Homeຂ່າວພາຍ​ໃນຄອບຄົວຊາວອົດສະຕຣາລີ ທີ່ປະສົບເຫດຍົນຕົກທີ່ປາກເຊ ບໍລິຈາກເງິນສ້າງໂຮງຮຽນ 100,000$

ຄອບຄົວຊາວອົດສະຕຣາລີ ທີ່ປະສົບເຫດຍົນຕົກທີ່ປາກເຊ ບໍລິຈາກເງິນສ້າງໂຮງຮຽນ 100,000$

Published on

12190838_888223264559572_4511686649834745630_n
ກາວິນ, ເມຍ ແລະລູກໆ ຂອງເຂົາທີ່ປະສົບອຸບັດເຫດທັງໝົດ

ຄອບຄົວອົດສະຕຣາລີໄດ້ບໍລິຈາກ $ 100,000 ສໍາລັບການສ້າງໂຮງຮຽນ ປະຖົມໃນລາວ,ເພື່ອໃນຄວາມຊົງຈໍາຂອງລູກຊາຍ ແລະ ຄອບຄົວ ຫນຸ່ມນ້ອຍ ຂອງພວກເຂົາ, ທີ່ເກີດອຸປະຕິເຫດທາງເຮືອບິນ QV 301 ທີ່ປາກເຊເມື່ອສອງປີກ່ອນ.

6899492-3x2-940x627
The Rhodes family: (L-R) Gavin, Melissa, Geoff, Doreen, and Ben

ຕອນບ່າຍຂອງວັນທີ 16 ຕຸລາ 2013 ເຮືອບິນໂດຍສານທ່ຽວບິນ QV 301 ອອກເດິນທາງຈາກນະຄອນຫຼວງວຽງຈັນ ໄປຍັງສະໜາມບິນສາກົນປາກເຊ ໄດ້ປະສົບອຸບັດເຫດຕົກລົງກາງແມ່ນ້ຳຂອງ ພ້ອມຜູ້ໂດຍສານແລະຈຸບິນລວມ 49 ຊີວິດ ເຊິ່ງໃນນັ້ນມີ ທ້າວ ກາວິນ ອາຍຸ 39 ປີ, ນາງລີ ອາຍຸ 35 ປີ ເປັນເປັນເມຍ, ນາງ ເຈດ ອາຍຸ 3 ປີ ແລະ ທ້າວ ແມນເຟຣດ ອາຍຸ 17 ເດືອນ ເປັນຜູ້ເຄາະຮ້າຍ.

ເພື່ອເປັນອະນຸສອນແກ່ລູກແລະຫຼານ ທີ່ປະສົບອຸບັດເຫດດັ່ງກ່າວ ທ່ານນາງ ໂດຣີນ ໂຣດ ຈຶ່ງໄດ້ບໍລິຈາກເງິນຈຳນວນ 100,000 ໂດລາສະຫະລັດ (ປະມານ 813,700,000 ກີບ) ເພື່ອສ້າງໂຮງຮຽນປະຖົມໄວ້ທີ່ເມືອງປາກເຊ ແຂວງຈຳປາສັກ ເພື່ອອຸທິດສ່ວນບຸນກຸສົນ ໄປຫາລູກແລະຫຼານຂອງທ່ານ.

ຂ່າວຈາກ: http://www.abc.net.au/news/2015-10-30/family-donates-money-to-preschool-in-laos-after-plane-crash/6898958

ບົດຄວາມຫຼ້າສຸດ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວ ໜຶ່ງເສັ້ນທາງ ຮົງກົງ ຄັ້ງທີ 11 (11th Belt and Road Summit, Hong Kong) ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ

ໃນຕອນເຊົ້າຂອງວັນທີ 09 ກັນຍາ 2026 ທີ່ ເຂດປົກຄອງພິເສດຮົງກົງ, ສປ ຈີນ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການ ແຫ່ງ...

ສປປ ລາວ ສືບຕໍ່ແກ້ໄຂລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຢ່າງຕໍ່ເນື່ອງ.

ພາຍຫຼັງສົງຄາມໄດ້ສິ້ນສຸດລົງມາເປັນເວລາຫຼາຍກວ່າ 60 ປີ, ບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ ສປປ ລາວ ຍັງເປັນໜຶ່ງໃນບັນຫາທີ່ສົ່ງຜົນກະທົບຕໍ່ປະຊາຊົນ ແລະ ການພັດທະນາຂອງ ສປປ ລາວ. ນັບແຕ່ປີ...

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ...

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...