spot_img
Homeຂ່າວການພັດທະນາການຈັດຕັ້ງປະຕິບັດ ໂຄງການປະຕິສັງຂອນ ຫໍພະແກ້ວ ຄັ້ງທີ III

ການຈັດຕັ້ງປະຕິບັດ ໂຄງການປະຕິສັງຂອນ ຫໍພະແກ້ວ ຄັ້ງທີ III

Published on

ຂປລ. ການຈັດຕັ້ງປະຕິບັດ ໂຄງການປະຕິສັງຂອນ ຫໍພະແກ້ວ ຄັ້ງທີ III ແຕ່ເດືອນ ກຸມພາ-ກັນຍາ 2015 ມີຫລາຍໜ້າວຽກ ທີ່ໄດ້ຮັບການຈັດຕັ້ງ ປະຕິບັດ ແລະ ສຳເລັດໂດຍພື້ນຖານ ເປັນຕົ້ນ: ວຽກຮື້ຖອນ ແລະ ສ້ອມແປງຄືນຫລັງຄາ, ຮື້ຖອນເພດານ ແລະ ສ້ອມແປງຄືນ, ສ້ອມແປງປະຕູ, ວຽກອະນາໄມ, ທາສີຝາ ແລະ ແອວຂັນ. ຄວາມຄືບໜ້າດັ່ງກ່າວ ໄດ້ຮັບການລາຍງານຈາກ ໜ່ວຍງານບໍລິຫານຄຸ້ມຄອງ ແລະ ກອງເລຂາໂຄງການ ໃນກອງປະຊຸມ ທີ່ຈັດຂຶ້ນທ້າຍອາທິດຜ່ານມາ, ໂດຍການເປັນປະທານຂອງ ທ່ານ ສາຍທອງ ແກ້ວດວງດີ ຮອງເຈົ້າຄອງ ນະຄອນຫລວງວຽງຈັນ, ພະອາຈານ ເວດ ມະເສໄນ ຮອງປະທານອົງການ ພຸດທະສາສະໜາສູນກາງ, ທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ.

12108862_439578499579269_2993305476358689077_n

ສ່ວນໜ້າວຽກ ທີ່ຈະຕ້ອງໄດ້ສືບຕໍ່ປະຕິບັດ ໄລຍະແຕ່ເດືອນ ຕຸລາ-ທັນວາ 2015 ນີ້ ປະກອບມີ: ສືບຕໍ່ມຸງດິນຂໍ, ເຮັດດອກດວງເພດານ ດ້ານໃນ-ດ້ານນອກ, ຮື້ ແລະ ສ້ອມແປງພື້ນຂັ້ນໄດປະຕູ ແລະ ວຽກງານອື່ນໆ ອີກຈຳນວນໜຶ່ງທີ່ຍັງເຫລືອ ເຊິ່ງຄາດວ່າຈະໃຫ້ສຳເລັດ ຕາມແຜນການທີ່ວາງໄວ້./.

ທີ່ມາ ຂ່າວສານປະເທດລາວ https://www.facebook.com/421087478095038/photos/a.421545928049193.1073741829.421087478095038/439578499579269/?type=3&theater

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...