spot_img
Homeຂ່າວການພັດທະນາປກສ ນ.ວ ມອບລົດ​ມອດ​ໄຟ​​​​ 2 ຄັນໃຫ້ ປກສ ເມືອງ​ຫາດ​ຊາຍ​ຟອງ

ປກສ ນ.ວ ມອບລົດ​ມອດ​ໄຟ​​​​ 2 ຄັນໃຫ້ ປກສ ເມືອງ​ຫາດ​ຊາຍ​ຟອງ

Published on

fire

ໃນ​ວັນ​ທີ 14 ຕຸລາ​ນີ້, ​ພະ​ແນ​ກຕຳຫລວດສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ນະຄອນ ຫລວງ​ວຽງ​ຈັນ ​​ໄດ້​ມອບ​ລົດ​ມອດ​ໄຟ​ຈຳນວນ 2 ຄັນ​ໃຫ້ກອງ​ບັນຊາ​ການ​ເມືອງ​ຫາດ​ຊາຍ​ຟອງ ເພື່ອ​ຍົກ​ສູງ​ຄວາມ​ອາດ​ສາມາດ​ໃນ​ການ​ສະກັດ​ກັ້ນ​ ​ແລະ ຕ້ານ​ອັກຄີ​ໄພ ເນື່ອງ​ຈາກ​​ເຫັນ​ວ່າ​ໃນ​ຜ່ານ​ມາສະພາບ​ອັກຄີ​ໄພ​ມັກ​ເກີດ​ຂຶ້ນ​ ​ແລະ ນຳ​ຜົນ​ເສຍ​ຫາຍ​ເປັນ​ຈຳນວນ​ຫລວງຫລາຍ​ມາສູ່​ສັງຄົມ​ໂດຍ​ສະ​ເພາະ​ລະດູ​ແລ້ງ, ດັ່ງນັ້ນ ປກສ ນະຄອນຫລວງ​ວຽງ​ຈັນ​ຈຶ່ງ​ໄດ້​ເພີ່ມ​ທະວີ​ຍົກ​ສູງ​ປະສິດທິພາບ​ຂອງ​ວຽກ​ງານ​ດັ່ງກ່າວ ​ເຊຶ່ງ​ການ​ນຳ​ເອົາ​ລົດ​ມອດ​ໄຟ ຈຳນວນ 2 ຄັນ​ ມາ​ມອບ​ໃຫ້​ ປກສ ​ຫາດ​ຊາຍ​ຟອງ ຄັ້ງນີ້ເປັນ​ໜຶ່ງ​ໃນ 5 ​ເມືອງ​ນອກຂອງ​ນະຄອນຫລວງ​ວຽງ ລົດ​ດັ່ງກ່າວ​ປະກອບ​ມີ: ຄັນ​ໜຶ່ງ ບັນຈຸ​ນ້ຳ​ໄດ້ 10.000 ລິດ ​ແລະ ອີກ​ໜຶ່ງ​ຄັນ ບັນຈຸ​ນ້ຳ​ໄດ້ 8.000 ລິດ, ພ້ອມ​ນີ້​ຍັງ​ໄດ້​ລົງຊ່ວຍ​ຝຶກ​ອົບຮົມ ​ແລະ ສອນ​ວິທີ​ນຳ​ໃຊ້​ລົດ​ມອດ​ໄຟ​ດັ່ງກ່າວ​ໃຫ້​ເຈົ້າ​ໜ້າ​ທີ່​ຜູ້​ເຮັດ​ວຽກ​ງານ​ນີ້ ​ໃຫ້ມີ​ຄວາມ​ສຳ​ນິສຳ​ນານ ​ໃນ​ການ​ນຳ​ໃຊ້​ເຂົ້າ​ໃນ​ການສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ຢູ່​ສະຖານ​ທີ່​ເກີດ​ເຫດ​ຕ່າງໆ​​ໄດ້​ວ່ອງ​ໄວ ​ແລະ ທ່ວງທັນ​ເວລາ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...

ສປປ ລາວ ສົ່ງອອກໝາກມ່ວງສົດ ຂະບວນທໍາອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ

ສົ່ງອອກສູ່ຕະຫຼາດສາກົນ ສປປ ລາວ ສົ່ງອອກໝາກມ່ວງສົດຂະບວນທຳອິດ ໄປສູ່ ສປ ຈີນ ຈຳນວນ 90 ໂຕນ ວັນທີ 30 ພຶດສະພາ 2025 ໄດ້ມີພິທີເປີດຂະບວນສົ່ງຫມາກມ່ວງສົດຂະບວນທຳອິດຈາກສປປ...

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ. ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72...

ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025

ໄຂກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ຢ່າງເປັນທາງການ. ກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນພຶດສະພາ 2025 ໄຂຂຶ້ນໃນວັນທີ29 ພຶດສະພາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ...