spot_img
Homeຂ່າວຕ່າງປະເທດສະຫາລັດ ຯ ຍອມຮັບໂຈມຕີທາງອາກາດພາດ ຂ້າຄົນບໍລິສຸດຫລາຍລາຍ

ສະຫາລັດ ຯ ຍອມຮັບໂຈມຕີທາງອາກາດພາດ ຂ້າຄົນບໍລິສຸດຫລາຍລາຍ

Published on

LK4_1

ສະ​ຫາລັດ ຯ ກ່າວ​ຍອມ​ຮັບ​ຄວາມ​ຜິດ​ພາດ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ໂຮງໝໍໃນອັບ​ກາ​ນິ​ສຖານ ຮູ້ສຶກ​ເສຍ​ໃຈ​ຢ່າງ​ຫລາຍ ບໍ່​ມີ​ເຄີຍມີເຈດຕະນາ​ຄິດທຳຮ້າຍໂຮງໝໍເລີຍ ສັ່ງ​ສອບ​ສວນ​ຫາ​ເຫດ​ຄວາມ​ຜິດ​ພາດ​ແລ້ວ
             ວັນທີ່ 6 ຕຸລາ ສຳ​ນັກ​ຂ່າວ​ຊີ​ເອັນ​ເອັນ ລາຍ​ງານ​ວ່າ ສະ​ຫາລັດ​ອາເມ​ຣິ​ກາ ກ່າວ​ຍອມ​ຮັບ​ເຫດ​ລະ​ເບີດ​ໂຮງໝໍ​​ໃນ​ເມືອງ​ຄຸນ​ດຸ​ດ ປະເທດ​ອັບ​ກາ​ນິ​ສຖານ ໃນ​ປະຕິບັດການ​ໂຈມ​ຕີ​ເມື່ອ​ມື້ວັນ​ເສົາທີ່​ຜ່ານມາ (3 ຕຸລາ) ວ່າ​ເປັນ​ປະຕິບັດການ​ທີ່​ຜິດ​ພາດ ​ຂ່າວອາ​ເມ​ຣິກາຖິ້ມ​ລະເບີດ​ທາງ​ອາ​ກາດ ໂຈມ​ຕີ​ໂຮງໝໍອັບ​ກາ​ນິ​ສຖານ ໂດຍ​ຈາກ​ເຫດການ​ນີ້​ເຮັດໃຫ້​ມີ​ຜູ້​ເສຍຊີວິດ 22 ລາຍ ເປັນ​ຜູ້​ປ່ວຍ 10 ລາຍ​ ແລະ ​ເຈົ້າ​ໜ້າ​ທີ​ທາງ​ການ​ແພດ 12 ລາຍ ​ມີ​ແພດ​ອາ​ສາ​ສະໝັກ​ຈາກ​ອົງ​ການ​ແພດ​ນຳອີກ
             ນາຍ​ພົນ​ຈອນ ແຄມ​ເບນ ຜູ້​ບັນ​ຊາ​ການ​ກອງ​ກຳ​ລັງ​ສະ​ຫາລັດ ຯ ໃນ​ອັບ​ກາ​ນິ​ສຖານ​ກ່າວ​ໃນ​ການ​ປະ​ຊຸມ​ສະພາ​ທີ່​ທຳ​ນຽບ​ຂາວ ເມື່ອ​ມື້​ອັງ​ຄານ (6 ຕຸລາ) ວ່າ ໄດ້​ຕັດ​ສິນ​ໃຈ​ສັ່ງ​ການ​ໂຈມ​ຕີ​ທາງ​ອາ​ກາດ ຫລັງ​ໄດ້ຮັບ​ການ​ຮ້ອງ​ຂໍ​ກຳ​ລັງ​ສະໜັບສະໜູນ​ມາ​ຈາກ​ຖານ​ທັບ​ອັບ​ກາ​ນິ​ສຖານ ຊຶ່ງ​ລະ​ບຸ​ວ່າ ນັກຮົບ​ຕໍ​ລີ​ບານ​​ໂຈມ​ຕີ​ມາ​ຈາກ​ໃນ​ໂຮງໝໍດັ່ງກ່າວ
             ນາຍ​ພົນ​ແຄມເບນ ຍັງ​ກ່າວ​ຕໍ່ໄປ​ວ່າ ສະ​ຫາລັດ ຯ ບໍ່​ເຄີຍ​ມີ​ເຈດ​ຕະນາ​ຈະ​ໂຈມ​ຕີໂຮງໝໍ ​ທີ່​ຢູ່​ພາຍໃຕ້​ການ​ຄຸ້ມ​ຄອງ ໂດຍ​ໃນ​ຕອນ​ນີ້​ກຳ​ລັງ​ເລັ່ງ​ສອບ​ສວນ​ເຖິງ​ຄວມ​ຜິດ​ພາດ​ທີ່ເກີດຂື້ນ ອັນ​ຄາດ​ວ່າ​ຈະ​ສຳເລັດ​​ພາຍ​ໃນ 1 ເດືອນ ແລະ​ໄດ້​ສັ່ງ​ການ​ຝຶກ​ຝົນ​ໃໝ່​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ເຫດການ​ລັກສະນະ​ນີ້​ຂຶ້ນ​ອີກ​ໃນ​ອະນາຄົດ ພ້ອມ​ກັນ​ນີ້​ຍັງ​ໄດ້​ລະ​ບຸ​ວ່າ ສະ​ຫາລັດ ຯ ຈະ​ເລັ່ງ​ປັບ​ປ່ຽນ​ແຜນ​ການ​ຈັດ​ກຳ​ລັງ​ທັບ​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ສະພາບ​ແວດ​ລ້ອມ​ໃໝ່​ຕໍ່ໄປ 
ກອງທັບ​ສະ​ຫາລັດ ຯ ໃຊ້​ຄວາມ​ລະ​ມັດ​ລະ​ວັງ​ຢ່າງ​ເຕັມ​ທີ່​ໃນ​ການ​ປະຕິ​ການ​ເພື່ອ​ປ້ອງ​ກັນ​ການ​ສູນ​ເສຍຊີວິດ​ຂອງ​ຜູ້​ບໍລິສຸດ ແລະ ​ເມື່ອ​ເຮົາ​ເຮັດ​ຜິດ​ພາດ ເຮົາ​ຍອມ​ຮັບ​ຄວາມ​ຜິດ​ນັ້ນ ແລະ​ ນັ້ນ​ຄື​ສິ່ງ​ທີ່​ເຮົາ​ກຳ​ລັງ​ເຮັດ​ຢູ່ໃນ​ຕອນ​ນີ້”

ອ້າງອີງ http://hilight.kapook.com/view/127505

ບົດຄວາມຫຼ້າສຸດ

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...