spot_img
Homeຂ່າວພາຍ​ໃນແຂ່ງຂັນແລ່ນ‬-ລານ ທົ່ວປະເທດ ປະຈຳປີ 2015 ຈະເປີດສາກຂື້ນທີ່ແຂວງສະຫວັນນະເຂດ

ແຂ່ງຂັນແລ່ນ‬-ລານ ທົ່ວປະເທດ ປະຈຳປີ 2015 ຈະເປີດສາກຂື້ນທີ່ແຂວງສະຫວັນນະເຂດ

Published on

ການແຂ່ງຂັນກິລາແລ່ນ-ລານ ເຍົາວະຊົນ-ຊາວໜຸ່ມ ທົ່ວປະເທດ ປະຈຳປີ 2015 ເພື່ອເປັນການສົ່ງເສີມນັກກິລາຮຸ່ນສືບທອດ ກ້າວສູ່ທີມຊາດ ໃນອະນາຄົດ ຈະເປີດສາກໃນວັນທີ 22 ຕຸລາ 2015 ທີ່ແຂວງສະຫວັນນະເຂດ ຮັບກຽດເປັນເຈົ້າພາບ ໃນລະຫວ່າງວັນທີ 22-24 ຕຸລາ 2015. ໂດຍມີ 6 ແຂວງ, 2 ກະຊວງ ຄື: ກະຊວງປ້ອງກັນຄວາມສະຫງົບ (ປກສ), ກະຊວງປ້ອງກັນປະເທດ (ກອງທັບ) ແລະ ບັນດາເມືອງ ຕະຫຼອດຮອດສະໂມສອນ ໃນຂອບເຂດທົ່ວປະເທດ ແຈ້ງເຈດຈຳນົງເຂົ້າຮ່ວມເຖິງ 76 ພາກສ່ວນ.
ຕາມການລາຍງານຂອງທ່ານ ສິດທິໄຊ ສັກປະເສີດ ເລຂາທິການສະຫະພັນແລ່ນ-ລານແຫ່ງຊາດລາວ ທັງເປັນຫົວໜ້າຄູເຝິກທີມຊາດລາວ ໃນຕອນເຊົ້າຂອງວັນທີ 21 ຕຸລາ 2015 ໃຫ້ຊາບວ່າ: ປັດຈຸບັນຄະນະບໍລິຫານງານ ສະຫະພັນແລ່ນ-ລານແຫ່ງຊາດ ໄດ້ເດີນທາງມາເຖິງ ເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດ ເປັນທີ່ຮຽບຮ້ອຍແລ້ວ ໂດຍໄດ້ສົມທົບກັບແຂວງສະຫວັນນະເຂດ ຈະຈັດການແຂ່ງຂັນກິລາແລ່ນ-ລານ ຮຸ່ນເຍົາວະຊົນ-ຊາວໜຸ່ມ ທົ່ວປະເທດ ປະຈຳປີ 2015 ໃນລະຫວ່າງວັນທີ 22-24 ຕຸລານີ້ ເພື່ອເປັນການສົ່ງເສີມນັກກິລາແລ່ນ-ລານ ຮຸ່ນສືບທອດ ໄດ້ມີໂອກາດທົດສອບຄວາມສາມາດຂອງຕົນເອງເພື່ອນຳໄປພັດທະນາຍົກສູງບົດບາດໃຫ້ເກັ່ງກວ່າເກົ່າ ກ່ອນກ້າວສູ່ງານລະດັບຊາດ ກໍ່ຄື ຮັບໃຊ້ທີມຊາດໃນອະນາຄົດ.
ທ່ານ ສິດທິໄຊ ສັກປະເສີດ ກ່າວໃຫ້ຊາບຕື່ມອີກວ່າ: ສຳລັບຮຸ່ນຊາວໜຸ່ມ ຈະແຂ່ງຂັນ 20 ລາຍການແຂ່ງຂັນ ປະເພດແລ່ນ ປະກອບມີ ແລ່ນ 100 ແມັດ, 200 ແມັດ, 400 ແມັດ, 800 ແມັດ, 1500 ແມັດ, 5.000 ແມັດ, 3.000 ວິບາກ ແລະ 10.000 ວິບາກ ສ່ວນ ປະເພດລານ ມີ ເຕັ້ນຍາວ, ເຕັ້ນ 3 ກ້າວ, ທຸ້ມນ້ຳໜັກ, ຊັດຫຼາວ, ແກວ່ງຈານ, ແກວ່ງຂ້ອນ ແລະ ເຕັ້ນສູງ ສ່ວນຮຸ່ນເຍົາວະຊົນ ຈະແຂ່ງຂັນ 10 ລາຍການ, ໃນນັ້ນ ປະເພດແລ່ນ ປະກອບມີ 100 ແມັດ, 400 ແມັດ, 800 ແມັດ, 1500 ແມັດ, 5.000 ແມັດ. ຂະນະທີ່ ປະເພດລານ ມີ ເຕັ້ນຍາວ, ເຕັ້ນ 3 ກ້າວ, ທຸ້ມນ້ຳໜັກ, ຊັດຫຼາວ ແລະ ແກວ່ງຈານ.
ລາຍການນີ້ ມີ 76 ພາກສ່ວນ ເຂົ້າຮ່ວມແຂ່ງຂັນ, ໃນນັ້ນ ປະກອບມີ 6 ແຂວງ ຄື: ເຈົ້າພາບ ແຂວງສະຫວັນນະເຂດ ມີ 15 ເມືອງ ແລະ 8 ສະໂມສອນ ເຂົ້າຮ່ວມ, ແຂວງວຽງຈັນ, ແຂວງຊຽງຂວາງ, ແຂວງສາລະວັນ, ແຂວງຫຼວງນ້ຳທາ ແລະ ນະຄອນຫຼວງວຽງຈັນ. ນອກນັ້ນ, ກໍ່ມີກະຊວງ ປກສ ແລະ ກອງທັບ, ບັນດາສະໂມສອນອ້ອມຂ້າງ ນະຄອນຫຼວງວຽງຈັນ ແລະ ຈາກແຂວງຕ່າງໆ ເຂົ້າຮ່ວມ.
10461973_1677840552429118_5349273172396699193_n

ຂອບໃຈຂ່າວແລະພາບຈາກ: ສູນໂຄສະນາຂ່າວສານການສຶກສາ ແລະ ກິລາ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...