spot_img
Homeປ່ອງຢ້ຽມດວງດາວນາຊ່າ ເຜີຍຮູບຮ່າງຈະຫລວດ SLS ແບບຫລ້າສຸດ ເພື່ອພາມະນຸດໄປດາວອັງຄານ

ນາຊ່າ ເຜີຍຮູບຮ່າງຈະຫລວດ SLS ແບບຫລ້າສຸດ ເພື່ອພາມະນຸດໄປດາວອັງຄານ

Published on

EyWwB5WU57MYnKOuXoeym6Xtw29dO5WRTHt7XFLuIPfHQLDCfSWgqk

ນາ​ຊ່າ ເຜີຍ​ຮູບ​ແບບ​ຫລ້າ​ສຸດ​ຂອງ SLS ຫລື ຈະ​ຫລວດ​ຂົນ​ສົ່ງ​ອາວະ​ກາດ​ລຸ້ນ​ໃໝ່​ທີ່​ຈະ​ພາ​ມະນຸດ​ໄປ​ສຳຫ​ລວດ​ດາວ​ອັງ​ຄານ​ແລະ​ອາວະ​ກາດ​ເຊີງ​ເລິກ ຫລັງ​ສຳເລັດ​ສິ້ນ​ກະ​ບວນ​ການ​ອອກ​ແບບ​ສ່ວນ​ທີ່​ສຳຄັນ (CDR) ຊີ້ ປະ​ສິດ​ທິ​ພາບ​ດີ​ທີ່ສຸດ​ນັບ​ຕັ້ງ​ແຕ່​ມີຈະຫ​ລວດ​ແຊດ​ເ​ທິນ​​ໄຟ​ເມື່ອ​ເກືອບ 40 ປີ​ກ່ອນ

ເປັນ​ເທື່ອ​ທຳອິດ​ໃນ​ຮອບ​ເກືອບ 40 ປີ ທີ່​ນາ​ຊ່າ​ສຳເລັດ​ສິ້ນ​​ຂັ້ນ​ຕອນ​ການ​ທາບທາມ​ຄວາມ​ປອດ​ໄພ ແລະ​ ການ​ອອກ​ແບບ​ສ່ວນ​ທີ່​ສຳຄັນ critical design review (CDR) ສຳລັບ SLS : Space Launch System (ເອັສ​ແອນ​ເອັສ: ສະ​ເປ​ຈ​ລອນ​ຊິດ​ເຕັມ) ໂດຍ​ຫນ່ວຍ​ງານ​ດ້າ​ນອາວະ​ກາດ ເປີດ​ຕົວ​ຍານ​ພາຫະນະ​ທີ່​ອອກ​ແບບ​ມາ​ເພື່ອ​ສະ​ໜອງ​ຕໍ່​ຄວາມ​ທ້າ​ທາຍ​ໃນ​ການເດີນທາງ​ໄປ​ດາວ​ອັງ​ຄານ ແລະ​ ຍັງ​ເປັນ​ຈະ​ຫລວດ​ແບບ​ທຳອິດ​ທີ່​ໃຊ້​ເພື່ອ​ການ​ສຳ​ຫລວດ​ອາວະ​ກາດ​ນັບ​ຕັ້ງ​ແຕ່ ແຊດ​ ເ​ທິ​ນໄຟ (Saturn V) ຈະ​ຫລວດ​ນ້ຳມັນແບບ 3 ທ່ອນ ທີ່​ໃຊ້​ໃນ​ໂຄງ​ການ​ອະ​ພອນ​ໂລ ເພື່ອ​ພາ​ມະນຸດ​ໄປ​ດວງຈັນ​ຍຸກ​ທົດ​ສະວັດ​ທີ່ 70

NjpUs24nCQKx5e1D61ifVaykEPApou8xdUsTxhkKrKr

 

ເຄື່ອງ​ຈັກ​ຈະ​ຫລວດ​ແບບ RS-25 ຈຳນວນ 4 ຕົວ ທີ່​ຕິດ​ກັບ SLS ຂຶ້ນ​ທີ່ 1 ພາບ​ຈາກ​ນາ​ຊາ

SLS ຖື​ເປັນ​ຈະ​ຫລວດ​ທີ່​ມີ​ປະ​ສິດ​ທິ​ພາບ​ຫລາຍ​ທີ່ສຸດ ເທົ່າ​ທີ່​ເຄີຍ​ມີ​ການສ້າງ​ມາ ມັນ​ອອກ​ແບບ​ມາ​ເພື່ອ​ໃຊ້​ກັບ​ຍາ​ນອາວະ​ກາດ​ໂອ​ໄລ​ອອນ (Orion Multi-Propose Crew Verhicle) ທີ່​ຈະ​ສົ່ງ​​ນັກ​ບິ​ນອາວະ​ກາດ​ຈາກ​ເທິງ​ແຜ່ນດິນ​ອາເມ​ຣິ​ກາ ອີກ​ທັງ​ຍັງ​ເປີດ​ຍຸກ​ໃໝ່​ຂອງ​ການ​ສຳ​ຫລວດ​ອາວະ​ກາດ​ນອກ​ໂລກ ໂດຍ​ພາບ CDR ຂອງ​ນາ​ຊ່າ​ຫລ້າ​ສຸດ ຈະ​ເຫັນ​ເຖິງ​ຮູບ​ລັກ​ສະນະ​ໃໝ່​ຫລັງ​ຈາກ​ທີ່​ໄດ້​ອອກ​ແບບ​ພັດທະນາ​ລະບົບ​ການ​ປ່ອຍ​ຍານ ກ່ອນທີ່ຈະ​ນຳ​ໄປ​ຜະລິດ​ຂຶ້ນ​ມາ​ໃຊ້​ງານ​ແທ້

ບິນ ຮິນ ຮອງ​ຜູ້​ອຳ​ນວຍ​ການ ຝ່າຍ​ພັດທະນາ​ລະບົບ​ສຳ​ຫລວດ ນາ​ຊ່າ ກ່າວ​ວ່າ ເຮົາ​ໄດ້​ຕອກ​ຕະ​ປູ​ເພື່ອ​ການ​ອອກ​ແບບ​ຂອງ SLS ເຮົາ​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ການ​ທົດສອບ​ເຄື່ອງ​ຈັກ ​ແລະ​ ຈະ​ຫລວດ​ຂັບ​ຍູ້​ຮອບທຳອິດ ລວມ​ທັງ​ສ່ວນ​ສຳຄັນ​ທັງ​ໝົດ​ສຳລັບ​ການ​ບິນ​ໃນ​ຖ້ຽວທຳອິດ ໂດຍ​ຂະນະ​ນີ້​ທັງ​ໝົດ​ຢູ່ໃນ​ຂັ້ນ​ຕອນ​ການ​ຜະລິດ​ແລ້ວ ຢ່າງໃດ​ກໍ​ຕາມ​ຍັງມີ​ຄວາມ​ທ້າ​ທາຍ​ອີກ​ຫລວງຫລາຍ​ລໍຖ້າ​ຢູ່ໃນ​ພາຍ​ໜ້າ ແຕ່​ການ​ກວດ​ສອບ​ເທື່ອ​ສຸດ​ທ້າຍ​ນີ້​ເຮັດໃຫ້​ເຮົາ​ເຊື່ອ​ວ່າ ເຮົາ​ຍ່າງ​ມາ​ຖືກ​ທາງ ສຳລັບ​ຖ້ຽວ​ບິນທຳອິດ​ຂອງ SLS ເພື່ອ​ໃຊ້​ຂະຫຍາຍ​ຂອບ​ເຂດ​ການ​ສະແດງ​ການ​ມີ​ຕົວ​ຕົນ​ຂອງ​ມະນຸດ​ໃນ​ຫ້ວງ​ເລິກ​ຂອງອາວ​ະກາດ

NjpUs24nCQKx5e1D61ifVaykEPApovCEmrJ0oX5dffv

 

ພາບ​ຂອງ​ສິນລະ​ປິນ​ທີ່​ຈິ​ນຕະນາ​ນາ​ການ ພາບ​ການ​ສົ່ງ SLS ຂຶ້ນ​ສູ່​ອາວະ​ກາດ ພາບ​ຈາກ​ນາ​ຊ່າ

ຕົວ​ຢ່າງ CDR ຂອງຈະຫ​ລວດ​ທີ່​ປາກົດ​ເປັນ​ໜຶ່ງ​ໃນ 3 ແບບ​ທີ່ ນາ​ຊ່າ​ມີ​ແຜນ​ຈະ​ສ້າງ​ຂຶ້ນ ໂດຍ​ແບບ​ທີ່​ເຜີຍ​ເທື່ອ​ນີ້ ຄື SLS Block 1 (ເອັສ​ແອນ​ເອັສ ບລັອກ 1) ທີ່​ຈັດ​ໄວ້​ສຳລັບ​ການ​ຂົນ​ສົ່ງ​ຂັ້ນ​ຕ່ຳ​ສຸດ​ທີ່​ບໍ່​ເກີນ 77 ໝື່ນກິໂລ ດ້ວຍ​ຄວາມ​ສາມາດ​ຂອງຈະຫ​ລວດ​ທ່ອນ​ທຳອິດ ແບບ​ບູດ​ເຕີລ໌​ຄູ່ ແລະ​ເຄື່ອງ​ຈັກ RS-25 ຈຳນວນ 4 ເຄື່ອງ ໂດ​ຍຈະຫລວດ​ທ່ອນ​ທຳອິດ​ມາ​ກັບ​ສີ​ສົ້ມ​ສະ​ດຸດ​ຕາ​ຄື​ກັບ​ສີ​ຂອງ​ຖັງ​ນ້ຳມັນໃນ​ໂຄງ​ການ​ກະ​ສວຍ​ອາວະ​ກາດ ໂດຍ​ມີຈຫລວດ​ຂັບ​ຍູ້​ເຊື້ອ​ເພີງ​ແຂງ (SRB) ທ່ອນສີ​ຂາວ​ປະ​ຕິດ​ດ້ານ​ຊ້າຍ​ແລະ​ຂວາ ແລະ​ລະຫວ່າງ​ຈະ​ຫລວດ​ຂຶ້ນ​ທີ່ 1 ແລະ​ຍາ​ນອາວະ​ກາດ​ໂອ​ໄລ​ອອນ ຈະ​ຂັ້ນ​ດ້ວຍ​ອະ​ແດບ​ເຕີລ໌​ຄອບ​ສ່ວນ​ເຄື່ອງ​ຈັກ​ຂັບ​ຍູ້​ຂອງ​ຍານ​ໂອ​ໄລ​ອອນ ແລະ​ສ່ວນ​ເທິງ​ສຸດ ຄື ຍານ​ໂອ​ໄລ​ອອນ (Orion Multi-Propose Crew Verhicle) ພ້ອມ​ທັງ​ລະບົບ​ຈະ​ຫລວດ​ໜີ​ໄພ ທັງ​ນີ້ ຈະ​ຫລວດ SLS Block 1 ຈະ​ພ້ອມ​ສົ່ງ​ຍານ​ໂອ​ໄລ​ອອນ​ສຳ​ຫລວດ​ດາວ​ອັງ​ຄານ​ໃນ​ປີ 2018 ແຕ່​ໃນ​ພາລະ​ກິດ Exploration Mission 1 ຈະ​ເປັນ​ການ​ສົ່ງ​ຍານ​ແບບ​ບໍ່ມີ​ຄົນ​ຂຶ້ນ​ໄປ​ກ່ອນ

NjpUs24nCQKx5e1D61ifVaykEPApou98DUuuHWvHo5N

 

SLS Block 1 ທີ່​ຖືກ​ຈຳ​ແນກ​ອອກ​ມາ​ເປັນ​ສ່ວນ​ໆ ພາບ​ຈາກ​ນາ​ຊ່າ

ແລະ​ເພື່ອ​ຮອງ​ຮັບ​ການເດີນທາງ​ທີ່​ໄກ ຫລື ການ​ສົ່ງ​ຍານ​ທີ່​ມີ​ຂະໜາດ​ໃຫຍ່ ນາ​ຊ່າ​ຍັງມີ SLS ແບບ​ທີ່​ອັບ​ເກ​ຣດ​​ຂຶ້ນ​ມາ​ຕົວ​ເລືອກ​ເພີ່ມ ເອີ້ນວ່າ SLS Block 1B (ເອັສ​ແອນ​ເອັສ ບລັອກ 1B) ທີ່​ເພີ່ມ​ຈະ​ຫລວດ​ທ່ອນ​ທີ່ 2 ເອີ້ນວ່າ Exploration Upper Stage ພ້ອມ​ເຄື່ອງ​ຈັກ​ແບບ RL-10 ສຳລັບ​ຂົນ​ສົ່ງ​ໃນ​ພາລະ​ກິດ​ທີ່​ຕ້ອງ​ແບກ​ນ້ຳ​ໜັກ​ຫລາຍ​ຂຶ້ນ​ກວ່າ​ເກົ່າ SLS Block 1B ສາມາດ​ຂົນ​ສົ່ງ​ທີ່​ນ້ຳ​ໜັກ​​ບໍ່​ເກີນ 115 ໝື່ນກີໂລ

NjpUs24nCQKx5e1D61ifVaykEPApovD9l9t275kWFnj

SLS Block 2 ທີ່​ຖືກ​ຈຳ​ແນກ​ອອກ​ມາ​ເປັນ​ສ່ວນ​ໆ ພາບ​ຈາກ​ນາ​ຊ່າ

ແລະ ແບບ​ສຸດ​ທ້າຍ SLS Block 2 (ເອັສ​ແອນ​ເອັສ ບລັອກ 2) ອອກ​ແບບ​ມາ​ເພື່ອ​ໃຊ້​ສົ່ງ​ຍານ​ລຳ​ລຽງ (ຄາລ໌​ໂກ້) ໄປ​ຍັງ​ດາວ​ອັງ​ຄານ ຫລື ສະໜັບສະໜູນ​ການ​ສຳ​ຫລວດ​ຫ້ວງ​ເລິກ​ຂອງອາວ​ະກາດ ໂດຍ​ມີ​ສ່ວນ​ຈະ​ຫລວດ​ທ່ອນ​ທີ່ 2 ທີ່​ເປັນ Exploration Upper Stage ພ້ອມ​ເຄື່ອງ​ຈັກ​ແບບ RL-10 ໂດຍ Block 2 ຈະ​ແຕກ​ຕ່າງ​ຈາກ 2 ລຸ້ນ​ທຳອິດ ເພາະ​ໃຊ້​ຈະ​ຫລວດ​ຂັບ​ຍູ້ ຫລື ລັອກ​ເກັດ​ບູດ​ເຕີລ໌​ແບບ​ໃໝ່ ທີ່​ໃຊ້​ເຊື້ອ​ເພີງແຂງ​ຫລື​ເຊື້ອ​ເພີງ​ແຫລວ​ທີ່​ທັນ​ສະໄໝ​ເພື່ອ​ເພີ່ມ​ນຳ​ໜັກ​​ເປັນ 130 ໝື່ນກິໂລ ທັງ​ນີ້ ຈະ​ຫລວດ SLS ຂອງ​ນາ​ຊ່າ​ທັງ 3 ແບບ ຈະ​ໃຊ້​ສ່ວນ​ຈະ​ຫລວດ​ທ່ອນ​ທຳອິດແບບ​ດຽວ​ກັນ ແລະ​ ມີ​ເຄື່ອງ​ຈັກ​ຈະ​ຫລວດ​ແບບ RS-25 ຈຳນວນ 4 ຕົວ.

NjpUs24nCQKx5e1D61ifVaykEPApou6asL0dks7mWNA

 

ບົດຄວາມຫຼ້າສຸດ

ພາຍຸ ບໍຣິສ ພັດຖະຫຼົ່ມອິຕາລີ ນ້ຳຖ້ວມຕິດ 2 ປີ ຫຼ້າສຸດເສຍຊີວິດ 23 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ກັນຍາ 2024 ນີ້ວ່າ: ພາຍຸບໍຣິສ ພັດຖະຫຼົ່ມພາກຕາເວັນອອກສ່ຽງເໜືອ ແລະ ພາກກາງຂອງປະເທດອິຕາລີ ໃນວັນທີ 19 ກັນຍາ 2024 ຜ່ານມາ,...

ເຕືອນ 9 ເມືອງ ສ່ຽງນໍ້າຖ້ວມຈາກການລະບາຍນໍ້າ ເຂື່ອນເຊລະນອງ 1 ແຂວງສະຫວັນນະເຂດ

ອີງຕາມແຈ້ງການຂອງຫ້ອງວ່າການແຂວງສະຫວັນນະເຂດ ລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບການປ່ອຍປະຕູລະບາຍນໍ້າເພື່ອບໍລິຫານຈັດການນໍ້າຂອງເຂື່ອນໄຟຟ້າເຊລະນອງ 1 (ອ່ານລາຍລະອຽດແຈ້ງການລຸ່ມນີ້)

ສິງກະໂປມອບເຄື່ອງຊ່ວຍເຫລືອ ຜູ້ປະສົບໄພນ້ຳຖ້ວມຢູ່ລາວ

ພິທີມອບ-ຮັບເຄື່ອງຊ່ວຍເຫລືອບັນເທົາທຸກສຸກເສີມ ໄພນ້ຳຖ້ວມ ຈາກລັດຖະບານສິງກະໂປ ແລະ ອົງການກາແດງ ສິງກະໂປ ມອບໃຫ້ແກ່ ສປປ ລາວ ຈັດຂຶ້ນໃນວັນທີ 19 ກັນຍາ 2024 ຢູ່ສະໜາມບິນສາກົນວັດໄຕ...

ເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ສວນປະຕູໄຊພາກຂະຫຍາຍ

ຄະນະຜູ້ແທນເຈົ້າຄອງນະຄອນຫຼວງອາຊຽນ ໄດ້ເຂົ້າຮ່ວມພິທີເປີດສັນຍາລັກເຄື່ອງດົນຕີອາຊຽນ ແລະ ປູກຕົ້ນໄມ້ທີ່ ສວນປະຕູໄຊພາກຂະຫຍາຍ ໃນວັນທີ 19 ກັນຍາ 2024, ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ນາລີ ສີສຸລິດ,...