spot_img
Homeຄວາມງາມປາຕີ້ແນວໃດ ໃຫ້ນ້ຳໜັກເທົ່າເກົ່າ

ປາຕີ້ແນວໃດ ໃຫ້ນ້ຳໜັກເທົ່າເກົ່າ

Published on

Have a drink
– ເລືອກດື່ມແນວໃດດີ ງານປາຕີ້ຈັດເຕັມຂະໜາດນີ້ ບໍ່ມີພາດ ເຄື່ອງດື່ມແອວກໍຮໍ ແນ່ນອນ ແນະນຳວ່າກ່ອນດື່ມຄວນກິນອາຫານທີ່ມີໂປຕີນສູງຊີ້ນໄກ່,ນົມ,ໄຂ່ຫລືປາ ຮອງທ້ອງກ່ອນ ຊ່ວຍຊະລໍການດູດຊຶມແອວກໍຮໍເຂົ້າສູ່ກະແສເລືອດໄດ້ ຢ່າດື່ມຄູ່ກັບອາຫານຫລືຂະໜົມລົດເຄັມເດັດຂາດ ເພາະຈະເຮັດໃຫ້ດື່ມໜັກຂຶ້ນ ຮູ້ບໍວ່າ ເບຍ, ໄວແດງ ຫລື ຄັອກເທນ ໃຫ້ພະລັງງານສູງສົ່ງຫລາຍ (7 ກິໂລແຄລໍລີ ຕໍ່ກຣາມ) ຈຶ່ງເຮັດໃຫ້ຕຸ້ຍງ່າຍ ສະນັ້ນສາວໆຄືເຮົາຕ້ອງສະຫລາດດື່ມຢ່າໃຫ້ເກີນ 3 ແກ້ວ ເອົາພຽງມ່ມວນກໍ່ພໍ ຈາກນັ້ນຄ່ອຍເລືອກດື່ມນ້ຳທຳມະດາ ຫລື ນ້ຳຫມາກໄມ້ແທນ
– ກິນຫລາຍແຕ່ບໍ່ຕຸ້ຍ ຢ່າອົດໝົດມື້ເພື່ອໄປຈັດການອາຫານໃນງານປາລ໌ຕີ້ ເພາະການຍັບຍັ້ງຊັ່ງໃຈບໍ່ມີ ເຫັນຫຍັງຂວາງໜ້າ ແນະນຳຄວນກິນຫຍັງຮອງທ້ອງໄປກ່ອນເຊັ່ນ ໂຍເກິລ໌ ຫລື ຫມາກໄມ້ ພໍໄປເຖິງເນັ້ນຊິມພໍ ຕັກອາຫານຢ່າງລະໜ່ອຍ ໂດຍເລືອກກິນອາຫານທີ່ໃຫ້ແຄລໍລີຕ່ຳໆເຊັ່ນ ປາ ສະຫລັດນ້ຳໃສບໍ່ແມ່ນສະຫລັດຄີມ ຍຳທີ່ໃສ່ສະໝຸນໄພຫລາຍໆ ຊ່ວຍກະຕຸ້ນລະບົບການເຜົາຜານ ເຮັດໃຫ້ອິ່ມໄວຂຶ້ນ ແຕ່ຕ້ອງບໍ່ລົດຈັດເກີນໄປ ເມນູຜັກທີ່ເຮັດສຸກແລ້ວ ຫລີກລ້ຽງການກິນຜັກດິບຂະນະທ້ອງວ່າງ ອາດເຮັດໃຫ້ທ້ອງອືດໄດ້ ຖ້າຢາກກິນຊິ້ນສັດຕ້ອງບໍ່ຕິດມັນ ແລະໃຊ້ວິທີອົບ ໜຶ້ງ ຫລື ປິ້ງແທນ ສ່ວນຂອງຈືນທີ່ມີຄໍເລດເຕີລອນສູງ ລ້ຽງໄດ້ກໍດີ ກິນຫລາຍເກີນໄປ ອາດເປັນກົດໄຫລຍ້ອນໄດ້ ລະຫວ່າງນີ້ກິນໄປຢ່າລືມເວົ້າລົມກັບໝູ່ໄປນຳ ເພື່ອໃຫ້ກະເພາະໄດ້ເຮັດວຽກ ບໍ່ແມ່ນຕັ້ງໜ້າຕັ້ງຕາກິນລູກດຽວ ເພື່ອຄວາມຄຸ້ມ
– ກິນຂະໜົມແບບໃດ ເຖິງພໍເໝາະພໍດີ ເລືອກຊິມຢ່າງລະໜ້ອຍ ພໍໃຫ້ຮູ້ລົດຊາດ ເຊັ່ນ ຄຸກກີ້ 2 ອັນ, ເຄັກອັນນ້ອຍໆ 1 ປ່ຽງ, ການລຸດຂະໜາດຂອງຂະໜົມຊ່ວຍໃຫ້ລຸດປະລິມານແຄລໍລີ່ຫລາຍກວ່າເຄຶ່ງ ຫລືບໍ່ກໍເລືອກຂະໜົມທີ່ມີໄຂມັນຕ່ຳໆເຊັ່ນ ຫມາກໄມ້ສົດ ພວກເຂົ້າໜຽວຖົ່ວລຽນ,ນ້ຳຫວານ ເວັ້ນໄວ້ແນ່ກໍດີ ເພາະນ້ຳຕານສູງ ຕັດນ້ຳຕານ ຫລືຄີມ ອອກຈາກຂະໜົມກ່ອນກິນ ບໍ່ໃສ່ກະທິໃນຂະໜົມຫວານ ຊ່ວຍລຸດພະລັງງານໄດ້ເຖິງ 81-150 ແຄລໍລີ ຫລືກາແຟຮ້ອນ ຫລັງກິນຂະໜົມ ຄາເຟອີນໃນຊາແລະກາແຟຊ່ວຍກະຕຸ້ນການເຜົາຜານພະລັງງານໄດ້ ພຽງແຕ່ວ່າຢ່າເຕີມນົມ ຫລືນ້ຳຕານເຂົ້າໄປກໍພໍ ແນະນຳໃຫ້ໃສ່ນ້ຳຕານທຽມແທນ ຫລັງຈາກກິນຂະໜົມສຳເລັດແລ້ວ ຢ່ານັ່ງແຊ່ ອອກຍ່າງລົມກັບໝູ່ໆໃນງານເລີຍ ວິທີນີ້ນອກຈາກຈະຊ່ວຍຍ່ອຍແລ້ວ ຍັງຊ່ວຍປ້ອງກັນບໍ່ໃຫ້ໄຂມັນສະສົມທີ່ໜ້າທ້ອງ ຕົ້ນຂາ ແລະສະໂພກໄດ້ອີກດ້ວຍ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...