spot_img
Homeຄວາມງາມ13 ວິທີເຮັດເລັບແບບຜິດໆ ທີ່ເຈົ້າເຄີຍຄິດວ່າ ຖືກ!

13 ວິທີເຮັດເລັບແບບຜິດໆ ທີ່ເຈົ້າເຄີຍຄິດວ່າ ຖືກ!

Published on

15
1. ນ້ຳສົ້ມສາຍຊູ ລ້າງເລັບໄດ້! ໃຊ້ສຳລີຈຸ່ມລົງນ້ຳສົ້ມສາຍຊູ ແລ້ວຄ່ອຍໆເຊັດທີ່ເລັບ ກ່ອນທີ່ຈະທາເບດໂຄ້ດ ເພື່ອເປັນການລ້າງສານຕົກຄ້າງທີ່ຢູ່ເທິງເລັບ ຫຼັງຈາກນັ້ນຖ້າຈົນເລັບແຫ້ງແລ້ວຈຶ່ງຄ່ອຍທາເບດໂຄ້ທະລົງໄປ
2. ຢ່າແຊ່ເລັບດົນ ກ່ອນທີ່ຈະເຮັດເລັບ ການແຊ່ເລັບຈະເຮັດໃຫ້ເລັບຂອງເຈົ້າອ່ອນແລະອ່ອນນຸ່ມລົງກໍຈິງ ແຕ່ເລັບກໍຈະກັກເກັບນ້ຳເອົາໄວ້ ເມື່ອທາເລັບລົງໄປ ຢາທາເລັບຈະບໍ່ໝ່ຳສະເໝີກັນ ຈຶ່ງຄວນປ່ຽນມາໃຊ້ເປັນ Cuticle Oil ນ້ຳມັນບຳລຸງເລັບໃຫ້ສຸກຂະພາບດີ ແທນດີກວ່າ
3. ທາເບດໂຄ້ດທຸກເທື່ອ ກ່ອນ ເຮັດເລັບ ໃຊ້ເບດໂຄ້ດເພື່ອເປັນການລົງຮອງພື້ນກ່ອນທີ່ຈະທາສີເລັບ ເປັນການບຳລຸງເລັບແລະຊ່ວຍໃຫ້ສີຕິດທົນດົນຍິ່ງຂຶ້ນ
4. ວິທີທາເບດໂຄ້ດໃຫ້ຖືກຕ້ອງ ສຳລັບສາວໆເລັບຍາວ ຖ້າເລັບເຈົ້າສັ້ນກໍສາມາດທາເບດໂຄ້ດໄດ້ຕາມປົກກະຕິ ແຕ່ສຳລັບສາວໆເລັບຍາວກໍຕ້ອງພິເສດກັນແດ່ໜ້ອຍໜື່ງຕ້ອງທາເທື່ອລະຄຶ່ງເລັບ ເລີ່ມຈາກບໍລິເວນກາງເລັບໄປຫາປາຍເລັບ ຈາກນັ້ນຈຶ່ງທາທີ່ກົກເລັບໄປຈົນສຸດປາຍເລັບອີກເທື່ອ ເພື່ອໃຫ້ລຽບສະເໝີກັນ
5. ຫ້າມສັ່ນຢາທາເລັບ! ປົກກະຕິກ່ອນຈະເຮັດເລັບ ສາວ ໆ ມັກຈະສັ່ນກ່ອງຢາທາສີເລັບກ່ອນໃຊ້ກັນແມ່ນບໍ? ຢາກບອກວ່າເປັນວິທີທີ່ຜິດ ເພາະຈະເຮັດໃຫ້ເກີດຟອງອາກາດ ວິທີທີ່ຖືກຕ້ອງ ຄື ການໃຊ້ຝາມືປັ່ນກ່ອງຢາທາເລັບກ່ອນໃຊ້ເພື່ອໃຫ້ເປັນເນື້ອດຽວກັນ
6. ຢ່າເບີ່ງ ຂ້າມ ປາຍເລັບ! ຖ້າຢາກໃຫ້ ສີເລັບຕິດທົນດົນ ຢ່າລືມທາບໍລິເວນຂອບປາຍເລັບ
7. ຄວາມເຊື່ອຜິດໆ! ໃຊ້ປາກເປົ່າເລັບໃຫ້ແຫ້ງ ສາວໆ ມາທຳຄວາມເຂົ້າໃຈກັນໃໝ່ເດີ້ ຊ່ວງທີ່ລໍຖ້າໄຫ້ເລັບແຫ້ງ ບາງຄົນຈະໃຊ້ໄອອຸ່ນຈາກປາກເປົ່າເລັບໄປເລື່ອຍໆ ເພາະຄິດວ່າຈະຊ່ວຍໃຫ້ແຫ້ງໄວຂຶ້ນ ຂໍບອກວ່າຜີິດ ວິທີທີ່ຖືກຕ້ອງໄຫ້ ຈຸ່ມປາຍເລັບໃນນ້ຳເຢັນ ໃສ່ນ້ຳກ້ອນລົງໄປໜ່ອຍໜື່ງ ແຊ່ໄວ້ປະມານ 1-2 ນາທີ ເທົ່ານີ້ເລັບກໍແຫ້ງໄວທັນໃຈແລ້ວ
8. ຢ່າທາ ທັອບໂຄ້ດ ພຽງເທື່ອດຽວ ຄວນໃຊ້ທັອບໂຄ້ດທາທັບທຸກໆ 2-3 ມື້ ເພື່ອປ້ອງກັນການຫຼຸດລອກຂອງສີທາເລັບ ແລະຊ່ວຍເພີ່ມຄວາມເງົາງາມໃຫ້ກັບເລັບອີກດ້ວຍ
10. ຫຼີກລ້ຽງການໃຊ້ ເຈວທຳຄວາມສະອາດສາວໆຄວນລ້າງມືດ້ວຍສະບູ່ແທນການໃຊ້ເຈວເຮັດຄວາມສະອາດມື ເພາະຈະເຮັດໃຫ້ເລັບສູນເສຍຄວາມຊຸ່ມຊື້ນ ແລະຍັງເຮັດໃຫ້ທັອບໂຄ້ດບໍ່ຕິດດົນ
10. ບຳລຸງເລັບ ໃຫ້ສຸກຂະພາບດີ ໃຊ້ນ້ຳມັນບຳລຸງຂອບເລັບ ເພື່ອປ້ອງກັນບໍ່ໃຫ້ເລັບແຫ້ງ ເປັນການເພີ່ມຄວາມຊຸ່ມຊື່ນ ເຮັດໃຫ້ເລັບເບິ່ງມີສຸກຂະພາບດີ
11. ສີເລັບຫຼຸດລອກເຮັດແນວໃດດີ? ຖ້າປາຍເລັບເລີ່ມມີສີຫຼຸດລອກເທື່ອລະໜ້ອຍ ວິທີແກ້ໄຂງ່າຍໆ ພຽງທາທັອບໂຄ້ດລົງໄປອີກເທື່ອໜື່ງ ກໍຈະຊ່ວຍໃຫ້ເລັບກັບມາງາມດັ່ງເດີມ
12. ເລັບໃໝ່ຍາວຂຶ້ນຫຼາຍສອມໄດ້! ເມື່ອທາເລັບໄປດົນ ໆ ເລັບໃໝ່ຈະຄ່ອຍໆ ອອກມາຈົນສີທາເລັບບໍ່ສະໝ່ຳສະເໝີ ເບິ່ງບໍ່ງາມ ວິທີແກ້ໄຂງ່າຍໆ ທາສີ ເລັບທີ່ປະສົມສະຕິກເກີ້ ລົງໄປບໍລິເວນກົກເລັບ ເທົ່ານີ້ກໍໄດ້ລາຍນ້ອຍເກ໋ໆ ແຖມຍັງຕິດທົນນານສຸດໆເລີຍ
13. ເພັນເລັບເກ໋ໆ French Nails ຖ້າປາຍເລັບຫຼຸດລອກເຮັດຈັງໃດດີ? ຍັງມີວິທີແກ້ໄຂອີກຢ່າງໜື່ງ ຄື ເລືອກສີທາເລັບແບບທີ່ປະສົມສະຕິກເກີ້ ຫລື ຢາທາເລັບທີ່ສີກົງກັນຂ້າມກັບສີພື້ນ ທາທັບໄປບໍລິເວນປາຍເລັບທີ່ຫຼຸດລອກ ເທົ່ານີ້ກໍງາມອິນເທນແລ້ວ ການທາສີເລັບສຸດເກ໋ ແບບນີ້ຮ້ິອງວ່າ French Nails

ບົດຄວາມຫຼ້າສຸດ

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...

ຣັດເຊຍເກີດແຜ່ນດິນໄຫວຮຸນແຮງລະດັບ 8.7 ຣິກເຕີ ທາງດ້ານຍີ່ປຸ່ນກຽມຮັບມືກັບຄຶ້ນໃຫຍ່ສຶນາມິ

ທາງການຣັດເຊຍເປີດເຜີຍ: ຄຶ້ນສຶນາມິສູງ 3-4 ແມັດ ພັດເຂົ້າສູ່ແຄມຝັ່ງທາງຕາເວັນອອກ ຫຼັງເກີດແຜ່ນດິໄຫວລະດັບ 8.7 ຣິກເຕີ ເບື້ອງຕົ້ນບໍ່ມີລາຍງານຜູ້ເສຍຊີວິດ ແລະ ບາດເຈັບ. ອີງຕາມສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກໍລະກົດ 2025,...