spot_img
Homeຂ່າວພາຍ​ໃນລມຕ ກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນສະມາຄົມນັກກົດຫມາຍຫວຽດນາມ

ລມຕ ກະຊວງຍຸຕິທຳ ຕ້ອນຮັບຄະນະຜູ້ແທນສະມາຄົມນັກກົດຫມາຍຫວຽດນາມ

Published on

wed27nov2

ທ່ານ ດຣ ຈະເລີນ ເຢຍ ປາວເຮີ, ລັດຖະມົນຕີວ່າການ  ກະຊວງຍຸຕິທຳ ໄດ້ຕ້ອນຮັບ ການເຂົ້າຢ້ຽມຄຳນັບຂອງຄະ ນະຜູ້ແທນສະມາຄົມນັກກົດ ໝາຍແຫ່ງ ສສ ຫວຽດນາມ ເຊິ່ງນຳໂດຍທ່ານນາງ  ດົງທິ ອັນ,  ຮອງປະທານສະມາຄົມ ນັກກົດຫມາຍຫວຽດນາມແຫ່ງ ສສ ຫວຽດນາມ  ແລະ ຄະນະໃນຕອນເຊົ້າວັນ ທີ 26 ພະຈິກ 2013 ນີ້ ໃນໂອ ກາດທີ່ທ່ານ ແລະ ຄະນະເດີນ ທາງມາຢ້ຽມຢາມ ແລະ ເຮັດ ວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-27 ພະຈິກ 2013.
ໂອກາດນີ້ ທ່ານລັດຖະມົນ ຕີວ່າການກະຊວງຍຸຕິທຳ ກໍ່ ໄດ້ກ່າວຍິນດີຕ້ອນຮັບທ່ານ ຮອງປະທານສະມາຄົມນັກ ກົດຫມາຍຫວຽດນາມ ພ້ອມ ດ້ວຍຄະນະທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໂດຍສະເພາະ ແມ່ນຢູ່ກະຊວງຍຸຕິທຳ, ເຊິ່ງ ມັນໄດ້ສະແດງເຖິງການພົວ ພັນຮ່ວມມືອັນດີຕໍ່ກັນໃນທຸກ ຂະແຫນງການວຽກງານຂອງ  ສອງພັກ-ສອງລັດ ລາວ-ຫວຽດນາມ ທີ່ຍາມໃດກໍໄດ້  ມີຂະບວນການແລກປ່ຽນ ຖອດຖອນບົດຮຽນທັງຊອກ  ຫາໂອກາດເວລາພົບປະສົນ ທະນາກັນ ແລະ ພ້ອມກັນແກ້ ໄຂບັນຫາທີ່ຫຍຸ້ງຍາກ, ວຽກ ງານທີ່ມີຄວາມລະອຽດອ່ອນ ລວມທັງບັນຫາອື່ນໆທີ່ຕ່າງ ຝ່າຍຕ່າງໃຫ້ຄວາມສົນໃຈ. ພ້ອມດຽວກັນນີ້ທ່ານຮອງປະ ທານສະມາຄົມນັກກົດຫມາຍ  ຫວຽດນາມ ກໍໄດ້ສະແດງ ຄວາມດີອົກດີໃຈທີ່ທ່ານລັດ ຖະມົນຕີວ່າການກະຊວງຍຸຕິ ທຳ ໄດ້ໃຫ້ໂອກາດເວລາໃຫ້ ທ່ານ ແລະ ຄະນະໄດ້ເຂົ້າຢ້ຽມ ຢາມພົບປະໂອ້ລົມເຊິ່ງຈະ  ເຮັດໃຫ້ສາຍພົນພັນອັນດີ ງາມ ການພົວພັນຮ່ວມມືຮອບ ດ້ານຂອງສອງຊາດຫວຽດ ນາມ-ລາວ ໂດຍສະເພາະ ສອງຂະແຫນງຍຸຕິທຳຂອງ ສອງປະເທດຈະໄດ້ສຶກສາ ແລກປ່ຽນບົດຮຽນການຈັດຕັ້ງ ປະຕິບັດກົດຫມາຍໃນໄລຍະ  ຜ່ານມາ ແລະ ກ້າວໄປເຖິງ ການຮ່ວມມືກັນໃນອະນາຄົດ.
ການເດີນທາງມາຢ້ຽມຢາມ  ລາວຂອງຄະນະຜູ້ແທນສະ ມາຄົມນັກກົດຫມາຍຂອງ ຫວຽດນາມ ໃນຄັ້ງນີ້ ຈຸດປະສົງ  ກໍ່ເພື່ອສ້າງຄວາມລື້ງເຄີຍຮູ້ ຈັກເຊິ່ງກັນ ແລະ ກັນ, ພ້ອມ ທັງແຈ້ງສະພາບການເຄື່ອນ ໄຫວ ແລະ ໂຄງປະກອບ ການຈັດຕັ້ງຂອງແຕ່ລະຝ່າຍ, ທັງແລກປ່ຽນບົດຮຽນບາງ ດ້ານກ່ຽວກັບການເຄື່ອນໄຫວ ທາງດ້ານວິຊາການ ແລະ ປຶກ ສາຫາລືກ່ຽວກັບການພົວພັນ  ແລະ ຮ່ວມມືກັນໃນພາຍພາກ ຫນ້າ. ຕະຫລອດເວລາຂອງ ການຢູ່ຢ້ຽມຢາມລາວ ຄະນະ ຜູ້ແທນຫວຽດນາມ ຈຳນວນ  6 ທ່ານ ໄດ້ໄປຢ້ຽມຢາມສະ ພາທະນາຍຄວາມແຫ່ງ ສປປ ລາວ, ຢ້ຽມຢາມກະຊວງຍຸຕິ ທຳ, ທ່ຽວຊົມສະຖານທີ່ທ່ອງ ທ່ຽວຢູ່ນະຄອນຫລວງວຽງຈັນ ແລະ ໄປຢ້ຽມຊົມສະຖານທີ່ ທ່ອງທ່ຽວທາງທຳມະຊາດ ທີ່ ເມືອງວັງວຽງ ກ່ອນເດີນ ທາງກັບຄືນປະເທດດ້ວຍ ຄວາມສະຫວັດດີພາບ ໃນວັນ ທີ 27 ພະຈິກນີ້.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...