spot_img
Homeນານາສາລະໝາກນາວໂຊດາ ຫລຸດນ້ຳໜັກໄດ້ແທ້ຫລືບໍ່

ໝາກນາວໂຊດາ ຫລຸດນ້ຳໜັກໄດ້ແທ້ຫລືບໍ່

Published on

Lemon-soda

ສາວໆໜຸ່ມໆຄົນ​ໃດ​ທີ່​ກຳ​ລັງ​ຮັກສາຮູບຮ່າງ​ຫລື​ພະຍາຍາມຫ​ລຸດ​ນ້ຳ​ໜັກ​ເພື່ອ​ໂອ​ກາດ​ພິເສດ​ໆໃນ​ຊີວິດບໍ່​ວ່າ​ຈະ​ງານ​ແຕ່ງ​ດອງ​ຕົນ​ເອງ,ງານ​ແຕ່ງ​ດອງ​ໝູ່ ຫລາຍ​ຄົນ​ອາດຈະ​ເຄີຍ​ໄດ້ຍິນ​ສຽງ​ລືຊາ​ອ້າງ​ເຖິງ​ສູດ“ໝາກ​ນາວ​ໂຊ​ດາ”ທີ່​ວ່າ​ກັນ​ວ່າ​ພຽງ​ມື້​ລະ​ຈອກກໍ​ຈະ​ຊ່ວຍ​​ສາວໆຫລຸດ​ນ້ຳ​ໜັກ​ໄດ້​ງ່າຍໆມັນ​ຈະ​ງ່າຍ​ຢ່າງ​ທີ່​ຄິດ​ແທ້ຫລື​ບໍ່ມື້ນີ້ຈະ​ມາ​ບອກ​ຄວາມ​ຈິງ​ໃຫ້​ຮູ້​ກັນ

ໝາກ​ນາວ​ໂຊ​ດາ ຊ່ວຍຫ​ລຸດ​ນ້ຳ​ໜັກ​ໄດ້​ແທ້​ຫລືບໍ່?

ຖ້າ​ໃຫ້​ຕອບ​ກົງ​ໆ ໝາກ​ນາວ​ໂຊ​ດາ​ບໍ່​ໄດ້​ມີ​ສັບພະຄຸນ​​ໃນ​ການ​ຊ່ວຍຫ​ລຸດ​ນ້ຳ​ໜັກຫລື​ລະ​ລາຍ​ໄຂ​ມັນ​ຫຍັງ​ໂດຍ​ກົງ​ ແຕ່​ອາດຈະ​ມີ​ປະໂຫຍດ​ຕໍ່​ຮ່າງກາຍ​ໃນ​ທາງ​ອ້ອມ​ຫລາຍກວ່າ
ປະໂຫຍດ​ທີ່​ແທ້​ຈິງ​ຂອງ​ໝາກ​ນາວ​ໂຊດາ

ຊ່ວຍ​ຫລຸດ​ລະ​ດັບ​ນ້ຳ​ຕານ​ໃນ​ເລືອດ ຫລຸດ​ຄໍ​ເລດ​ເຕີ​ລໍ ຕ້ານ​ເຊື້ອ​ແບກ​ທີ​ເຣຍ ແລະ ​ເພີ່ມ​ການ​ຫລັ່ງ​ກົດ​ໃນ​ກະເພາະ​ອາຫານ ເພາະ​ສະ​ນັ້ນ​ໃຜ​ທີ່​ມີ​ບັນຫາ​ອາຫານ​ບໍ່​ຍ່ອຍຫລື​ຫາກໍ່​ກິນບຸບເຟ​ແລ້ວ​ຮູ້ສຶກ​ອຶດ​ອັດບໍ່​ສະບາຍ​ທ້ອງກໍ​ດື່ມ​ໝາກ​ນາວ​ໂຊ​ດາ​ໄດ້​ເລີຍ
ນອກ​ຈາກ​ນີ້ ການ​ມີ​ນ້ຳ​ໝາກນາວ​ໂຊ​ດາ​ຕິດ​ຕູ້​ເຢັນ​ເອົາ​ໄວ້ໃນ​ເວລາ​ທີ່​ເຮົາ​ເມື່ອຍ​ໆຕ້ອງ​ການ​ຄວາມ​ສົດ​ຊື່ນແທນ​ທີ່​ເຮົາ​ຈະ​​ໄປ​ຈັບ​ນ້ຳ​ອັດ​ລົມຫລື​ນ້ຳ​ຫວານໆເຮົາ​ກໍ​ມາ​ຈັບ​ໝາກ​ນາວ​ໂຊ​ດາ​ຫອມໆສົດ​ຊື່ນ​ແທນ ບໍ່​ມີ​ແຄ​ລໍ​ລີ ຊຶ່ງ​ກໍ​ຊ່ວຍ​ຫລຸດ​ຄວາມ​ສ່ຽງ​ໃນ​ການ​ເປັນ​ພະຍາດ​ ຕຸ້ຍ,ເບົາ​ຫວານຫລື​ນ້ຳ​ຕານ​ໃນ​ເລືອດ​ສູງ​ໃນ​ໄລ​ຍະ​ຍາວ​ໄດ້​
ສູດ​ໝາກ​ນາວ​ໂຊ​ດາ​ງ່າຍໆ ເພື່ອ​ສຸຂະພາບ​ທີ່ດີ

1.ເທ​ໂຊ​ດາ​ລົງ​ໄປ​ປະມານ 1/3 ຂອງ​ພາ​ຊະນະ (ຈອກຫລືຕຸກ)

2.ບີບ​ໝາກ​ນາວ​ລົງ​ໄປ 1 ປ່ຽງ ບໍ່​ຕ້ອງ​ຫລາຍ ພໍ​ໄດ້​ກິ່ນ​ຫອມໆ

3.ເທ​ນ້ຳ​ລ້າໆ​ລົງ​ໄປ​ຈົນ​ເຕັມ ຄົນ​ໃຫ້​ເຂົ້າ​ກັນ

4. ນຳ​ເຂົ້າ​ຕູ້​ເຢັນ ເພື່ອ​ຄວາມ​ສົດ​ຊື່ນ

ຂໍ້​ຄວນ​ລະ​ວັງ​ໃນ​ການ​ດື່ມ​ໝາກ​ນາວ​ໂຊດາ

ສາມາດ​ດື່ມ​ໄດ້​ທຸກ​ເວລາແຕ່​ຖ້າ​ດື່ມ​ຕອນ​ເຊົ້າຄວນ​ຮີບ​ກິນ​ອາຫານ​ເຊົ້າ​ທັນ​ທີຫລື​ປ່ຽນ​ໄປ​ກິນ​ຫລັງ​ຄາບອາຫານ​ແທນເພາະ​ໝາກ​ນາວ​ໂຊ​ດາ​ຈະ​ເລັ່ງ​ການ​ຫລັ່ງ​ກົດ​ໃນ​ກະເພາະ​ອາຫານອາດ​ເຮັດໃຫ້​ແສບ​ທ້ອງ​ໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...