Homeປ່ອງຢ້ຽມດວງດາວ“ນາຊ່າ” ພົບ “ລູກໝີຂົ້ວໂລກ” ເທິງດາວອັງຄານ

“ນາຊ່າ” ພົບ “ລູກໝີຂົ້ວໂລກ” ເທິງດາວອັງຄານ

Published on

ຍູ​ເອັນ​ໄດ້ຮັບ​ການ​ແຈ້ງ​ເຕືອນ​ຈາກ​ຜູ້​ທີ່​ເຊື່ອ​ໃນ​ເລື່ອງ​ສິ່ງ​ລີ້​ລັບ​ນອກ ໂລກ ຫລັງ​ພົບ​ພາບ​ຖ່າຍ​ຂອງ​ອົງ​ການ​ນາ​ຊ່າ ເປັນ​ພາບລູກ​ໝີ​ຂົ້ວ​ໂລກ​ທີ່​ມີ​ລັກສະນະ​ສົມບູນ

news02

ສຳ​ນັກຂ່າວຕ່າງ​ປະເທດ​ລາຍງານວ່າ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຫລື​ຍູ​ເອັນ ໄດ້ຮັບ​ການ​ແຈ້ງ​ເຕືອນ ຫລັງ​ອົງ​ການ​ບໍລິຫານ​ການ​ບິນ​ແລະ​ອາວະ​ກາດ​ແຫ່ງ​ຊາດ​ຫລື​ນາ​ຊ່າ​ຖ່າຍ​ພາ​ບລູກ​ໝີ​ຂົ້ວ​ໂລກ​ເທິງດາວ​ອັງ​ຄານໄດ້ ຊຶ່ງ​ລູກ​ໝີ​ມີ​ລັກສະນະ​ສົມບູນ​ຄືກັບໝີ​ປົກກະຕິ

ໂດຍ​ຜູ້​ແຈ້ງ​ເຕືອນ​ຄື ສະກັອດ ຊີແວ​ລິງ ຜູ້​ທີ່​ເຊື່ອ​ຖື​ໃນ​ເລື່ອງ​ສິ່ງ​ລີ້​ລັບ​ນອກ​ໂລກ ຊຶ່ງ​ເຄີຍ​ອ້າງ​ວ່າ​ພົບ​ພາບ​ແປກໆ ເທິງ​ດາວ​ອັງ​ຄານ​ມາ​ແລ້ວ ທັງ​ພາບ​ປູ ພາບ​ຜູ້ຍິງລຶກລັບ ລວມ​ທັງ​ພາບ​ຮູບ​ປັ້ນ​ພະ​ພຸດທະ​ຮູບ ໄດ້​ກ່າວ​ຢ່າງ​ໝັ່ນໃຈ​ວ່າ ການ​ທີ່​ນາ​ຊ່າ​ມັກ​ຖ່າຍ​ພາບ​ເປັນ​ສີ​ດຳ​ແລະ​ສີ​ຂາວ ກໍ​ເພື່ອ​ພະຍາຍາມ​ເຊື່ອງ​ສິ່ງ​ມີ​ຊີວິດ​ຫລື​ພືດ​ທີ່​ມີ​ສີ​ສັນ​ສະ​ດຸດ​ຕາ​ເອົາ​ໄວ້ ແຕ່​ພວກເຂົາ​ເຫັນ​ເງົາ​ຂອງ​ເສັ້ນ​ຜົມ​ແລະ​ຂົນ​ອ້ອມຮອບ​ສິ່ງ​ທີ່​ພົບ ໝາຍ​ຄວາມ​ວ່າ​ສິ່ງ​ນັ້ນ​ບໍ່ແມ່ນ​ຮູບ​ປັ້ນ​ແຕ່​ເປັນ​ສິ່ງ​ມີ​ຊີວິດ​ຢ່າງ​ແນ່ນອນ

ທ້າວສະ​ກັອດ​ຈຶ່ງ​ໄດ້​ສົ່ງ​ຂໍ້​ມູນ​ເຫລົ່າ​ນີ້​ໄປ​ໃຫ້​ເລ​ຂາ​ທິ​ການ​ສະ​ຫະ​ປະ​ຊາ​ຊາດ ເພື່ອ​ບອກ​ເລົ່າ​ເຖິງ​ສິ່ງ​ທີ່​ໜ້າ​ຕື່ນ​ຕາ​ຕື່ນ​ໃຈ​ເຫລົ່າ​ນີ້ ແລະ​ຍັງ​ຕ້ອງ​ການ​ທີ່​ຈະ​ເຜີຍແຜ່​ພາບ​ເຫລົ່າ​ນີ້​ເພື່ອ​ໃຫ້​ຊາວ​ໂລກ​ໄດ້​ຮ່ວມ​ກັນ​ພິຈາລະນາ​ ເພື່ອ​ທີ່​ທຸກ​ຄົນ​ຈະ​ໄດ້​ເປີດ​ຕາ​ແລະ​ເປີດ​ໃຈ​ຮັບ​ຮູ້​ຄວາມ​ຈິງ​

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...