spot_img
Homeນານາສາລະຜູ້ຍິງທີ່ອາຍຸຫລາຍທີ່ສຸດໃນໂລກ

ຜູ້ຍິງທີ່ອາຍຸຫລາຍທີ່ສຸດໃນໂລກ

Published on

guinness-world-records-Oldest-living-person-Susannah-Mushatt-Jones-portrait-website_tcm25-387153-443x600 (1)
ຫລາຍຄົນອາດຈະບອກວ່າ ຂອງມັນ ຂອງຈືນ ຢ່າກິນຫຼາຍເພາະຈະເຮັດໃຫ້ອາຍຸບໍ່ຍືນ ແຕ່ດຽວກ່ອນ ຢຸດກ່ອນ ເພາະຜູ້ຍິງທີ່ອາຍຸຫລາຍທີ່ສຸດໃນໂລກ ນາງໄດ້ພິສູດແລ້ວວ່າ “ບໍ່ຈິງ” Susannah Mushatt Jones ຜູ້ຍິງແກ່ທີ່ສຸດໃນໂລກ ຄົນລ່າສຸດຄົບຮອບອາຍຸ 116 ປີເມື່ອເດືອນກໍລະກົດທີ່ຜ່ານມາເຜີຍວ່າອາຍຸຍືນໄດ້ເພາະນາງ “ກິນເບຄອນທຸກມື້”
ແມ່ເຖົ້າເຜີຍວ່າ ນາງກິນ ເບຄອນ ໄຂ່ ເຂົ້າປຽກເຂົ້າເປັນອາຫານເຊົ້າທຸກມື້ ແລະບໍ່ພຽງເທົ່ານັ້ນ ແມ່ເຖົ້າຍັງກິນເບຄອນໝົດມື້ເລີຍອີກດ້ວຍ ຕາມຂໍ້ມູນຈາກ ນິວຢອກໂພດແຕ່ຢ່າງໃດກໍດີ ນາງບໍ່ໄດ້ປ່ອຍປະລະເລີຍຮ່າງກາຍຂະໜາດນັ້ນ ເພາະນາງບອກວ່າ ” ຂ້ອຍບໍ່ດື່ມ ແລະບໍ່ດູດຢາດ້ວຍ”
ນອກຈາກນັ້ນນາງຍັງບອກເຄັດລັບທີ່ຫລາຍຄົນອາດຈະຄິດບໍ່ເຖິງກໍຄື ” ຂ້ອຍໄດ້ຮັບຄວາມຮັກຈາກຄົນອື່ນ ໆຮອບຂ້າງ ແລະພະລັງງານດ້ານບວກ ຂ້ອຍວ່ານີ້ຄືກຸນແຈໃນການມີຊີວິດຍືນຍາວແລະມີຄວາມສຸກ” ຍິ່ງໄປກວ່ານັ້ນ ນາງຍັງມີນິໄສມັກນອນຫຼາຍ ອີກດ້ວຍ ໂດຍຫລານຂອງ ແມ່ເຖົ້າໂຈນສ໌ Lois Judge ບອກວ່າ ແມ່ເຖົ້າຫລັບເກືອບ 10 ຊົ່ວໂມງຕໍ່ຄືນ ແລະຍັງຫລັບສັ້ນ ໆລະຫວ່າງມື້ອີກດ້ວຍ
ນາງເກີດໃນອະຫລາບາມ່າ ເມື່ອວັນທີ 6 ກໍລະກົດປີ 1899 ຊຶ່ງເປັນໜຶ່ງໃນສອງຄົົນທີ່ເກີດໃນສັດຕະທີ່ 19 ທີ່ຍັງມີຊີວິດຢູ່ໃນປະຈຸບັນ ສຳລັບການກິນເບຄອນແລ້ວອາຍຸຍືນ ນັ້ນບໍ່ໄດ້ມີແຕ່ແມ່ເຖົ້າໂຈນສ໌ຄົນດຽວ ແມ່ເຖົ້າ Pearl Cantrell ໄວ 105 ປີ ທີ່ເສຍຊີວິດໄປເມື່ອປີ 2013 ກໍມັກກິນເບຄອນເຊັ່ນດຽວກັນ ນອກຈາກນັ້ນຍັງມີເຄັດລັບອາຍຸຍືນແປກ ໆອີກເຊັ່ນ Elizabeth Sullivan ແມ່ເຖົ້າໄວ 104 ປີມັກການດື່ມນ້ຳອັດລົມ Dr. pepper ຫລາຍ ເຖິງຂັ້ນດື່ມທຸກມື້ເລີຍກໍວ່າໄດ້

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...