spot_img
Homeຂ່າວການສຶກສາປະຖົມຊະຄືນແລະລຳພັນ ດີໃຈໄດ້ລົດຖີບໃໝ່

ປະຖົມຊະຄືນແລະລຳພັນ ດີໃຈໄດ້ລົດຖີບໃໝ່

Published on

12122555_709285815869038_1729936656322233249_n

ນ້ອງນ້ອຍນັກຮຽນໂຮງຮຽນປະຖົມສົມບູນບ້ານຊະຄືນ ແລະ ປະຖົມລຳພັນ ໄດ້ຮັບລົດຖີບ

ໃນຕອນເຊົ້າຂອງວັນທີ 9 ຕຸລາ 2015 ນີ້ ຢູ່ທີ່ໂຮງຮຽນປະຖົມສົມບູນບ້ານຊະຄືນ ເມືອງຈຳພອນ ແຂວງສະຫວັນນະເຂດ ໄດ້ຈັດພິທີ ມອບ-ຮັບລົດຖີບໃຫ້ແກ່ບັນດາລູກຫຼານນັກຮຽນຜູ້ທີ່ຮຽນເກັ່ງ ແລະ ຂາດເຂີນຈຳນວນ 55 ຄົນຂອງໂຮງຮຽນປະຖົມບ້ານຊະຄຶນ ແລະ ລຳພັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄຳເຜືືອ ພະໄຊຍະເພັດ ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງຈຳພອນ ພ້ອມຄະນະ, ມີຄະນະຮາກຖານກຸ່ມບ້ານ, ອຳນາດການປົກຄອງບ້ານ, ເຖົ້າແກ່ແນວໂຮມ, ສະມາຄົມພໍ່ແມ່ນັກຮຽນ, ບັນດາຄູອາຈານ ແລະ ນ້ອງນ້ອຍນັກຮຽນ ແລະ ຄອບຄົວຂອງທ່ານ ຄຳຫັວນ ນັນທະວົງ ເຊິ່ງເປັນຜູ້ທີ່ນຳລົດຖີບມາຊ່ວຍໃນຄັ້ງນີ້.
ໃນພິທີທ່ານ ອາຈານ ກິ່ງແກ້ວ ເພັດຊົມພູ ຜູ້ອຳນວຍການໂຮງຮຽນປະຖົມສົມບູນຊະຄືນ ກໍ່ໄດ້ ກ່າວຂອບໃຈມາຍັງຄອບຄົວຂອງທ່ານ ຄຳຫັວນ ນັນທະວົງ ທີ່ມີຈິດໃຈເອື້ອເຟື້ອເພື່ອແຜ່ ແລະ ເຫັນເຖິງຄວາມສຳຄັນຂອງການສຶກສາ ກໍ່ຄືບັນດາລູກຫຼານນັກຮຽນທີ່ເປັນໜໍ່ແໜງຂອງປະເທດຊາດ ຈຶ່ງໄດ້ນຳເອົາລົດຖີບຈຳນວນ 55 ຄັນ, ມີມູນຄ່າ 35 ລ້ານກວ່າກີບ ມາມອບໃຫ້ລູກຫຼານນັກຮຽນປະຖົມຊະຄຶນ ແລະ ປະຖົມລຳພັນໃນຄັ້ງນີ້.
ໃນໄລຍະຜ່ານມານີ້, ຄອບຄົວຂອງທ່ານ ຄຳຫັວນ ນັນທະວົງ ກໍ່ໄດ້ປະກອບສ່ວນໃນການສ້າງສາພັດທະນາວຽກງານສຶກສາຂອງເມືອງຢ່າງຕໍ່ເນື່ອງເປັນຕົ້ນ: ໃນຕົ້ນປີທີ່ຜ່ານມານີ້, ທາງຄອບຄົວຂອງເພິ່ນກໍ່ໄດ້ມອບກະເບື້ອງຈຳນວນ 500 ແຜ່ນ ພ້ອມອຸປະກອນຄົບຊຸດ, ມູນຄ່າ 12.530.000 ກີບ ໃຫ້ທາງໂຮງຮຽນ ມສ. ສະຄຶນ ເພື່ອສ້າງອາຄານຫ້ອງການ ແລະ ໄດ້ມອບປື້ມຈຳນວນ 2.000 ຫົວ, ບິກ 2.000 ກ້ານ ໃຫ້ທາງຫ້ອງການສຶກສາເມືອງຈຳພອນ ເພື່ອໄປມອບໃຫ້ແກ່ນັກຮຽນຜູ້ທີ່ຍັງຂາດເຂີນນຳອີກ.

12109298_709285722535714_3786661298237853105_n

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...