spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ສານແຂວງຫົວພັນຕັດສິນລົງໂທດແກ໋ງລັກລົດອັນຕະລາຍ

ສານແຂວງຫົວພັນຕັດສິນລົງໂທດແກ໋ງລັກລົດອັນຕະລາຍ

Published on

ເມື່ອບໍ່ດົນມານີ້, ສານປະຊາຊົນແຂວງຫົວພັນ, ໄດ້ຕັດສິນລົງໂທດ​ທ້າວອີ​ມພອນອາຍຸ25 ປີ ຢູ່​ບ້ານ​ພັນ​ໄຊໃຫ້​ຈຳ​ຄຸກ 4 ປີ 6 ​ເດືອນ, ທ້າວທອງອາຍຸ 42 ປີຢູ່​ບ້ານ​ຊຳ​ເໜືອ, ທ້າວຕຸ້ຍອາຍຸ 32 ປີຢູ່​ບ້ານ​ທາດ​ເມືອງ, ທ້າວສອນ​ເພັດ ​ແລະ ທ້າວສອນອາຍຸ 22 ປີຢູ່​ບ້ານ​ມີ​ສຸກ,​ເມືອງ​ຊຳ​ເໜືອ ແລະ ທ້າວ ໄມ​ ບຸນ​ປອນ ອາຍຸ 32 ປີຢູ່​ບ້ານ​ກາງ​ເມືອງ​ສົບ​ເບົາ, ທ້າວສີ​ທອນອາຍຸ 30 ປີຢູ່​ບ້ານ​ພຽງ​ຖິ່ນໃຫ້​ຈຳ​ຄຸກ​ຜູ້​ລະ 3 ປີ​ 6 ​ເດືອນ ​ແລະ ທ້າວສອນ​ໄຊອາຍຸ 25 ປີຢູ່​ບ້ານ​ພັນ​ສະຫວັນເມືອງ​ຊຳ​ໃຕ້ໃຫ້ຈໍາຄຸກ 1 ປີ 4 ເດືອນ, ພ້ອມປັບໄໝເງິນຈໍານວນໜຶ່ງ, ໃນຂໍ້ຫາລັກຊັບພົນລະເມືອງ, ໂດຍພວກກ່ຽວແມ່ນກຸ່ມແກ໋ງລັກຊັບອັນຕະລາຍທີ່ຮ່ວມກັນເຄື່ອນໄຫວລາດຕະເວນລັກລົດຈັກປະຊາຊົນໃນແຂວງຫົວພັນມາແລ້ວຫລາຍກວ່າ 20 ຄັນ ແລະ ເອົາໄປຂາຍໄດ້ເງິນມາແບ່ງກັນ. ກ່ອນຈະຖືກເຈົ້າໜ້າທີ່ປກສແຂວງຫົວພັນຈັບຕົວມາດໍາເນີນຄະດີຕາມລະບຽບກົດໝາຍ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...