄົນຫົວລ້ານເຮ! ຄົ້ນພົບຢາຊ່ວຍເລັ່ງຜົມຍາວ

Published on

86a35c0bd70d3ebf910a85ca354f409b

ນັກ​ວິ​ໄຈ​ອາເມຣິກາ​ພົບ​ວ່າ ການ​ຢຸດ​ຍັ້ງ​ເອນ​ໄຊ​ບາງຢ່າງ​ທີ່​ປຸ່ມ​ຮາກ​ຜົມ​ຊ່ວຍ​ຟື້ນ​ຟູ​ການ​ຈະເລີນ​ເຕີບໃຫ່ຍ​ຂອງ​ເສັ້ນ​ຜົມ ໄດ້ ນຳ​ມາ​ຊຶ່ງ​ຄວາມ​ຫວັງ​ໃນ​ການ​ບັນເທົາອາການ​ຜົມ​ລົ່ນ ຫົວ​ລ້ານ​ໄດ້​ໃນ​ອະນາຄົດ

ການທົດລອງ​ນີ້​ເກີດ​ຂຶ້ນ​ກັບ​ໜູ ໂດຍ ດຣ. ແອງ​ເຈ​ລາ ເອັມ. ຄິ​ສະຕິ​ອາ​ໂນ ແລະ​ທີມ​ງານ​ໄດ້​ຄົ້ນ​ພົບ​ວ່າ ຢາ​ທີ່​ຊ່ວຍ​ບັນເທົາ​ເອນ​ໄຊ​ຕະກູນ Janus kinase (JAK) ຈະ​ຊ່ວຍ​ເລັ່ງ​ການ​ຈະເລີນ​ເຕີບໃຫ່ຍ​ຂອງ​ເສັ້ນ​ຜົມ​ເມື່ອ​ນຳ​ຜົມ​ໄປ​ປູກ​ກັບ​ຜິວ​ໜັງ

ການສຶກ​ສາ​ເທື່ອ​ນີ້​ຊ່ວຍ​ເພີ່ມ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ຢາ​ບັນເທົາ JAK ໄປ​ຊ່ວຍ​ຟື້ນ​ຟູ​ການ​ຈະເລີນ​ເຕີບໃຫ່ຍ​ຂອງ​ເສັ້ນ​ຜົມ​ໃນ​ກຸ່ມ​ຄົົນທີ່​ເສຍ​ເສັ້ນ​ຜົມ​ໄປ​ຫລາຍຈາກ​ພາ​ວະ ຫົວ​ລ້ານ ໂດຍ​ຢາ​ບັນເທົາ JAK ນີ້​ມີ 2 ປະ​ເພດ​ໄດ້ຮັບ​ການ​ຮັບຮອງ​ຈາກ​ອົງ​ການ​ອາຫານ​ແລະ​ຢາ ສະ​ຫະລັດ​ອາເມຣິ​​ກາ​ແລ້ວ ໂດຍ​ມີ​ປະ​ເພດ​ໜຶ່ງ​ຖືກ​ໃຊ້​ໃນ​ການ​ຮັກສາພະຍາດ​ທາງ​ເລືອດ ແລະ​ອີກ​ປະ​ເພດ​ໜຶ່ງ​ຄື​ໃຊ້​ຮັກສາ​ໄຂ້​ລູ​ມາ​ຕອຍ ຢາ​ທັງ​ສອງ​ປະ​ເພດ​ກຳ​ລັງ​ຖືກ​ທົດສອບ​ໃນ​ເຊີງ​ຄຣີ​ນິກ​ເພື່ອ​ການ​ຮັກສາພະຍາດ​ສະ​ເກັດ​ເງີນ​ແລະ​ພະຍາດ ຜົມ​ລົ່ນທີ່​ເກີດ​ຈາກ​ລະບົບ​ພູ​ມ​ຄຸ້ມ​ກັນ

“ສິ່ງ​ທີ່​ເຮົາ​ພົບ​ຖື​ວ່າ​ມີ ສັກ​ກາຍະ​ພາບ​ຫລາຍ ເຖິງວ່າ​ເຮົາ​ຈະ​ຍັງ​ບໍ່​ຮູ້​ວ່າ​ມັນ​ມີ​ປະ​ສິດ​ທິ​ພາບ​ສຳລັບ​ການ​ບັນເທົາ​ອາການ​ຫົວ​ລ້ານ​ໄດ້ ຫລື​ບໍ່ ຍັງມີ​ຫລາຍ​ເລື່ອງ​ທີ່​ຈະ​ຕ້ອງ​ເຮັດ​ເພື່ອ​ທົດສອບ​ວ່າ​ຢາ​ບັນເທົາ JAK ນີ້​ສາມາດ​ນຳ​ໄປ​ໃຊ້​ກັບ​ໜັງ​ຫົວ​ໄດ້​ຫລື​ບໍ່ ເພື່ອ​ການເຮັດໃຫ້​ການ​ຈະເລີນ​ເຕີບໃຫ່ຍ​ຂອງ​ເສັ້ນ​ຜົມ​ມະນຸດ​ກັບ​ມາ​ອີກ​ເທື່ອ”

ດຣ. ຄິ ສະຕິ​ອາ​ໂນ ແລະ​ທີມ​ງານ ໄດ້​ຄົ້ນ​ພົບ​ຜົນ​ກະທົບ​ຂອງ​ຢາ​ບັນເທົາ JAK ກັບ​ປຸ່ມ​ຮາກ​ຜົມ​ໃນ​ຂະນະ​ທີ່​ສຶກ​ສາ​ເລື່ອງ​ພະຍາດ​ຜົມ​ລົ່ນ ຊຶ່ງ​ເກີດ​ຈາກ​ການ​ທີ່​ລະບົບ​ພູ​ມຄຸ້ມ​ກັນ​ອັດ​ຕະໂນມັດ​ເຂົ້າ​ໂຈມ​ຕີ​ປຸ່ມ​ຮາກ​ຜົມ ແລະ​ເມື່ອ​ປີ​ທີ່​ຜ່ານມາ ດຣ. ຄິ​ສະຕິ​ອາ​ໂນ ແລະ​ທີມ​ງານ​ໄດ້​ລາຍ​ງານ​ວ່າ ການ​ຢາ​ບັນເທົາ JAK ຈະ​ໄປ​ປິດ​ສັນ​ຍານ​ທີ່​ກໍ່​ໃຫ້​ເກີດ​ການ​ໂຈມ​ຕີ​ຂອງ​ພູ​ມຄຸ້ມ​ກັນ​ອັດ​ຕະໂນມັດ ແລະ​ຢາ​ບັນເທົາຊະນິດ​ນີ້​ປະ​ເພດ​ກິນ​ນັ້ນ​ສາມາດ​ຊ່ວຍ​ຟື້ນ​ຟູ​ການ​ຈະເລີນ​ເຕີບໃຫ່ຍ​ຂອງ​ເສັ້ນ​ຜົມ ໃນ​ຄົົນທີ່​ເປັນ​ພະຍາດ​ນີ້​ບາງ​ຄົນ​ໄດ້ອີກດ້ວຍ

ໃນ​ການ​ທົດລອງ​ຕໍ່​ມາ ດຣ. ຄິ​ສະຕິ​ອາ​ໂນ ໄດ້​ສັງເກດ​ວ່າ ໜູ​ຈະ​ມີ​ເສັ້ນ​ຂົນ​ຍາວ​ຫລາຍ​ຂຶ້ນ​ເມື່ອ​ໃຊ້​ຢາ​ທາ​ເຂົ້າໄປ​ທີ່​ຜິວ​ໜັງ​ເມື່ອ​ທຽບ​ກັບ​ໃຫ້​ຢາ​ໂດຍ ວິທີ​ການ​ກິນ ຊຶ່ງ​ເປັນ​ການ​ບອກວ່າ ຢາ​ບັນເທົາ JAK ອາດຈະ​ມີ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ປຸມ​ຮາກ​ຜົມ ໃນ​ການ​ບັນເທົາການ​ໂຈມ​ຕີ​ຂອງ​ພູມ​ຄຸ້ມ​ກັນ

ເມື່ອ ນັກ​ວິ​ໄຈເບີ່ງ​ໄປ​ທີ່​ປຸ່ມ​ຮາກ​ຂົນ​ຂອງ​ໜູ​ປົກກະຕິ ຈຶ່ງ​ໄດ້​ພົບ​ວ່າ ຢາ​ບັນເທົາ JAK ນັ້ນ​ຄ່ອຍໆ​ປຸກ​ປຸ່ມ​ຮາກ​ຂົນ​ທີ່​ເສຍ​ໄປ​ໃຫ້​ຕື່ນ​ຂຶ້ນ​ມາ ແຕ່​ຢ່າງໃດ​ກໍ​ຕາມ ເສັ້ນ​ຂົນ​ນັ້ນ​ກໍ​ບໍ່​ໄດ້​ເຕີບໃຫ່ຍ​ຢ່າງ​ຕໍ່​ເນື່ອງ ແຕ່​ຈະ​ໝຸນ​ວຽນ​ກັນ​ໄປ​ລະຫວ່າງ​ສະ​ຖາ​ນະ​ຢຸດ​ພັກ​ກັບ​ສະ​ຖາ​ນະ​ຈະເລີນ​ເຕີບໃຫຍ

ນັກ​ວິ​ໄຈ ພົບ​ວ່າ ຢາ​ບັນເທົາ JAK ຊ່ວຍ​ເຮັດໃຫ້​ຂະ​ບວນ​ນີ້​ກັບ​ມາ​ເປັນ​ປົກກະຕິ​ອີກ​ເທື່ອ ແລະ​ໜູ​ທີ່​ໄດ້ຮັບ​ຢາ​ບັນເທົາ JAK ນີ້​ສາມາດ​ກັບ​ມາ​ມີ​ເສັ້ນ​ຂົນ​ໃໝ່​ໄດ້​ພາຍ​ໃນ 10 ມື້ ຊ່ວຍ​ເລັ່ງ​ປຸ່ມ​ຮາກ​ຜົມ​ໃຫ້​ກັບ​ມາສູ່​ສະ​ຖາ​ນະ​ຈະເລີນ​ເຕີບໃຫ່ຍ ແຕ່​ໜູ​ກຸ່ມ​ຄວບ​ຄຸມ​ນັ້ນ​ບໍ່​ມີ​ເສັ້ນ​ຂົນ​ຍາວ​ອອກ​ມາ​ໃນ​ໄລ​ຍະ​ເວລາ​ທີ່​ເທົ່າ​ກັນ​ເລີຍ

“ມີ​ອົງປະກອບ​ຫລາຍ​ຢ່າງ​ທີ່​ຊ່ວຍ​ຊຸກຍູ້​ປຸ່ມ​ຮາກ​ຜົມ​ໃຫ້​ເຂົ້າ​ສູ່​ການ​ຈະເລີນ​ເຕີບໃຫ່ຍ​ໄດ້​ໄວ” ດຣ. ຄິ​ສະຕິ​ອາ​ໂນ່ ອະທິບາຍ

ເປັນ ໄປ​ໄດ້​ວ່າ​ຢາ​ຕົວ​ນີ້​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ​ໃນ​ການ​ເລັ່ງ​ໃຫ້​ຂົນ​ໜູ​ຍາວ ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ແບບ​ດຽວ​ກັນ​ໃນ​ມະນຸດ ຊຶ່ງ​ໜ້າ​ຈະ​ຖືກ​ນຳ​ໄປ​ໃຊ້​ເພື່ອ​ເລັ່ງ​ການ​ເຕີບໃຫ່ຍຂອງ​ເສັ້ນ​ຜົມ​ໃໝ່​ແລະ​ເສັ້ນ​ຜົມ​ທີ່​ມີ​ຢູ່ ໃນ​ອະນາຄົດ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...