spot_img
Homeຂ່າວພາຍ​ໃນທ່ານ ຈູມມາລີ ໄຊຍະສອນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານນາງ ຫງວຽນ ທິ ຢວານ ແຫ່ງ ສສ ຫວຽດນາມ

ທ່ານ ຈູມມາລີ ໄຊຍະສອນ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານນາງ ຫງວຽນ ທິ ຢວານ ແຫ່ງ ສສ ຫວຽດນາມ

Published on

12119110_441575696046216_1220039291448919107_n

ຂປລ. ຕອນບ່າຍວັນທີ 15 ຕຸລາ 2015 ນີ້ ທີ່ທຳນຽບປະທານປະເທດ, ທ່ານ ຈູມມາລີ ໄຊຍະສອນ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານນາງ ຫງວຽນ ທິ ຢວານ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມຢ່າງເປັນທາງການຢູ່ ສປປ ລາວ ແຕ່ວັນທີ 15-18 ຕຸລາ ໂດຍຕອບສະໜອງຕາມຄຳເຊີນຂອງ ທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດ ແຫ່ງ ສປປ ລາວ.
ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານນາງ ຫງວຽນ ທິ ຢວານ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນາແລ້ວນັ້ນ ໃຫ້ນັບມື້ກ້າວໜ້າ ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ, ພ້ອມນີ້ ທ່ານປະທານປະເທດ ຍັງໄດ້ຕີລາ ຄາສູງຕໍ່ການສະໜັບສະໜູນຊ່ວຍເຫລືອຢ່າງມີປະສິດທິຜົນ ແລະ ທັນການຂອງພັກ, ລັດຖະບານຫວຽດນາມ ທີ່ໄດ້ປະກອບສ່ວນເຂົ້າໃນການ ພັດທະນາເສດ ຖະກິດ-ສັງ ຄົມ ຂອງ ສປປ ລາວ.
ໃນໂອກາດດຽວກັນ, ທ່ານຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານປະທານປະເທດ ພ້ອມທັງແຈ້ງໃຫ້ຊາບເຖິງຈຸດປະສົງ ຂອງການເດີນທາງມາ ຢ້ຽມຢາມ ສປປ ລາວໃນຄັ້ງນີ້ ແລະ ຜົນການພົບປະສອງຝ່າຍກັບທ່ານ ບຸນຍັງ ວໍລະຈິດ ຮອງປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະ.
ຫລັງຈາກເຂົ້າຢ້ຽມຄຳນັບ ທ່ານປະທານປະເທດແລ້ວ, ທ່ານນາງ ຫງວຽນ ທິ ຢວານ ຮອງປະທານປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ກໍໄດ້ໄປພົບປະຢ້ຽມຢາມ ທ່ານ ທອງສິງ ທຳມະວົງ ນາຍົກລັດຖະມົນຕີ ຢູ່ທີ່ຫ້ອງວ່າການລັດຖະບານ ເຊັ່ນດຽວກັນ.

ທີ່ມາ ຂ່າວສານປະເທດລາວ

ຂປລ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...