spot_img
Homeຍ້ອງຍໍຄົນດີເດັ່ນປູກໝາກນັດສ້າງລາຍຮັບ 75 ລ້ານ/ປີ

ປູກໝາກນັດສ້າງລາຍຮັບ 75 ລ້ານ/ປີ

Published on

3966
ທ່ານ ສົມສີ ເຮີແລນເຊີ ບຸກຄົນແບບຢ່າງໃນການປູກໝາກນັດ ເປັນສິນຄ້າ

ເພື່ອປະຕິບັດແນວທາງນະໂຍບາຍຂອງພັກ ໃນການແກ້ໄຂຊີວິດການເປັນຢູ່ ໃຫ້ລຸດພົ້ນຈາກຄວາມທຸກຍາກ  ແລະ ບັນລຸເປົ້າໝາຍ ໃນປີ 2020 ທີ່ປະເທດລາວ ຈະຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຄອບ​ຄົວຂອງທ່ານ ສົມສີ ເຮີແລນເຊີ ເປັນຊົນເຜົ່າມົ້ງ ​ຢູ່ບ້ານຜາເມືອງ, ເມືອງບໍລິຄັນ, ແຂວງ​ບໍ​ລິ​ຄຳ​ໄຊ ​ທີ່ໄດ້​ຢຶດ​ຖື​ເອົາການ​ປູກ​ໝາກນັດ ​ເປັນ​ອາ​ຊິບ​ຕົ້ນ​ຕໍ ສ້າງລາຍໄດ້ໃຫ້ຄອບຄົວຮັ່ງມີ ແລະ ຫລຸດພົ້ນຈາກຄວາມທຸກຍາກໄດ້ ຈົນກາຍເປັນຄອບຄົວຕົວແບບ ດ້ານການຜະລິດ ດ້ານກະສິກຳເປັນຕົ້ນຕໍ.

ໃນເມື່ອກ່ອນ ທ່ານ ສົມສີ ເຮແລນເຊີ ໄດ້ລົງຊີວິດຢູ່ເຂດຕາແສງພູໝື່ນ ເຊີ່ງເປັນເຂດພູດອຍຫ່າງໄກສອກຫຼີກ ຢຶດຖືອາຊີບຖາງປ່າເຮັດໄຮ່ເລື່ອນລອຍ, ອາໄສທຳມະຊາດເປັນຫຼັກ ຊີວິດການເປັນຢູ່ບໍ່ໄດ້ຮັບການພັດທະນາ ພາຍຫຼັງມີນະໂຍບາຍ ໃນການຈັດສັນບ້ານນ້ອຍ ໂຮມເຂົ້າເປັນບ້ານໃຫຍ່ ທ່ານຈຶ່ງໄດ້ຕັດສິນໃຈພາຄອບຄົວຍົກຍ້າຍ ລົງຈາກພູດອຍ ມາເລີ່ມຕົ້ນອາຊີບໃໝ່ ຢູ່ບ້ານຜາເມືອງ ເມືອງ ບໍລິຄັນ ແຂວງບໍລິຄຳໄຊ ແຕ່ການຊອກຊ່ອງທາງ ເຮັດການຜະລິດຫາລ້ຽງຊີບ ກໍ່ບໍ່ທັນແນນອນ ພາຍຫຼັງແຂວງບໍລິຄຳໄຊ ໄດ້ຫັນລົງພັດທະນາພື້ນຖານໂຄງລາ່ງ ແລະ ຈັດສັນພູມລຳເນົາໃຫ້ປະຊາຊົນ ໃນປີ 2004 ທ່ານໄດ້ມາທົດລອງປູກໝາກນັດ ຈຳນວນ 1 ເຮັກຕາ, ຈຳນວນ 12.000 ຕົ້ນ, ລົງທຶນຊື້ແນວພັນດ້ວຍເງິນຕົນເອງ 2, 000, 000 ກີບ, ສາມາດຜົນການຜະລິດໃນປີທຳອິດ ໄດ້ເງີນທັງໝົດ 6, 000, 000 ກີບ, ເຫັນວ່າຜົນຜະລິດຂອງໝາກນັດ ສາມາດສ້າງລາຍຮັບ  ແລະ ກຳໄລດີໃຫ້ແກ່ຄອບຄົວ ດັ່ງນັ້ນ, ຈິ່ງໄດ້ຂະຫຍາຍເນື້ອທີ່ສວນອອກຕື່ມ, ມີເນື້ອທີ່ 4 ເຮັກຕາ, 60,000 ເບ້ຍ ສາມາດສ້າງລາຍຮັບສະເລ່ຍ 75, 000, 000 ກີບຕໍ່ປີ, ສຳລັບຕະຫຼາດຈຳໜ່າຍມີພໍ່ຄ້າມາຮັບຊື້ຢູ່ສວນເລີຍ ນອກຈາກການປູກໝາກນັດແລ້ວ ຍັງປູກຢາງພາລາຕື່ມອີກ ຈຳນວນ 3,500 ຕົ້ນ, ໃນນັ້ນປຸກໃສ່ສວນໝາກນັດ 2,000 ຕົ້ນ, ແລະ ປູກສະເພາະສວນຢາງພາລາ 1,500 ຕົ້ນ, ມາຮອດປະຈຸບັນໄດ້ເລີ່ມກີດຢາງພາລາແລ້ວ ຈຳນວນ 1,000 ຕົ້ນ, ມີລາຍຮັບເພີ່ມຈາກຢ່າງພາລາ 25, 000, 000 ກີບຕໍ່ປີ, ອັນທີ່ພົ້ນເດັ່ນໄປກວ່ານັ້ນ ຄອບຄົວຂອງທ່ານ ສົມສີ ເຮີແລນເຊີ ໄດ້ກາຍເປັນຄອບຄົວຕົວແບບການປູກ ໝາກນັດເປັນສິນຄ້າ ໃຫ້ປະຊາຊົນບ້ານຜາເມືອງ ແລະ ບ້ານອ້ອມຂ້າງ ແລະ ທ່ານສາມາດເປັນທີ່ປຶກສາ ໃຫ້ຜູ້ທີ່ມີຄວາມສົມໃຈຢາກປູກໝາກນັດ ເປັນສິນຄ້າ, ນອກຈາກຄອບຄົວທ່ານ ສົມສີ ແລ້ວຍັງມີ 13 ຄອບຄົວ ຢູ່ໃນບ້ານຜາເມືອງປູກໝາກນັດເປັນສິນຄ້າ, ໃນເນື້ອທີ່ 24 ເຮັກຕາ ໃນແຕ່ລະປີສາມາດຜະລິດໝາກນັດສົ່ງອອກ ສູ່ທ້ອງຕະຫຼາດໄດ້ 205,000 ໜ່ວຍ, ສ້າງລາຍຮັບໄດ້ 260,000,000 ລ້ານກີບ.

ທ່ານ ສົມສີ ເຮີແລນເຊີ ໄດ້ເວົ້າຕື່ມອີກວ່າ ຜ່ານການເຮັດສວນປູກໝາກນັດ ເຫັນວ່າ​ຊີ​ວິດ​ການ​ເປັນ​ຢູ່​ຂອງຄອບຄົວ ນັບ​ມື້​ນັບ​ດີ​ຂຶ້ນ ​ເປ​ັນ​ຕົ້ນ​ແມ່ນ​ມີ​ເຮືອນ​ຢູ່​​ ແໜ້ນ​ໜາ​ຖາ​ວອນ, ມີລົດຈັກ 4  ຄັນ, ຊື້ດິນ 1 ຕອນ, ​ສາ​ມາດ​ສົ່ງ​ລູກ​ຮຽນ​ຈົນ​ຈົບ​ວິ​ຊາ​ຊີບ​, ມີ​ວຽກ​ເຮັດງານ​ທຳ​ໝົດ​ທຸກ​ຄົນ. ນອກຈາກນັ້ນຍັງມີເງິນແຮໃນຄອບຄົວ ເພື່ອນຳໃຊ້ຈ່າຍດຳລົງຊີວິດປະຈຳວັນ, ເຮັດໃຫ້ຊີວິດໃນຄອບຄົວມີຄວາມຜາສຸກ ແລະ ມີຄວາມອຸດົມສົມບູນດີຂຶ້ນເປັນກ້າວໆມາ.
Ghana_pineapple_field

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...