spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ປກສ ອຸດົມໄຊຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

ປກສ ອຸດົມໄຊຈັບເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່

Published on

ທ້າວ ຊີລືເລົາ ອາຍຸ 62 ປີຢູ່ບ້ານປ່າສ່າງ ເມືອງຄອບ ແຂວງໄຊຍະບູລີ ແລະ ທ້າວ ບຸນເຢີ ສໍຊົວໄມ ອາຍຸ 33 ປີຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ຖືກເຈົ້າໜ້າທີ່ສະກັດກັ້ນແລະ ຕ້ານຢາເສບຕິດແຂວງອຸດົມໄຊຈັບຕົວມາດໍາເນີນຄະດີ, ພາຍຫລັງກວດພົບຢາບ້າຈໍານວນ 90 ພັນເມັດຊຸກເຊື່ອງໄວ້ໃນລົດໃຫຍ່ຂອງພວກກ່ຽວເມື່ອບໍ່ດົນນີ້.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງມີພົນລະເມືອງດີໄດ້ແຈ້ງໃຫ້ຊາບວ່າຈະມີການຂົນສົ່ງຢາເສບຕິດລາຍໃຫຍ່ຜ່ານເຂົ້າມາທາງເມືອງໄຊ, ຈຶ່ງໄດ້ຈັດກໍາລັງຕັ້ງດ່ານຕາມເສັ້ນທາງຫລາຍຈຸດເພື່ອກວດກາ ແລະ ສະກັດກັ້ນລົດເປົ້າໝາຍ, ຍີ່ຫໍ້ CHAGAN ສີຂາວບໍ່ມີປ້າຍທະບຽນຂັບຂີ່ມາແຕ່ທາງເມືອງແບງ, ຈຶ່ງໄດ້ທຳການກວດກາ ແລະ ພົບເຫັນຢາບ້າຈຳນວນ 90 ພັນເມັດຊຸກເຊື່ອງໄວ້ໃນລົດ, ພ້ອມຈັບຕົວຜູ້ຂັບຂີ່ 2 ຄົນດັ່ງກ່າວມາດຳເນີນຄະດີຕາມລະບຽບກົດໝາຍ.

ປັດຈຸບັນ, ຄະດີຢາເສບຕິດດັ່ງກ່າວ, ເຈົ້າໜ້າທີ່ພວມດຳເນີນການສືບສວນ-ສອບສວນເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການມາດຳເນີນຄະດີຕາມກົດໝາຍ.

ຂ່າວຈາກ ໜັງສືພິມລາວພັດທະນາ

ລພນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...