spot_img
Homeຂ່າວຕ່າງປະເທດອີຍູຮຽກຮ້ອງໃຫ້ຣັດເຊຍຍຸດຕິການໃຊ້ກຳລັງທະຫານໃນຊີຣີ

ອີຍູຮຽກຮ້ອງໃຫ້ຣັດເຊຍຍຸດຕິການໃຊ້ກຳລັງທະຫານໃນຊີຣີ

Published on

EyWwB5WU57MYnKOuXocddwbAK2GxzGMKMlLOWYvUEvuwmWLI0Gz6jG

ກອງ​ປະ​ຊຸມ​ຄະນະ​ລັດຖະ​ມົນ​ຕຣີ​ຕ່າງ​ປະເທດ​ສະ​ຫະ​ພາບ​ຍຸ​ໂຣບ​ທີ່​ປະເທດ​ລັກ​ເຊມ​ເບີ​ກ ເມື່ອ​ມື້​ວັນຈັນ​ທີ່ 12 ຕຸລາ ຮຽກຮ້ອງ​ໃຫ້​ຣັດ​ເຊຍ​ຍຸດຕິ​ການ​ໃຊ້​ກຳ​ລັງ​ທາງ​ທະຫານ​ໂຈມ​ຕີ​ກຸ່ມ​ອື່ນ​ນອກ​ເໜືອ​ຈາກ​ກຸ່ມ​ລັດ​ອິດ​ສະລາມ​ຫລື​ໄອ​ເອັສ​ໃນ​ປະເທດ​ຊີ​ຣີ​ທັນ​ທີ ພ້ອມ​ທັງ​ເນັ້ນ​ຢ້ຳ​ວ່າ ລະບອບ​ການ​ປົກຄອງ​ຂອງ​​ບາ​ຊາລ໌ ອັນ ອັດ​ຊາດ ຄື​ຜູ້​ຮັບ​ຜິດຊອບ​ລາຍ​ທຳອິດ​ຈາກ​ເຫດການ​ທີ່​ເຮັດໃຫ້​ມີ​ຜູ້​ເສຍຊີວິດ​ຈຳນວນ​ຫລາຍ​ຈາກ​ຄວາມ​ຂັດ​ແຍ້ງ

ຄະນະ​ລັດ​ຖະມົນ​ຕຣີ​ຕ່າງ​ປະເທດ​ອີ​ຍູ​ໄດ້​ມີ​ກາ​ນລົງມັດຕິ​ທີ່​ຮຸນແຮງ​ເຖິງ​ລັດຖະບານ​ຣັດ​ເຊຍ ໂດຍ​ບໍ່​ຍອມ​ຮັບ​ທີ່​ກອງ​ກຳ​ລັງ​ທະຫານ​ຣັດ​ເຊຍ​ໄດ້​ເນັ້ນ​ເປົ້າ​ໂຈມ​ຕີ​ກຸ່ມ​ການ​ເມືອງ​ຝ່າຍ​ຄ້ານ​ໃນ​ຊີ​ຣີ​ເມື່ອ​ໄວ​ໆນີ້ ແລະ​ຮຽກຮ້ອງ​ໃຫ້​ຍຸດຕິ​ການ​ໃຊ້​ກຳ​ລັງ​ທະຫານ​ທັນ​ທີ ລວມ​ທັງ​ໃຫ້​ລະ​ເວັ້ນ​ການ​ລະ​ເມີດ​ນ່ານ​ຟ້າ​ປະເທດ​ໃກ້​ຄຽງ​ອີກ​ດ້ວຍ

ຍິ່ງ​ກວ່າ​ນັ້ນ ຄະນະ​ລັດຖະ​ມົນ​ຕຣີ​ຕ່າງ​ປະເທດ​ອີ​ຍູ​ຍັງ​ໄດ້​ຕັ້ງ​ຂໍ້​ສັງເກດ​ວ່າ ການ​ໃຊ້​ກຳ​ລັງ​ທາງ​ທະຫານ​ທີ່​ຍາວນານ “ສ່ຽງ​ທີ່​ຈະ​ເຮັດໃຫ້​ຄວາມ​ຂັດ​ແຍ້ງ​ຕໍ່ເວລາໄປອີກ ບ່ອນ​ທຳລາຍ​ຂະ​ບວນ​ການ​ທາງ​ການ​ເມືອງ ເຮັດໃຫ້​ສະຖານນະການ​ດ້າ​ນມະນຸດສະຍະ​ທຳ​ຮ້າຍແຮງ​ຍິ່ງ​ຂຶ້ນ ແລະ​ເພີ່ມ​ຈຳນວນ​ພວກ​ຫົວ​ຮຸນແຮງ” ຈຶ່ງ​ໄດ້​ມີ​ການ​ຮຽກຮ້ອງ​ໃຫ້​ຣັດ​ເຊຍ “ເນັ້ນ​ໃຊ້​ຄວາມ​ສາມາດ​ທີ່​ຈະ​ຫາ​ທາງ​ອອກ​ທາງ​ການ​ເມືອງ​ໃນ​ການ​ແກ້​ບັນຫາ​ຄວາມ​ຂັດ​ແຍ້ງ”

ໃນ​ຂໍ້ມັດ​ຕິ​ທີ່​ຄະນະ​ລັດ​ມົນ​ຕຣີ​ຕ່າງ​ປະເທດ​ສະ​ຫະ​ພາບ​ຍຸ​ໂຣບ​ສະຫລຸບ​ຄື “ການ​ປ່ຽນ​ແຜນ​ທີ່​ສະຫງົບ​ແລະ​ເຕັມ​ຮູບ​ແບບ” ໃນ​ປະເທດ​ຊີ​ຣີ ໂດຍ​ມີ​ຄວາມ​ເຫັນ​ວ່າ ຜູ້​ຄອງ​ອຳນາດ​ໃນ​ປະຈຸບັນ​ບໍ່​ສາມາດ​ເຮັດໃຫ້​ເກີດ​ສັນ​ຕິ​ພາບ​ທີ່​ຍັ່ງ​ຍືນ​ໄດ້ ເຖິງແມ່ນວ່າ​ຈະ​ບໍ່​ມີ​ການ​ກຳນົດ​ບົດ​ບາດ​ທີ່​ຊັດເຈນ​ໃຫ້​ປະ​ທາ​ນປະເທດ​ຊີ​ຣີ​ໃນ​ໄລຍະຂອງ​ການ​ປ່ຽນ​ແຜນ ແຕ່​ກໍ​ໄດ້​ລະ​ບຸ​ຊັດເຈນ​ວ່າ “ລະບອບ​ການ​ປົກຄອງ​ຂອງ​ທ່ານ​ອັດ​ຊາດ​ຄື​ຜູ້​ຮັບ​ຜິດຊອບ​ທີ່​ເຮັດໃຫ້​ມີ​ຜູ້​ເສຍຊີວິດ​ຈຳນວນ​ເຖິງ 250,000 ຄົນ ແລະ​ມີ​ຜູ້​ອົບພະ​ຍົບ​ອີກ​ຈຳນວນ​ຫລາຍ​ລ້ານ​ຄົນ” ນັບ​ຕັ້ງ​ແຕ່​ປີ 2010

ທ່ານນາງ​ເຟ​ເດ​ລິ​ກາ ໂມ​ເກ​ລິ​ນີ ຜູ້​ແທນ​ລະ​ດັບ​ສູງ​ດ້ານ​ການ​ຕ່າງ​ປະເທດ​ແລະ​ນະໂຍບາຍ​ຄວາມຫມັ້ນຄົງ/ຮອງ​ປະ​ທານ​ຄະນະ​ກຳ​ມາ​ທິ​ການ​ຍຸ​ໂຣບ ຢືນຢັນ​ວ່າ ເປັນ​ບົດ​ບາດ​ຫລັກ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາດ​ໃນ​ການ​ເປັນ​ຜູ້​ດຳ​ເນີນ​ການ​ເຈລະຈາ ຂະນະ​ທີ່​ສະ​ຫະ​ພາບ​ຍຸ​ໂຣບ​ຈະ​ເຮັດ​ຫນ້າທີ່​ເປັນ​ຜູ້​ອຳ​ນວຍ​ຄວາມສະດວກ ໂດຍ​ເຫັນ​ວ່າ ການ​ໃຊ້​ກຳ​ລັງ​ທາງ​ທະຫານ​ຂອງ​ຣັດ​ເຊຍ​ນັ້ນ​ເປັນ​ເລື່ອງ​ທີ່​ອັນຕະລາຍ ຫາກ​ມີ​ການ​ໂຈມ​ຕີ​ກຸ່ມ​ອື່ນ​ນອກ​ເໜືອ​ຈາກ​ກຸ່ມ​ລັດ​ອິດສະ​ລາມ​ຫລື​ໄອ​ເອັສ ແຕ່​ກໍ​ຍັງ​ຢືນຢັນ​ເຖິງ​ບົດ​ບາດ​ທີ່​ສຳຄັນ​ຂອງ​ຣັດ​ເຊຍ​ໃນ​ການ​ກົດ​ດັນ​ລັດຖະບານ​ຊີ​ຣີ​ໃຫ້​ຍອມ​ຮັບ​ຂະ​ບວນ​ການ​ປ່ຽນ​ແຜນ ນາງ​ສະຫລຸບ​ວ່າ “ຈະ​ຕ້ອງ​ເປີດ​ໂອ​ກາດ​ໃຫ້​ຣັດ​ເຊຍ​ເຂົ້າ​ມາ​ມີ​ບົດ​ບາ​ດທີ່​ສຳຄັນ​ເພື່ອ​ໃຫ້​ສາມາດ​ເລີ່ມ​ຕົ້ນ​ຂະ​ບວນ​ການ​ທາງ​ການ​ເມືອງ

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...