spot_img
Homeຂ່າວການສຶກສາແຂວງຊຽງ​ຂວາງ ປະກາດ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ບຳລຸງ ຢ່າງເປັນທາງການ!

ແຂວງຊຽງ​ຂວາງ ປະກາດ​ຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ບຳລຸງ ຢ່າງເປັນທາງການ!

Published on

xiengkhuang

ແຂວງ​ຊຽງ​ຂວາງ,​ ໄດ້​ຈັດພິທີປະກາດຈົບ​ຊັ້ນ​ມັດທະຍົມ​ຕອນ​ຕົ້ນ​ບຳລຸງ​ໃຫ້​ປະຊາຊົນບັນດາ​ເຜົ່າ​ທົ່ວ​ແຂວງເມື່ອທ້າຍອາທິດຜ່ານມານີ້ ​ແລະ ​ເປັນ​ແຂວງ​ອັນດັບ 2 ຂອງປະ​ເທດຖັດຈາກ​ແຂວງ​ໄຊ​ຍະ​ບູລີ​ທີ່​ໄດ້​ປະກາດ​ຈົບຊັ້ນມັດທະຍົມຕອນຕົ້ນບໍາລຸງຢ່າງເປັນ​ທາງ​ການ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງທ່ານຮອງ​ນາຍົກລັດຖະມົນຕີ,ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ​ທິການ ແລະ ກິລາ ດຣ ພັນຄໍາ ວິພາວັນ, ທ່ານເຈົ້າແຂວງຊຽງຂວາງ ສຈ.ດຣ ສົມ​ກົດ ມັງ​ໜໍ່​ເມກ, ມີ​ບັນດາ​​ກາ​ນນຳ​ແຂວງ, ຄູອາຈານ, ແລະ ນັກຮຽນ-ນັກສຶກ​ເຂົ້າ​ຮ່ວມເປັນຈໍານວນຫລາຍ.

ທ່ານ ບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງຊຽງຂວາງ​ໃຫ້​ຮູ້​ວ່າ: ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ບຳລຸງ​ຍົກ​ລະດັບ​ການ​ສຶກສາ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ແຂວງ​ຊຽງ​ຂວາງ​ໃນ​ໄລຍະ 7 ປີຜ່ານມາ (2008-2015) ໄດ້ຈັດການຮຽນ-ການສອນຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງໃຫ້ກຸ່ມເປົ້າໝາຍໃນເກນອາຍຸ 15-35 ປີ,ມີຜູ້ຮຽນຈົບທັງໝົດ 15.084 ຄົນ, ຍິງ 7.639 ຄົນ, ສາມາດປະກາດຈົບຊັ້ນມັດທະຍົມສຶກສາຕອນຕົ້ນບຳລຸງໄດ້ 8 ເມືອງນັບທັງເມືອງທ່າໂທມແຂວງໄຊສົມບູນ.

ປັດຈຸບັນປະຊາກອນກຸ່ມເປົ້າໝາຍມີລະດັບການສຶກສາຈົບຊັ້ນມັດທະຍົມສຶກສາຕອນຕົ້ນທັງໝົດ 103.293 ຄົນ, ຍິງ 50.442 ຄົນເທົ່າກັບ 98,63% (ທຽບ​ໃສ່​ປະຊາກອນ​ໃນ​ເກນ​ອາຍຸ 15-35 ປີ). ຜົນສໍາເລັດດັ່ງກ່າວນັ້ນ, ໄດ້ສ້າງປະໂຫຍດອັນໃຫຍ່ຫລວງໃຫ້ປະຊາຊົນບັນດາເຜົ່າທົ່ວແຂວງຊຽງຂວາງ, ໂດຍສະເພາະເຮັດໃຫ້ຜູ້ທີ່ບໍ່ຮູ້ໜັງສືໃນເມື່ອກ່ອນສາມາດອ່ານໄດ້ຂຽນເປັນ, ຫຼຸດພົ້ນອອກຈາກຄວາມໂງ່ຈ້າຫລ້າຫລັງ,ສາມາດນຳໃຊ້ຄວາມຮູ້ເຂົ້າໃນການດຳລົງຊີວິດປະຈຳວັນ ເພື່ອພັດທະນາຄຸນນະພາບຊີວິດຂອງປະຊາຊົນໃຫ້ດີຂຶ້ນ,ພ້ອມນັ້ນຍັງເປັນກຳລັງແຮງອັນສຳຄັນເພື່ອປະກອບສ່ວນເຂົ້າໃນການປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດ,​ໂດຍ​ສະ​ເພາະແມ່ນພັດທະນາແຂວງຊຽງຂວາງໃຫ້ມີຄວາມຈະເລີນຮຸ່ງ​ເຮືອງຂຶ້ນໄປເລື້ອຍໆ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...